VOV WorldVOV World
ລະດູບານໃໝ່ - ຊ່ວງເວລາທີ່ສວຍງາມທີ່ສຸດໃນປີຂອງຮ່າຢາງ
16/02/2025 14:49
(VOVWORLD) - ໄປຮອດແຂວງຮ່າຢາງໃນຊຸມວັນລະດູບານໃໝ່, ພວກເຮົາພັດພົບເຫັນທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນ ແລະ ເຕັມໄປດ້ວຍສີສັນຂອງເຂດພູພຽງຫີນ
ລະດູບານໃໝ່ - ຊ່ວງເວລາທີ່ສວຍງາມທີ່ສຸດໃນປີຂອງຮ່າຢາງ
ເຖິງວ່າລະດູໃດໃນປີ ຮ່າຢາງກໍ່ມີຄວາມສວຍງາມ ແຕ່ຍາມລະດູບານໃໝ່, ເມື່ອດອກໄມ້ພາກັນບານສະພັ່ງອວດອ້າງສີສັນຢູ່ຕາມຖະໜົນຫົນທາງ ແມ່ນຈຸດເວລາທີ່ເຂດພູພຽງຫີນສວຍງາມທີ່ສຸດໃນປີ. ໂດຍບໍ່ຫົວຊາຕໍ່ອາກາດໜາວຢ່ເຂດພູສູງທາງທິດເໜືອ, ດອກຄາຍໄດ້ພາກັນບາງສະພັ່ງຢ່າງສວຍງາມ. ລະດູບານໃໝ່ສອດແຊກເຂົ້າໄປໃນທຸກຮ່ອມທຸກຊອຍຢູ່ບັນດາໝູ່ບ້ານນ້ອຍໆ… ຮອຍຍິ້ມຂອງເດັກນ້ອຍຢູ່ເຂດພູສູງ. ພວກເດັກນ້ອຍພວມເຈ່ຍທັງ “ລະດູບານໃໝ່”. ລະດູບານໃໝ່ໄດ້ຮັບຖືວ່າແມ່ນຈຸດເວລາສວຍງາມທີ່ສຸດໃນປີຂອງຮ່າຢາງ. ເພາະສະນັ້ນ, ຈຸດເວລານີ້ມີແຂກທ່ອງທ່ຽວຫຼາຍຄົນໄດ້ມາຄົ້ນຫາ, ລົງພຶດຕິກຳຕົວຈິງກັບຄວາມສວຍງາມຂອງທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ເຫັນປະຈັກຕາພະລັງຊີວິດທີ່ແຮງກ້າຂອງປະຊາຊົນ ແລະ ຊີວະນາໆພັນຢູ່ແຫ່ງນີ້. ຮ້ານກາເຟ ກຶກບັກ (ໝູ່ບ້ານໂລໂລຈາຍ) ໜຶ່ງໃນບັນດາສະຖານທີ່ ບໍ່ຄວນພາດໂອກາດແວ່ຍາມເມື່ອໄປຮ່າຢາງ.
TAG
VOV/VOVworld/ລະ​ດູ​ບານ​ໃໝ່/ຮ່າ​ຢາງ

More