VOV WorldVOV World
Happy Vietnam: ງານປະກວດພາບຖ່າຍ ແລະ ຄຼິບວີດີໂອ ກ່ຽວກັບສິດທິມະນຸດ ຄັ້ງທຳອິດ ຢູ່ ຫວຽດນາມ
23/12/2023 15:25
(VOVWORLD) - ງານປະກວດພາບຖ່າຍ ແລະ ຄຼິບວີດີໂອ “ຫວຽດນາມ ຜາສຸກ - – Happy Vietnam 2023” ໄດ້ເຊີດຊູ 28 ຜົນງານ, ໃນນັ້ນມີ 14 ຜົນງານແມ່ນປະເພດພາບຖ່າຍ, ຊຸດພາບຖ່າຍ.
Happy Vietnam:  ງານປະກວດພາບຖ່າຍ ແລະ ຄຼິບວີດີໂອ ກ່ຽວກັບສິດທິມະນຸດ ຄັ້ງທຳອິດ ຢູ່ ຫວຽດນາມ
ຕອນຄ່ຳວັນທີ 19 ທັນວາ 2023, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດພິທີມອບລາງວັນງານປະກວດພາບຖ່າຍ, ຄຼິບວີດີໂອ “ຫວຽດນາມ ຜາສຸກ - Happy Vietnam 2023”. ນີ້ແມ່ນຄັ້ງທຳອິດທີ່ງານປະກວດພາບຖ່າຍ ແລະ ຄຼິບວີດີໂອ ກ່ຽວກັບຫົວຂໍ້ສິດທິມະນຸດ ຢູ່ ຫວຽດນາມ ໄດ້ຈັດຂຶ້ນຕາມຮູບແບບທາງໄກ. ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມັ້ງຮຸ່ງ ກ່າວຄຳເຫັນທີ່ພິທີ ໂດຍເນັ້ນໜັກວ່າ: ກຳລັງແຮງໃຫຍ່ທີ່ສຸດຍາມໃດກໍ່ແມ່ນກຳລັງແຮງຂອງປະຊາຊົນ. ກຳລັງປະດິດຄິດສ້າງໃຫຍ່ທີ່ສຸດ ກໍ່ແມ່ນກຳລັງປະດິດຄິດສ້າງຂອງປະຊາຊົນ. ເວັບໄຊVietnam.vn ມີກ່ວາ 90 ລ້ານເທື່ອຄົນໄດ້ເຂົ້າເບິ່ງ 7.000 ຜົນງານນີ້, ໃນນັ້ນ ມີ 40% ແມ່ນມາຈາກຕ່າງປະເທດ. ມີບາງຜົນງານມີຜູ້ເຂົ້າຮັບຊົມກ່ວາ 500.000 ກວ່າຄັ້ງ. ບັນດາຜົນງານທີ່ໄດ້ຮັບການຄັດເລືອກຫຼາຍທີ່ສຸດຢູ່ປະເພດ ຄຼິບວີດີໂອ ແມ່ນຄົ້ນຫາບ້ານຊົນເຜົ່າມົ້ງ ທີ່ສວຍງາມ ຢູ່ຫົວຕາດ, ມົກເຈົາ, ເຊີນລາ ຂອງກຸ່ມນັກປະພັນ ຟ້າມ ມີນາ, ມຸຍແຄງລີ, ປະເພດພາບຖ່າຍແມ່ນຜົນງານ ຄວາມມ່ວນຊື່ນເມື່ອມາເຮັດວຽກຢູ່ TH ຂອງນັກຖ່າຍຮູບ ເລືອງຊີຟູ. ທ່ານ ຟ້າມແອັງຕວັນ ຫົວໜ້າກົມ ໄດ້ມອບລາງວັນຊົມເຊີຍໃຫ້ແກ່ບັນດານນັກຖ່າຍຮູບປະເພດພາບຖ່າຍ. ບັນດາຜູ້ໄດ້ຮັບລາງວັນທີ 3 ທ່ານ ເລຫາຍບິ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ແລະ ທ່ານ ນາງ ຫວູວຽດຈາງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ ມອບລາງວັນທີ 2 ໃຫ້ແກ່ບັນດານັກຖ່າຍຮູບ. ລາງວັນທີໜຶ່ງປະເພດພາບຖ່າຍ ແມ່ນຜົນງານ “ຫວຽດນາມ ບືນຕົວຂຶ້ນ” ຂອງນັກຖ່າຍຮູບ ບຸ່ຍເກືອງກວຽດ, ລາງວັນປະເພດ ຄຼິບວີດີໂອ ແມ່ນຜົນງານ “ດ່ານັ້ງ - ນະຄອນຊີວະນາໆພັນ” ຂອງ ຫງວຽນແທັງ ປາແວນ. ທ່ານນາງ ເຈືອງມີຮວາ ອະດີດຮອງປະທານປະເທດ ແລະ ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ມອບລາງວັນທີໜຶ່ງ ໃຫ້ແກ່ປະເພດພາບຖ່າຍ ແລະ ຄຼິບວີດີໂອ ຂອງ ບຸ່ຍເກືອງກວຽດ ແລະ ຫງວຽນແທັງ ປາແວນ. ໃນຄ່ຳຄືນມອບລາງວັນ, ເຫດການວາງສະແດງພາບຖ່າຍ "Happy Vietnam 2023" ໄດ້ໄຂຂຶ້ນຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ພາບ: ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງ. Catalin Chitu - ຊາວຕ່າງປະເທດພຽງຜູ້ດຽວໄດ້ຮັບລາງວັນທີສອງ ດ້ວຍຜົນງານ Skyscraper Shrouded in Clouds ແບ່ງປັນວ່າ ຂ້າພະເຈົ້າໄດ້ຖ່າຍຮູບນີ້ ເມື່ອປີ 2021, ໃນຂະນະທີ່ພວມເກີດພະຍາດໂຄວິດ - 19, ທົ່ວນະຄອນພວມປະຕິບັດການຈຳກັດບໍລິເວນ. ບັນດານັກຖ່າຍຮູບກັບຜົນງານຂອງຕົນ. ງານປະກວດ Happy Vietnam ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາ ທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ຕໍ່ວຽກງານເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.
TAG
VOV/VOVworld/