VOV WorldVOV World
ນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍທຸງ, ດອກໄມ້ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ
16/01/2026 10:59
(VOVWORLD) - ຮ່າໂນ້ຍ ໃນຊຸມວັນນີ້ມີສີສັນທຸງຊາດ, ດອກໄມ້, ປ້າຍຄຳຂວັນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ - ເຫດການການເມືອງສຳຄັນຍິ່ງ, ມີຄວາມໝາຍພິເສດສຳລັບອະນາຄົດ ແລະ ພາລະກິດແຫ່ງການພັດທະນາຂອງປະເທດຊາດ.
ນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍທຸງ, ດອກໄມ້ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ
ປະຊາຊົນໃນນະຄອນຫຼວງ ໄປມາ ແລະ ດຳເນີນຊີວິດປະຈຳໃນວັນທ່າມກາງການບັນຍາກາດທຸງພັກ, ທຸງຊາດ, ປ້າຍໂຄສະນາ ແລະ ຄຳຂວັນຕ້ອນຮັບກອງປະຊຸມໃຫຍ່. ການສັນຈອນຢູ່ບັນດາຖະໜົນຫົນທາງໃນຕົວເມືອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະກອບສ່ວນສ້າງໂດຍໃບໜ້າໃຫ້ຕົວເມືອງແຫ່ງຄວາມສີວິໄລ ໃນຊຸມວັນຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ. ບັນຍາກາດອັນ ສະຫງ່າຜ່າເຜີຍຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ໄດ້ແຜ່ກະຈາຍໄປທົ່ວບັນດາຖະໜົນຫົນທາງຂອງນະຄອນຫຼວງ ຮ່າໂນ້ຍ, ດ້ວຍທຸງ, ປ້າຍໂຄສະນາ ແລະ ຄຳຂວັນໂປສເຕີທີ່ມີສີສັນສົດໃສປະກາຍແຈ້ງ. ເຂດປະຕູໂຂງ ບາດິ່ງ - ສູນກາງການເມືອງຂອງທົ່ວປະເທດ - ໄດ້ຮັບການຕົບແຕ່ງຢ່າງສະຫງ່າລາສີ, ສະທ້ອນໃຫ້ເຫັນເຖິງຄວາມສຳຄັນພິເສດຂອງກອງປະຊຸມໃຫຍ່ຄັ້ງທີ 14. ຢູ່ບັນດາເສັ້ນທາງຫຼັກຂອງ ຮ່າໂນ້ຍ, ລະບົບປ້າຍໂຄສະນາ ແລະ ຄຳຂວັນ, ໂປສເຕີ, ສັນຍະລັກ ໄດ້ຖືກວາງສະແດງຢ່າງສະຫງ່າຜ່າເຜີຍ. ກິດຈະກຳວຽກງານໂຄສະນາໄດ້ຜັນຂະຫຍາຍຢູ່ຕາມສະຖານທີ່ສາທາລະນະຢ່າງຄົບຊຸດ. ຕາມລະບົບໜ້າຈໍ LED ແລະ ປ້າຍຈໍເອເລັກໂຕນິກ ຢູ່ບັນດາທະໜົນຫົນທາງໃຈກາງຕົວເມືອງເຕັມໄປດ້ວຍເນື້ອໃນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່. ຄະນະກຳມະການປະຊາຊົນ ນະຄອງ ຮ່າໂນ້ຍ ໄດ້ຈັດພິມ, ຕິດຕັ້ງ ປ້າຍໂຄສະນາຂະໜາດໃຫຍ່ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 14 ຂອງພັກ ຢ່າງສະຫງ່າງາມ ຢູ່ໜ້າສຳນັກງານ. ວິທະຍຸກະຈາຍສຽງ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຕົບແຕ່ງ ແລະ ໂຄສະນາຢ່າງແຮງ ນັບແຕ່ບັນດາເສັ້ນທາງໃນຕົວເມືອງຕະຫຼອດຮອດບັນດາສຳນັກງານ, ຕົວເມືອງ ໄດ້ປະດັບປະດາຢ່າງສະຫງ່າຜ່າເຜີຍ, ກົມກຽວ ແລະ ຕົບແຕ່ງເຕັມໄປດ້ວຍຄວາມງາມທີ່ຫຼາກຫຼາຍ.
TAG
VOV/VOVworld/