ຄົ້ນຫາຄວາມງາມຢູ່ລຸ້ງເວິນໃນແຂວງຮ່ວາບິ່ງ
03/07/2022 06:27
(VOVWORLD) -ໂດຍຕັ້ງຢູ່ຄວາມສູງປະທານ 1200 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ຕາແສງລຸ້ງເວິນ ຂຶ້ນກັບແຂວງຮ່ວາບິ່ງແມ່ນສະຖານທີ່ ທ່ອງທ່ຽວທີ່ດູດດື່ມ ສຳລັບບໍ່ວ່າຜູ້ໃດຢາກພິຊິດເຂດຊາວເຜົ່າເມືອງ.

ຄວາມງາມແບບເລິກລັບມະຫັດສະຈັນຢູ່ລຸ້ງເວິນ (ພາບ: petrotimes.vn) ຮູບພາບສວຍງາມຢູ່ລຸ້ງເວິນ (ພາບ: traveloka) ສຳລັບແຂກທ່ອງທ່ຽວມັກ ຄົ້ນຫາ, ລຸ້ງເວິນໄດ້ຮັບຖືວ່າແມ່ນດິນແດນເມັກເຝື້ອ ແລະ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ດູດດື່ມດ້ວຍບັນດາຫຼັງຄາເຮືອນຮ້ານຖືກອອກແບບມີຮູບເຕົາພ້ອມກັບສີສັນວັດທະນະທຳທີເປັນເອກະລັກຂອງຊາວເຜົ່າເມືອງ. ເສັ້ນທາງພາໄປຮອດລຸ້ງເວິນໃນແຂວງຮ່ວາບິ່ງ (ພາບ: TTXVN) ບັນດາເຮືອນຮ້ານຢູ່ລຸ້ງເວິນ ມາຮອດລຸ້ງເວິນ, ແຂກທ່ອງທ່ຽວມີໂອກາດຮັບຊົມທິດທັດທຳມະຊາດ ພູຜາປ່າໄມ້ທີ່ສວຍສົດງົດງາມ ແລະ ສູບເອົາອາກາດທີ່ປອດໂປ່ງ, ເຢັນສະບາຍ. ຍາມເຊົ້າຢູ່ລຸ້ງເວິນມີລົມພັດມາເຢັນສະບາຍ ແລະ ແສງແດດອ່ອນ. ບັນດາກຸ່ມເມັກພວມເລືອນລອຍຢູ່ຕາມຈອມພູ, ໝູ່ບ້ານ... ຮອດຕອນທ່ຽງດວງຕາເວັ້ນໄດ້ເລືອນຂຶ້ນສູງ, ແສງແດດສາດສ່ອງລົງຜ່ານກຸ່ມເມັກ ຮອດຮອມພູ. ຢູ່ລຸງເວິນແຂກທ່ອງທ່ຽວຍັງໄດ້ຄົ້ນຫາບັນດາຈຸດວັດນະທະທຳທີ່ເປັນເອກະລັກຂອງຊາວທ້ອງຖິ່ນຢູ່ແຫ່ງນີ້. (ພາບ: luhanhvietnam) ບັນດາເນື້ອທີ່ນາຂັ້ນໄດຢູ່ລຸ້ງເວິນ (ພາບ: TTXVN) ລະດູປັກດຳຢູ່ລຸ້ງເວິນ(ພາບ: TTXVN) ຍາມກ່ຽວເຂົ້າຢູ່ລຸ້ງເວິນ. ຊາວເຜົ່າເມືອງຢູ່ລຸງເວິນຍັງຮັກສາຈຸດວັດທະນະທຳທີ່ເປັນເອກະລັກ, ພິເສດແມ່ນຊຸດອາພອນປະຈຳເຜົ່າ (ພາບ: TTXVN) ຊາວເຜົ່າເມືອງຢູ່ລຸງເວິນດຳລົງຊີວິດແບບຕິດພັນກັບທຳມະຊາດ, ເຂົາເຈົ້າມີຈິດໃຈຮັກແພງແຂກ (ພາບ: TTXVN) ຊີວິດປະຈຳວັນຂອງຊາວເຜົ່າເມືອງໃນເຮືອນຮ້ານ. (ພາບ: TTXVN)
TAG
VOV/VOVworld/ການທ່ອງທ່ຽວ
Related
More








