VOV WorldVOV World
ໝູ່ກັງຈາຍຍາມນ້ຳໄຫຼ, ຄວາມງາມຂອງຮູບພາບຫຼາກຫຼາຍສີສັນ
17/06/2017 10:08
(VOVWORLD) - ເມື່ອເວົ້າເຖິງໝູ່ກັງຈາຍ, ແຕ່ລະຄົນທີ່ເມົາມົວກັບການທ່ອງທ່ຽວ, ມັກຄົ້ນ ຫານັ້ນ ກໍເລີຍຄິດເຖິງທັດສະນີຍະພາບສີເຫຼືອງອາຮາມຂອງເນື້ອທີ່ນາຂັ້ນໄດທີ່ກ້ວາງໃຫຍ່ໄພສານ, ສະຫຼັບຊັບຊ້ອນ. ແຕ່ເມື່ອໄປໝູ່ກັງຈາຍໃນຍາມນ້ຳໄຫຼມາຮັບໃຊ້ການປັກດຳ, ບັນດາເພື່ອນຈະຕົກສະເງີ້ຕໍ່ໜ້າຄວາມງາມຂອງຮູບພາບຫຼາກຫຼາຍສີສັນ. ສີຂອງດິນ, ສີຂອງນາປະສານກັບສີຂອງພູຜາປ່າໄມ້ ແລະ ການດຳລົງຊີວິດ ອັນໄດ້ສ້າງຄວາມງາມຂອງສິ່ງທີ່ມະຫັດສະຈັນ, ມີລັກສະນະເພິ່ນຈິດໃນທ່າມກາງຄວາມລຽບງ່າຍ, ຮົກເຮື້ອວ່າງເປົ່າ.
ໝູ່ກັງຈາຍຍາມນ້ຳໄຫຼ, ຄວາມງາມຂອງຮູບພາບຫຼາກຫຼາຍສີສັນ
1. ບັນດາເນື້ອທີ່ເຂົ້ານາທາມໃນທ່າມກາງແສງແດດຍາມສາຍັນ. ມາຢ້ຽມຢາມໝູ່ກັງຈາຍຍາມປັກດຳເພື່ອຮັບຊົມພາບພົດທີ່ງົດງາມດັ່ງໃນຝັນຢູ່ເຂດພູດອຍ. ສີຂຽວຍາມໃດກໍແມ່ນສີສັນແຫ່ງພະລັງຊີວິດ, ຄວາມເຊື່ອໝັ້ນ ແລະ ປາດຖະໜາເມື່ອກ້າວເຂົ້າສູ່ລະດູການຜະລິດໃໝ່. ສີສັນຫຼາກຫຼາຍຢູ່ຮອມພູກາວຟ້າໃນຍາມປັກດຳ. ຊາວເຜົ່າມົ້ງດຸໝັ້ນອອກແຮງງານຢູ່ຕາມເນື້ອທີ່ນາຂັ້ນໄດ ຊາວກະສີກອນ ກັບຄືນບ້ານພາຍຫຼັງອອກແຮງງານດ້ວຍຄວາມອິດເມື່ອຍ ດວງຕາເວັນອອກໃນບ້ານລິມມົ້ງ ດວງຕາເວັນຄ່ອຍເລື່ອນຂຶ້ນ, ເລີ່ມຕົ້ນມື້ໃໝ່ບົນເນື້ອທີ່ນາຂຽວອຸ່ມທຸ່ມ. ຄວາມມີສະເໜ່ຂອງເດັກເຂດພູສູງ. ທົ່ງນາພວມລໍ່ຖ້າການລົງມືອອກແຮງງານຂອງມະນຸດ. ບັນດາເນື້ອທີ່ນາທີ່ພວມເປີດສາກໃຫ້ແກ່ພະລັງຊີວິດ, ຄວາມຫວັງຕໍ່ລະດູການຜະລິດໃໝ່ ຊາວກະສີກອນເຜົ່າມົ້ງລົງນາຍາມປັກດຳ. ລະດູການຜະລິດໃໝ່ໄດ້ເລີ່ມຂຶ້ນ. ທົ່ງນາແຫ້ງແລ້ງພວມຄ່ອຍຖ້ານ້ຳໄຫຼມາ. ຄວາມງາມຂອງສີສັນຫຼາກຫຼາຍ ທັດສະນີຍະພາບບ້ານລິມມົ້ງ ຍາມນ້ຳໄຫຼມາຮັບໃຊ້ການປັກດຳ. ຮ່ອມພູກາວຟ້າມີນ້ຳໄຫຼມາໂດຍຫຼຽວເບິ່ງຈາກຍອດກີ່ວເຂົາຟ້າ. ນ້ຳໄຫຼມາເຕັມທົ່ງນາໃນທ່າມກາງແສງແດດໃນຕອນທ່ຽງ. ທົ່ງໄຮ່ຍາມສາຍັນ. ຄວາມເບີກບານມ່ວນຊື່ນຂອງເດັກໃນລະດູການຜະລິດເຂົ້າ.
TAG
VOV/VOVworld