ຖະໜົນຮ່າງມ໊າ ຕ້ອນຮັບວັນບຸນ ຄຼິດສະມາດ ຢ່າງຟົດຟື້ນ
14/12/2024 13:10
(VOVWORLD) - ເມື່ອວັນບຸນຄຼິດສະມາດວຽນມາ, ບັນຍາກາດຂອງວັນບຸນຍາມທ້າຍປີເຕັມທົ່ວຖະໜົນຫົນທາງ - ພິເສດແມ່ນຢູ່ຖະໜົນຮ່າງມ໊າ, ເມືອງຮວ່ານກຽມ - ຮ່າໂນ້ຍ.

ໃນຊຸມມື້ນີ້, ຖະໜົນຮ່າງມ໊າ ຟົດຟື້ນໄປດ້ວຍສີສັນຂອງບັນດາເຄື່ອງຫຼິ້ນປະດັບປະດາຍາມວັນບຸນ ຄຼິດສະມາດ. ມີຫຼາຍຮ້ານຂາຍເຄື່ອງໄດ້ລົງທຶນໃຫ້ແກ່ການໂຄສະນາ ດ້ວຍການປະດັບປະດາຢ່າງງົດງາມເພື່ອດຶງດູດລູກຄ້າ. ມີຫຼາຍຮ້ານຂາຍເຄື່ອງໄດ້ລົງທຶນໃຫ້ແກ່ການໂຄສະນາ ດ້ວຍການປະດັບປະດາຢ່າງງົດງາມເພື່ອດຶງດູດລູກຄ້າ. ເຄື່ອງປະດັບທີ່ຂາດບໍ່ໄດ້ໃນວັນບຸນນີ້ນັ້ນແມ່ນ: ຕົ້ນແປກ (ຕົ້ນຄຼິດສະມາດ), ພວງມາໄລແຫ່ງໄຊຊະນະ, ໂບຊະນິດຕ່າງໆ, ຕຸກກະຕາຊັນຕາຄອສ (Santa Claus)… ໄດ້ວາງຂາຍໂດຍມີຫຼາກຫຼາຍຮູບແບບ. ຕາມການແບ່ງປັນຂອງບັນດາເຈົ້າຂອງຮ້ານແລ້ວ, ໃນປີນີ້ປະຊາຊົນຊື້ເຄື່ອງຫຼຸດລົງຍ້ອນຄວາມຈຳກັດຂອງເຂົາເຈົ້າໃນການໃຊ້ຈ່າຍ, ການປະດັບປະດາມີຫຼາຍຮູບແບບ, ລາຄາເໝາະສົມ, ບໍ່ເພີ່ມຂຶ້ນເມື່ອທຽບໃສ່ປີ 2023. ມີເຄື່ອງປະດັບປະດາຫຼາຍຢ່າງທີ່ມີ Style ເອີລົບ ແບບຄຼາດສິກ ໄດ້ວາງຂາຍເພື່ອແນໃສ່ຮັບໃຊ້ຄວາມນິຍົມຂອງລູກຄ້າແຕ່ລະຄົນ. ພິເສດ, ເຄື່ອງປະດັບປະດາໃນວັນບຸນ ຄຼິດສະມາດ ປີ 2024 ໄດ້ຮັບການຕີລາຄາວ່າເປັນມິດກັບສິ່ງແວດລ້ອມ, ຍ້ອນສ່ວນຫຼາຍໄດ້ເຮັດຈາກໄມ້ ແລະ ແພ. ບັນດາຕຸກກະຕາ Santa Claus ມີລາຄາແຕ່ 300.000 – 1.000.000 ດົ່ງ/ຜະລິດຕະພັນ. ມີຫຼາຍຄອບຄົວໄປຊື້ເຄື່ອງປະດັບປະດາວັນບຸນຄຼິດສະມາດ ເພື່ອນໜຸ່ມຮູ້ສຶກຈັບໃຈເມື່ອໄປເລາະ, ຊື້ເຄື່ອງ, ຖ່າຍຮູບ (ພາບ: VTCnews) ມີແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນ ໄດ້ຖ່າຍຮູບຢູ່ຖະໜົນຮ່າງມ໊າ (ພາບ: VTCnews) ປັດຈຸບັນ, ຢູ່ຫວຽດນາມ, ວັນບຸນຄຼິດສະມາດບໍ່ພຽງແຕ່ແມ່ນວັນບຸນສະແດງຄວາມຮູ້ບຸນຄຸນຂອງຜູ້ຖືສາສະໜາກາໂຕລິກເທົ່ານັ້ນ ຫາກຍັງແມ່ນໂອກາດພິເສດເພື່ອໃຫ້ບັນດາຄອບຄົວ, ພໍ່ແມ່ພີ່ນ້ອງ, ເພື່ອນມິດ,ຍາດພີນ້ອງເຕົ້າໂຮມກັນອີກດ້ວຍ. (ພາບ: kinhtedothi.vn)
TAG
VOV/VOVworld/
Related








