VOV WorldVOV World
ງານ Festival ມໍລະດົກກວາງນາມກ່ອນຈຸດເວລາຈັດພິທີໄຂ
08/06/2017 23:59
(VOVWORLD) - ບໍລິເວນຕາມແທງໄດ້ກຽມພ້ອມຮັບຕ້ອນພິທີໄຂງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017.
ງານ Festival ມໍລະດົກກວາງນາມກ່ອນຈຸດເວລາຈັດພິທີໄຂ
ງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017 ຖືກໄຂຂຶ້ນໃນເວລາ 20 ໂມງຂອງວັນທີ 9 ມິຖຸນາປີ 2017 ຢູ່ສະໜາມຫຼວງຕາມແທງ, ນະຄອນຕາມກີດ້ວຍຫົວຂໍ້ “ ກວາງນາມ - ການເດີນທາງເຊື່ອມຕໍ່ມໍລະດົກ ” ດ້ວຍຄວາມຫວັງສຸມໃສ່ການທ່ອງທ່ຽວເຂດທະເລໝູ່ເກາະ, ພິທີໄຂ ງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017 ຈະຖືກຈັດຂຶ້ນຢູ່ນະຄອນຕາມກີແທນທີ່ຈັດຕັ້ງຢູ່ນະຄອນໂຫ້ຍອານຄືຊຸມປີກ່ອນນີ້.  ບັນຍາກາດງານ Festival ມໍລະດົກຟົດຟື້ນຫຼາຍຂຶ້ນຈາກປະຕູເຂົ້າສູນກາງປົກຄອງແຂວງກວາງນາມ. ຖະໜົນຫົນທາງ, ຫາດຊາຍທະເລຖືກປະດັບປະດາດ້ວຍດອກໄມ້ ແລະ ເຄື່ອງຂອງຕ່າງໆຂອງແຂວງກວາງນາມ ຫາດຊາຍທະເລຕາມແທງ-ແຫ່ງດຳເນີນພິທີໄຂງານ Festival ມໍລະດົກກວາງນາມຄັ້ງທີ 6 ປີ 2017   ໝູ່ບ້ານບິກຮ້ວາຈຸງແທງ, ແຫ່ງທີ່ມີທາງນ້ຳໂດຍໃຊ້ເຮືອໂມຮັບໃຊ້ແຂກທ່ອງທ່ຽວໄປຮ່ວມງານ Festival ມໍລະດົກກວາງນາມ ເວທີສະແດງຮັບໃຊ້ພິທີໄຂໄດ້ກະກຽມຢ່າງຮຽບຮ້ອຍແລ້ວ ບັນດານັກສິລະປີນຝຶກແອບເພື່ອສະແດງໃນພິທີໄຂ. 
TAG
VOV/VOVworld/ງານ Festival ມໍ​ລະ​ດົກ​ກວາງ​ນາມ

More