VOV WorldVOV World
ຄວາມງາມຢູ່ຕາມກົກໃນຍາມເຂົ້າສຸກເຫຼືອງ
19/06/2022 13:56
(VOVWORLD) -ໂດຍຫ່າງຈາກຮ່າໂນ້ຍບໍ່ຮອດ 100 ກີໂລແມັດ ຕາມກົກໃນແຂວງນິງບິ່ງແມ່ນສະຖານທີ່ທ່ອງທ່ຽວ ທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ.
ຄວາມງາມຢູ່ຕາມກົກໃນຍາມເຂົ້າສຸກເຫຼືອງ
ລະດູເຂົ້າສຸກເຫລືອງຢູ່ຕາມກົກ ແມ່ນນັບແຕ່ເດືອນພຶດສະພາ ຫາເດືອນກໍລະກົດ ໃນແຕ່ລະປີ. ນີ້ແມ່ນລະດູງາມທີ່ສຸດໃນປີ ຢູ່ຕາມກົກ ແຂກທ່ອງທ່ຽວຈະໄດ້ຮັບຊົມຄວາມງາມ ຂອງແມ່ນ້ຳໂງດົ່ງທີ່ຄົດງໍ່ ດ້ວຍສອງຟາກແມ່ນບັນດາເນື້ອທີ່ ເຂົ້ານາທາມພວມສຸກເຫຼືອງອາຮາມ, ຖືກອ້ອມຮອບໄປດ້ວຍພູຜາສວຍງາມປຽບເໝືອນຮູບພາບທີເປັນໜ້າຈັບໃຈ. ເຮືອຂອງພວກ ເລາະ.ຂາຍເຄື່ອງຖືກປະດັບປະດາຢ່າງສວຍງາມ ດ້ວຍທິວທັດທີ່ເປັນໜ້າຈັບໃຈຢູ່ແຫ່ງນີ້ ເຄີຍປະກົດເຫັນຜ່ານບັນດາຮູບເງົ່າທີ່ມີຊື່ສຽງຄື: “ຊາຕະກຳວິລະຊົນ”, “ເຕິມກາມ - ເລື່ອງລາວຍັງບໍ່ທັນເລົ່າ”, ຫຼືຮູບເງົ່າທີ່ໂດດເດັ່ນ “Kong Skull Island”... ຝູງເຮືອຂົນສົ່ງແຂກຢູ່ທ່າເຮືອ ຕາມກົກ. ທ່າເຮືອຕາມກົກ ໃນມື້ເປີດງານບຸນ.  
TAG
VOV/VOVworld/ເຂົ້າສຸກເຫຼືອງ

More