ນັກຮ້ອງ 22 ຄົນຈະເຂົ້າຮ່ວມການແຂ່ງຂັນຮອບຮອງຊະນະເລີດງານປະກວດສຽງເພງອາຊຽນ + 3 ປີ 2019
27/07/2019 06:20
(VOVWORLD) - ງານປະກວດ “ສຽງເພງອາຊຽນ +3” ແມ່ນການແຂ່ງຂັນຄັດເລືອກນັກຮ້ອງດີເດັ່ນ 22 ຄົນທີ່ມາຈາກ10 ປະເທດອາຊຽນເພື່ອພ້ອມກັນແຂ່ງຂັນໃນຮອບຮອງຊະນະເລີດແລະຮອບຊີງຊະນະເລີດຊື່ງຖືກຈັດຂຶ້ນໃນວັນທີ 26 -28 ກໍລະກົດຢູ່ ນະຄອນຮ້າລອງແຂວງກວ໋າງນີງ. ນອກຈາກການແຂ່ງຂັນຂອງນັກຮ້ອງ 22 ຄົນນັ້ນຍັງມີນັກຮ້ອງຖືກເຊີນມາຈາກຈີນ, ສ.ເກົາຫລີ, ຍີ່ປຸ່ນກໍ່ມາສະແດງໃນການແຂ່ງຂັນຮອບຊີງຊະນະເລີດອີກດ້ວຍ.
ການແຂ່ງຂັນຮອບຊີງຊະນະເລີດຈັດຂຶ້ນໃນ 20ໂມງຕອນຄ່ຳວັນທີ 28 ກໍລະກົດປີ 2019 ຢູ່ ສູນວາງແຜນກຳນົດ, ງານຕະຫລາດນັດແລະງານວາງສະແດງທີ່ນະຄອນຮ້າລອງແລະໄດ້ອອກອາກາດສົດທາງວິທະຍຸແລະໂທລະພາບຂອງວິທະຍຸກະຈາຍສຽງຫວຽດນາມ; VTC3, ຊ່ອງໂທລະພາບ Vietnam Journey, VOV3, VOV5 ຈະນຳມາໃຫ້ຜູ້ຊົມບັນດາລາຍການສິລະປະດົນຕີຈັບອົກຈັບໃຈ. ມາຮອດປະຈຸບັນຄະນະຈັດຕັ້ງໄດ້ຮັບການສະຫນັບສະຫນູນ, ຮ່ວມເດີນທາງຈາກບັນດານັກອຸປະຖຳ, ບໍລິສັດການບິນ Vietnam Airlines ຫນູນຊ່ວຍປີ້ຍົນໄປກັບໃຫ້ຄະນະກຳມະການງານປະກວດແລະນັກຮ້ອງເຂົ້າຮ່ວມທັງໝົດ. ກຸ່ມບໍລິສັດ FLC ອຸປະຖຳຫ້ອງພັກເຊົາທັງໝົດໃຫ້ຄະນະກຳມະການງານປະກວດ, ນັກຮ້ອງແລະແຂກຖືກເຊີນ. Timothy - ຟີລິບປິນ Steven Bedolideo - ຟີລິບປິນ Aicelle Anne Coronel Santos- ຟີລິບປິນ Olivia Christina - ອິນໂດເນເຊຍ Asty Puji - ອິນໂດເນເຊຍ Marineth-ກຳປູເຈຍ Eint Chit - ມຽນມາ Rosario -ມາເລເຊຍ Ernie zakri -ມາເລເຊຍ Mohd Naqib Hafizuddin Bun Zulfikri - ບຣູໄນ Mohammad Syafig Abdillah Bin Soony - ບຣູໄນ Thasanaiphorn Moreerat - ໄທ Sathean Phong Klantang- ໄທ Visouda Saiyasane - ລາວ ຫງວຽນທິມາຍເຟືອງ - ຫວຽດນາມ ເຈີ່ນໂຮ່ງຍູງ - ຫວຽດນາມ ຟ້າມຮືງທິງ -ຫວຽດນາມ Ng Zhen Long Desmond -ສິງກະໂປ ນັກຮ້ອງຖືກເຊີນສ.ເກົາຫຼີ - Im Chang Sook ນັກຮ້ອງຖືກເຊີນຈີນ - Su Qing ນັກຮ້ອງຖືກເຊີນຍີ່ປຸ່ນ - Yohei Hamalata
TAG
VOV/VOVworld/ງານປະກວດສຽງເພງອາຊຽນ + 3 ປີ 2019
Related








