ປີຂານ ຮັບຊົມການແຂ່ງຂັນທີ່ສະໜາມ ໂຫກວຽນ ຢູ່ ເຫ້ວ
18/02/2022 10:51
(VOVWORLD) -ໂດຍຕັ້ງຢູ່ບ້ານ ຖຸຍບຽວ, ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ; ໂຮກວຽນ ແມ່ນສະໜາມແຂ່ງຂັນໄດ້ຮັບການກໍ່ສ້າງໃນສະໄໝເຈົ້າຊີວິດ ຫງວຽນ ເພື່ອຈັດການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອ.

ສະໜາມແຂ່ງຂັນແມ່ນໃຊ້ເພື່ອຈັດການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອໃຫ້ແກ່ເຈົ້າຊີວິດ, ເຈົ້ານາຍ ແລະ ປະຊາຊົນຮັບຊົມ; ພ້ອມທັງຝຶກໃຫ້ຊ້າງມີຄວາມຊິນເຄີຍກັບການຕໍ່ສູ້ຕອນສູ້ຮົບ. ໂຫກວຽນ ລວມມີກຳແພງຮູບວົງມົນ 2 ຊັ້ນ. ກຳແພງຢູ່ທາງໃນສູງ 5,90 ແມັດ, ກຳແພງຢູ່ທາງນອກສູງ 4,75 ແມັດ. ໂຫກວຽນ ໄດ້ຮັບການກໍ່ສ້າງແບບລຽບງ່າຍແຕ່ໝັ້ນແກ່ນແໜ້ນໜາດີ, ສະນັ້ນມາຮອປະຈຸບັນ ສະໜາມແຂ່ງຂັນຍັງໄດ້ຮັກສາໄວ້ເໝືອນເດີມ. ໃນສະໄໝເຈົ້າຊີວິດ ຫວຽນ, ການແຂ່ງຂັນລະຫວ່າງ ຊ້າງ ແລະ ເສືອ ໄດ້ຮັບການຈັດຂຶ້ນເປັນປະຈຳ ແລະ ໄດ້ຮັບຖືວ່າແມ່ນວັນບຸນໃຫຍ່ຂອງພະລາຊະວັງ ແລະ ມະຫາຊົນ. ຫຼັງຈາກນັ້ນ, ເພື່ອຮັບປະກັນຄວາມປອດໄພ, ປີ 1830, ເຈົ້າຊີວິດ ມິນມ້າງ ຈຶ່ງອະນຸຍາດໃຫ້ກໍ່ສ້າງສະໜາມແຂ່ງຂັນຂຶ້ນມາ ໂດຍສະເພາະແຂ່ງຂັນຢູ່ໂນນພູ ລອງທໍ້, ເອືນວ່າ ໂຫກວຽນ. ຢູ່ອ້ອມຮອບກຳແພງມີຄອກເສືອ 5 ຫ້ອງ ແລະ ປະຕູໃຫຍ່ດຽວທີ່ສະຫງວນໃຫ້ ຊ້າງ ເຂົ້າແຂ່ງຂັນ. ເຂດເຈົ້າຊີວິດນັ່ງຮັບຊົມການແຂ່ງຂັນ. ປະຕູພາ ເສືອ ເຂົ້າສະໜາມແຂ່ງຂັນ. ເສືອ ຖືກຂັງຢູ່ເຂດນີ້ກ່ອນທີ່ຈະແຂ່ງຂັນ. ປະຕູດ້ານນອກຂອງຄອກ ເສືອ. ຊ້າງ ເຂົ້າສະໜາມແຂ່ງຂັນດ້ວຍປະຕູໃຫຍ່ໂດຍສະເພາະ ແລະ ບໍ່ຖືກຂັງ. ໂຫກວຽນ ຢູ່ ເຫ້ວ ຖືວ່າແມ່ນເຂດປູຊະນີຍະສະຖານພິເສດ ແລະ ເປັນເອກະລັກສະເພາະຂອງ ຫວຽດນາມ; ໄດ້ຮັບການຮັບຮອງວ່າແມ່ນເຂດປູຊະນີຍະສະຖານລະດັບຊາດນັບແຕ່ປີ 1998.
TAG
VOV/VOVworld/
Related








