VOV WorldVOV World
ສັງລວມການຝຶກຊ້ອມການເດີນຂະບວນ, ສວນສະໜາມກ້ອນກຳລັງເທື່ອທີ 3: ປະກົດມີກຸ່ມກ້ອນກຳລັງພາຫະນະພິເສດໃໝ່
17/08/2025 16:01
(VOVWORLD) - ການປະກົດຕົວຂອງກຸ່ມກ້ອນກຳລັງພາຫະນະພິເສດສະເພາະໃນການຕໍ່ສູ້ຕ້ານກໍ່ການຮ້າຍແມ່ນຈຸດພົ້ນເດັ່ນໃນການຝຶກຊ້ອມລວມເທື່ອທີ 3 ຂອງບັນດາກຳລັງເຂົ້າຮ່ວມການເດີນຂະບວນ, ສວນສະໜາມກ້ອນກຳລັງ, ກະກຽມໃຫ້ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ.
ສັງລວມການຝຶກຊ້ອມການເດີນຂະບວນ, ສວນສະໜາມກ້ອນກຳລັງເທື່ອທີ 3: ປະກົດມີກຸ່ມກ້ອນກຳລັງພາຫະນະພິເສດໃໝ່
ວັນທີ 13 ສິງຫາ, ຢູ່ສູນຝຶກຊ້ອມການທະຫານແຫ່ງຊາດເລກ 4 (ຮ່າໂນ້ຍ), ອະນຸກຳມະການເດີນຂະບວນ, ສວນສະໜາມກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດປະເທດ ສສ.ຫວຽດນາມ ໄດ້ດຳເນີນການຝຶກຊ້ອມລວມເທື່ອທີ 3 ດ້ວຍບັນດາກຳລັງປະກອບອາວຸດປະຊາຊົນ. ບັນດາຜູ້ແທນເຂົ້າຮ່ວມການຝຶກຊ້ອມລວມ. ມີນັກຮົບກຳລັງປະກອບອາວຸດກວ່າ 16.000 ຄົນສືບຕໍ່ດຳເນີນການຝຶກຊ້ອມລວມໃນຄັ້ງນີ້. ການຝືກຊ້ອມລວມມີ 2 ພາກ: ປະຕິບັດບັນດາເນື້ອໃນພິທີກຳ, ພິທີກຳຂອງພັກ, ລັດ ແລະ ພາກເດີນຂະບວນ, ສວນສະໜາມກ້ອນກຳລັງ. ສາກການສະແດງທີ່ໜ້າປະທັບໃຈມື້ຝຶກຊ້ອມລວມເທື່ອທີ 3 ແມ່ນຜົນງານຈາກການຝຶກຊ້ອມຂອງບັນດານັກຮົບ. ການຝຶກຊ້ອມລວມເທື່ອທີ 3 ສືບຕໍ່ນຳສະເໜີສາກການສະແດງຕະການຕາຂອງບັນດາລະບົບອາວຸດທີ່ທັນສະໄໝ. ສິ່ງທີ່ໜ້າສົນໃຈ, ເປັນຄັ້ງທຳອິດທີ່ມີການເຂົ້າຮ່ວມຂອງກຸ່ມກ້ອນກຳລັງພາຫະນະພິເສດສະເພາະຕໍ່ສູ້ຕ້ານການກໍ່ການຮ້າຍຂອງກຳລັງຕຳຫຼວດປະຕິບັດງານພິເສດ. ນອກນັ້ນ, ກຸ່ມກ້ອນກຳລັງລົດຕຳຫຼວດຈະລາຈອນກໍ່ມີການປ່ຽນແປງໃນການຝຶກຊ້ອມລວມເທື່ອທີ 3 ເມື່ອທຽບໃສ່ການຝືກຊ້ອມຄັ້ງກ່ອນ. ຕາມແຜນການ, ບັນດາກຳລັງເດີນຂະບວນ, ສວນສະໜາມກ້ອນກຳລັງ ຈະມີການຝຶກຊ້ອມອີກເທື່ອໜຶ່ງຢູ່ສູນຝຶກຊ້ອມການທະຫານແຫ່ງຊາດເລກ 4 ກ່ອນທີ່ຈະເຂົ້າຮ່ວມການກວດກາເບື້ອງຕົ້ນ, ຊ້ອມໃຫຍ່ຄັ້ງສຸດທ້າຍຢູ່ສະໜາມຫຼວງ ບາດິ່ງ. ທ່ານ ຫງວຽນຈ້ອງເງັ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳສູນກາງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງຊາດໃນໄລຍະ 3 ປີ 2023 – 2025 ກ່າວຄຳເຫັນໃຫ້ກຳລັງໃຈບັນດາກຳລັງພາຍຫຼັງການຝຶກຊ້ອມລວມ. ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ພ້ອມກັບທ່ານນາງ ບຸຍທິມິງຮ່ວາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ມອບຂອງຂວັນໃຫ້ບັນດານັກຮົບທີ່ເຂົ້າຮ່ວມການຝຶກຊ້ອມລວມ.