VOV WorldVOV World
ງານວາງສະແດງ ເຊີດຊູບັນດາແບບຢ່າງດີເດັ່ນນັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດ.
21/07/2017 06:02
(VOVWORLD) - ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017), ຄະນະຄຸ້ມຄອງປູຊະນີຍະສະຖານ ຄຸກ ຫວາຫລໍ່ (ຮ່າໂນ້ຍ) ໄດ້ໄຂງານວາງສະແດງ ເຊີດຊູບັນດາແບບຢ່າງດີເດັ່ນນັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດ.
ງານວາງສະແດງ ເຊີດຊູບັນດາແບບຢ່າງດີເດັ່ນນັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອຊາດ.
ດ້ວຍ 250 ຮູບພາບ, ວັດຖຸພັນ, ງານວາງສະແດງໄດ້ແບ່ງເປັນ 3 ເນື້ອໃນ: ຄວາມມຸ່ງຫວັງສັນຕິພາບ, ການສະແດງຄວາມຮູ້ບຸນຄຸນ, ເຕັມໄປດ້ວຍຄວາມຮັກແພງມະນຸດ". ງານວາງສະແດງໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫລວງຫລາຍ ບັນດາເລື່ອງລາວກ່ຽວກັບຊີວິດຂອງບັນດານັກຮົບວິລະຊົນ, ນັກຮົບເສຍສະຫລະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດໃນໄລຍະຖືກສັດຕູກັກຂັງ, ທໍລະມານ ຢູ່ເຂດວາງສະແດງ “ການສະແດງຄວາມຮູ້ບຸນຄຸນ, ເຕັມໄປດ້ວຍຄວາມຮັກແພງມະນຸດ” ແມ່ນການເຕົ້າໂຮມບັນດາຄວາມຮູ້ສຶກ, ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນມຸ່ງໄປເຖິງການສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫລະຊີວິດເພື່ອຊາດ. ຢູ່ເບື້ອງໃນຂອງຄຸກ ແມ່ນເຂດວາງສະແດງເອກະສານ ແລະ ວັດຖຸພັນ ຮູບພາບເອກະສານກ່ຽວກັບບັນດານັກຮົບຖືກພວກລ່າເມືອງຂຶ້ນ ຝລັ່ງ ກັກຂັງ ຮູບປັ້ນວາດຟາບເຖິງການທໍລະມານຢ່າງໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນ ຝລັ່ງ ເຄື່ອງປະຫານຊີວິດໄດ້ນຳໃຊ້ຢູ່ຄຸກ ຫວາຫລໍ່ ບັນດາບົດຫນັງສືພິມ, ເອກະສານປະຫວັດສາດອັນລ້ຳຄ່ານຳວາງສະແດງຢູ່ທີ່ນີ້ ໄດ້ແນະນຳ ແລະ ວາດຟາບເຖິງ ຊີວິດ, ພາລະກິດປະຕິວັດຂອງບັນດານັກຮົບພິລະອາດຫານ.       ງານວາງສະແດງໄດ້ຊ່ວຍໃຫ້ແຂກມາຊົມມີຄວາມເຂົ້າໃຈກວ່າ ກ່ຽວກັບໄລຍະປະຫວັດສາດອັນສະຫງ່າລາສີ ກໍຄືນ້ຳໃຈເຄົາລົບນັບຖືຂອງປະຊາຊົນຫວຽດນາມ ຕໍ່ບັນດານັກຮົບທີ່ໄດ້ເສຍສະຫລະຊີວິດເພື່ອປະເທດຊາດ.  ງານວາງສະແດງແກ່ຍາວຮອດເດືອນ 9/2017.
TAG
VOV/VOVworld/ຮູ​ບ​ພາບ/ວັດ​ຖຸ​ພັນ/ງານ​ວາງ​ສະ​ແດງ