ຊົມວິວຖະໜົນທະເລ ກຸຍເຍິນ ຂອງ ຢາລາຍ ທີ່ເຫຼື້ອມຍິບຍັບໃນຍາມກາງຄືນ
20/07/2025 13:27
(VOVWORLD) - ເມື່ອດວງຕາເວັນຕົກດິນ, ຄ່ອຍຽລັດຂອບຟ້າ, ຖະໜົນທະເລ ຢາລາຍ ຖືກປົກຄຸມໄປດ້ວຍລະບົບແສງສີຫຼາກຫຼາຍຍິບຍັບທີ່ໜ້າມະຫັດສະຈັນ ແຕ່ສະຫງົບງຽບ, ຄຶກຄື້ນ ແຕ່ລຽບງ່າຍໃນທ່າມກາງລົມຫາຍໃຈຂອງຊີວິດ.

ຖະໜົນທະເລ ກຸຍເຍິນ, ຢາລາຍ ຍາມແລງ (ນະຄອນ ກຸຍເຍິນ, ແຂວງບິ່ງດິ້ງເກົ່າ) ນີ້ກໍແມ່ນຈຸດປ່ຽນເວລາລະຫວ່າງວັນກັບຄືນໃນຖະໜົນທະເລ ແສງໄຟສ່ອງລົງຫາດຊາຍທະເລ ສ້າງເປັນແຖບຜ້າໄໝທີ່ເຫຼືອມຍິບຍັບ ບັນດາຜູ້ຄົນຍ່າງເລາະ ແລະ ລະຫຼີ້ນໃນສະພາບອາກາດທີ່ປອດໂປ່ງ ຮູບພາບທົ່ວນະຄອນ ກຸຍເຍິນ ຖືກປົກຄຸມໄປດ້ວຍແສງໄຟຍິບຍັບ ຖະໜົນທະເລຍາມກາງຄືນ ດ້ວຍຄວາມງາມທີ່ຂະຫຍັນຂັນເຄື່ອນ, ທັນສະໄໝ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມ ເບິ່ງຈາກມູມສູງ, ແສງໄຟຄືໄດ້ແຕ້ມແຜນຜັງຂອງນະຄອນ ຖະໜົນທະເລນັບມື້ນັບກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ດຶງດູດແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ
TAG
VOV/VOVworld/
Related








