ຄວາມງາມຂອງບ້ານ ຊ່າຟີ່ນ ຢູ່ແຂວງ ຮ່າຢາງ
18/03/2022 11:01
(VOVWORLD) -ຊ່າຟິ່ນ ແມ່ນບ້ານໜຶ່ງຕັ້ງຢູ່ເຂດພູສູງຕາແວງ ເຟືອງຕຽນ, ເມືອງ ວິຊວຽນ, ຫ່າງຈາກໃຈກາງນະຄອນ ຮ່າຢາງ ປະມານ 20 ກມ, ດ້ວຍເຮືອນບູຮານເກົ່າແກ່ຂອງຊາວເຜົ່າ ຢາວ ທີ່ເປັນເອກະລັກສະເພາະຫຼາຍຫຼັງຕັ້ງຢູ່ແຄມນາຂັ້ນໄດ ເຊິ່ງໄດ້ເຮັດໃຫ້ສີສັນແຫ່ງນີ້ດຶງດູດໃຈຜູ້ມາຢ້ຽມຢາມ.

ໂດຍມີຄວາມສູງ 2.427ມ ເມື່ອທຽບໃສ່ໜ້ານ້ຳທະເລ, ຈອມພູ ໄຕກົນລິ້ງ ໄດ້ຂະໜານນາມວ່າແມ່ນຊາຍຄາຂອງເຂດຕາເວັນອອກສ່ຽງເໜືອ. ຊ່າຟິ່ນ ນອນໃນເສັ້ນທາງຕອນໄປພິຊິກຈອມ ໄຕກົນລິ້ງ.
Related








