VOV WorldVOV World
ວັງກຽນຈຸງ ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ
07/02/2024 15:24
(VOVWORLD) - ພາຍຫຼັງການປະຕິສັງຂອນ ແລະ ຟື້ນຟູມາເປັນເວລາຫຼາຍປີ, ວັງກຽນຈຸງ ຢູ່ໃນ ພະລາຊາວັງ ເຫ້ວ ຈະເປີດປະຕູຕ້ອນຮັບແຂກ ໃນໂອກາດບຸນເຕັດປີມະໂລງ 2024
ວັງກຽນຈຸງ ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ
ວັງກຽນຈຸງ ແມ່ນເຂດໜຶ່ງຢູ່ພາຍໃນ ເຂດພາວະລາວັງ, ໂດຍເຈົ້າຊີວິດ ຂາຍດິງ ອະນຸຍາດໃຫ້ກໍ່ສ້າງໃນປີ 1921 – 1923. ນີ້ແມ່ນບ່ອນຢູ່ຫຼັກຂອງເຈົ້າຊີວິດ. ວັງ ກຽນຈຸງ ແມ່ນກິດຈະກຳທີ່ມີເອກະລັກສະເພາະຢູ່ພາຍໃນເຂດ ພາວະຊາວັງ, ມີສະຖາປັດຕະຍາກຳໃນແບບຂອງຝລັ່ງ, ອີຕາລີ ແລະ ຂອງ ຫວຽດນາມທີ່ເກົ່າແກ່. ວັນທີ 6 ກຸມພາ, ທ່ານຮ່ວາງວຽດຈຸງ, ຫົວໜ້າສູນອະນຸລັກຮັກສາປູສະນີຍະສະຖານກຸງເກົ່າເຫ້ວ ໃຫ້ຮູ້ວ່າ ໂຄງການປະຕິສັງຂອນ, ຟື້ນຟູ ວັງກຽນຈຸງ ໄດ້ປະຕິບັດກໍ່ສ້າງສຳເລັດ ແລ້ວ. ປີ 2019, ສູນອະນຸລັກຮັກສາ ກຸງເກົ່າເຫ້ວ ໄດ້ເລີ່ມຕົ້ນໂຄງການຟື້ນຟູວັງກຽນຈຸງ ດ້ວຍຍອດເງິນໃຊ້ຈາຍກ່ວາ 123 ຕື້ ດົ່ງ. ວັງກຽນຈຸງ ໂດຍເຈົ້າຊີວິດຂາຍດິງກໍ່ສ້າງແຕ່ປີ 1921 – 1923 ເພື່ອເປັນບ່ອນຮ່ວມຊີວິດຂອງເຈົ້າຊີວິດໃນພາລະຊາວັງ ຂັ້ນໄດຂຶ້ນຊັ້ນ2, ປັດຈຸບັນ ມີພຽງແຕ່ຊັ້ນ 1 ທີ່ໄດ້ຮັບການເປີດວາງສະແດງໃຫ້ເຂົ້າຊົມ. ຄວາມງາມດ້ານໃນພາລະຊາວັງ ດ້ານໃນພາລະຊາວັງ ກຽນຈຸງ ໄດ້ຮັບການຈັດວາງວັດຖຸພັນບູຮານ ທີ່ຕິດພັນກັບປະຫວັດຄວາມເປັນມາຂອງວັງ. ວັດຖຸພັນຕ່າງໆໃນຍຸກເຈົ້າຊີວິດ ຂາຍດິ້ງ, ເຈົ້າຂອງວັງນີ້ ຖືກວາງສະແດງຢູ່ຊັ້ນ 1. ວໍໜ່ວຍໜຶ່ງທີ່ເຈົ້າຊີວິດເຄີຍໃຊ້ກໍຖືກວາງສະແດງຢູ່ທີ່ນີ້. ໃນໂອກາດບຸນເຕັດປີ 2024, ເປັນຄັ້ງທຳອິດທີ່ ວັງກຽນຈຸງ ເປີດປະຕູຕ້ອນຮັບແຂກມາຢ້ຽມຊົມ. ນະທີ່ນີ້, ຈະຈັດວາງວັດຖຸພັນຕ່າງໆ, ແນະນຳບັນດາເລື່ອງລາວທີ່ກ່ຽວຂ້ອງ.
TAG
VOV/VOVworld/

More