VOV WorldVOV World
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ
21/04/2024 10:31
(VOVWORLD) - ບໍ່ພຽງແຕ່ມີບັນດາສວນໝາກໄມ້ທີ່ກວ້າງໃຫຍ່ ແລະ ບັນດາສະຖານທີ່ທ່ອງທ່ຽວຊີວະພາບທີ່ເປັນເອກະລັກ ເທົ່ານັ້ນ, ຫວິງລອງ ຍັງມີຊື່ສຽງດ້ວຍໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ ເຊິ່ງໄດ້ຮັບຂະໜານນາມວ່າ “ອານາຈັກແດງ” ອີກດ້ວຍ.
ໝູ່ບ້ານອາຊີບເຮັດກະໂລ້ດິນເຜົາ ມາງທິດ
ໝູ່ບ້ານເຮັດອາຊີບເຮັດກະໂລ້ດິນເຜົາ ມາງທິດ (ຢູ່ເມືອງ ມາງທິດ, ແຂວງ ຫວິງລອງ ຕັ້ງຢູ່ລຽບຕາມແມ່ນ້ຳ ໂກຈຽນ) ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໄດ້ກວ່າ 100 ປີແລ້ວ. ນີ້ແມ່ນບ່ອນຜະລິດກະໂລ້, ດິນເຜົາແດງທີ່ມີຊື່ສຽງ ແລະ ໃຫຍ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ພາບ: ກາວກີ່ເຍິນ/ toquoc.vn. ໂດຍໄດ້ຮັບຂະໜານນາມວ່າ “ອານາຈັກແດງ”, ໝູ່ບ້ານກະໂລ້ດິນເຜົາ ມາງທິດ ຕັ້ງຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳທີ່ສວຍງາມດັ່ງໃນຝັນ. ພາບ: ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວິງລອງ. ເຕົາເຜົາແຕ່ລະເຕົາ, ກະໂລ້ແຕ່ລະແຖວ, ຮູບພາບທີ່ງາມຕາແຕ່ລະຮູບ ກັບທິວທັດທຳມະຊາດແມ່ນ້ຳລຳເຊທີ່ເປັນເອກະລັກຂອງໝູ່ບ້ານກະໂລ້ດິນເຜົາແຕ່ລະແຫ່ງ ເຊິ່ງຍາກທີ່ຈະຫາໄດ້ຢູ່ບ່ອນໃດ. ພາບ: mangthit.vinhlong.gov.vn ຕາມຂໍ້ສັງເກດຂອງບັນດານັກຄົ້ນຄວ້າແລ້ວ, ນີ້ແມ່ນມໍລະດົກທີ່ເປັນເອກະລັກໃນຍຸກປັດຈຸບັນ, ເຊິ່ງມີພຽງແຕ່ຢູ່ແຂວງ ຫວິງລອງ ເທົ່ານັ້ນ. ພາບ: gomsuhoanggia.vn ສິ່ງທີ່ເປັນເອກະລັກໂດດເດັ່ນ ນັ້ນແມ່ນ ບັນດາຮາກຖານຜະລິດກະໂລ້ດິນເຜົາ ມາງທິດ ໄດ້ນຳໃຊ້ເຕົາເຜົາແບບດັ້ງເດີມ ນັ້ນແມ່ນເຕົາເຜົາຮູບກົມໆ ທີ່ມີຄວາມສູງ ແຕ່ 5 – 12 ແມັດ, ເປັນຮູບທາດກົມ, ອັນໄດ້ສ້າງເປັນເຂດສະຖາປັດຕະຍາກຳທີ່ເປັນເອກະລັກ ດ້ວຍບັນດາຫຼັງຄາເຕົາເຜົາທີ່ຕ່ຳ ແລະ ໂຍຂຶ້ນ. ພາບ: ແທ່ງກົງ/VOV ກະໂລ້ດິນເຜົາ ມາງທິດ ໄດ້ເຮັດດ້ວຍດິນດາກຈາກແມ່ນ້ຳ ໂກຈຽນ. ພາບ: ແທ່ງກົງ/VOV ກະໂລ້ດິນເຜົາຊຸດໜຶ່ງຫາກໍໄດ້ເອົາອອກຈາກເຕົາເຜົາ. ພາກ: ແທ່ງກົງ/VOV ໃນຊຸມປີ 1980, ທັງ “ອານາຈັກ” ມີຮາກຖານຜະລິດປະມານ 1.000 ແຫ່ງ ດ້ວຍຈຳນວນເຕົາເຜົາປະມານ 3.000 ເຕົາ. ເຖິງຢ່າງໃດກໍຕາມ, “ອານາຈັກແດງ” ເລີ່ມຖືກຊຸດໂຊມແຕ່ຊຸມປີ 2000 ດ້ວຍຄ່າໃຊ້ຈ່າຍໃນການຜະລິດສູງຫຼາຍ, ຄວາມຊີນເຄີຍຂອງຜູ້ບໍລິໂພກກໍມີການປ່ຽນແປງໄປຕາມການເວລາ. ປັດຈຸບັນ, ຍັງເຫຼືອພຽງ 1.000 ເຕົາເທົ່ານັ້ນ. ພາບ: thamhiemmekong.com ປັດຈຸບັນ, ແຂວງ ຫວິງລອງ ພວມພັດທະນາຕາມທິດອະນຸລັກຮັກສາຄຸນຄ່າຂອງໝູ່ບ້ານອາຊີບ, ໃນນັ້ນ ໄດ້ສ້າງບັນດາເຕົາເຜົາກະໂລ້ດິນເຜົາທີ່ຍັງມີຢູ່ນັ້ນ ເປັນສະຖານທີ່ທ່ອງທ່ຽວໝູ່ບ້ານອາຊີບ ສົມທົບກັບແຜນຮ່າງມໍລະດົກຍຸກປັດຈຸບັນ ມາງທິດ. ພາບ: vinhlongtourist.vn ພາບ: fantasea.vn ຈາກໝູ່ບ້ານອາຊີບພື້ນເມືອງ, ປັດຈຸບັນ, ບັນດາເຕົາເຜົາກະໂລ້ ດິນເຜົາຢູ່ແຂວງ ຫວິງລອງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບໃຈສຳລັບແຂກທ່ອງທ່ຽວ. ພາບ: vinhlongtourist.vn
TAG
VOV/VOVworld/

More