VOV WorldVOV World
ຢ້ຽມຢາມສະຖານທີ່ປະທານໂຮ່ຈິມີນຮຽບຮຽງບົດຖະແຫລງປະກາດເອກະລາດສະຖາປະນາປະເທດຫວຽດນາມ
01/09/2017 03:46
(VOVWORLD) - ເຮືອນເລກທີ 48 ຖະຫນົນ ຮ່າງງາງ ນອນໃນຄຸ້ມຖະຫນົນເກົ່າຂອງນະຄອນຫລວງ ຮ່າໂນ້ຍ, ຊື່ງແມ່ນຫນຶ່ງໃນບັນດາຖະຫນົນຄ້າຂາຍຢ່າງຄັບຄາຫນາແຫນ້ນກວ່າໝູ່ຢູ່ ຮ່າໂນ້ຍ ໃນໄລຍະກ່ອນມາຮອດປະຈຸບັນ. ຢູ່ ເຮືອນຫລັງນີ້ ໃນຊຸມມື້ທ້າຍເດືອນສິງຫາປີ 1945, ທ່ານປະທານໂຮ່ຈິມີນ ໄດ້ຮຽບຮຽງບົດຖະແຫລງປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ. ເຮືອນຫລັງນີ້ ປະຈຸບັນ ຍັງຮັກສາບັນດາວັດຖຸພັນທີ່ລະນຶກ, ຮ່ອງຮອຍປະຫວັດສາດທີ່ຕິດພັນກັບປະທານໂຮ່ຈິມີນໄວ້ຢູ່.
   ເຮືອນເລກທີ 48 ຖະຫນົນ ຮ່າງງາງ ແມ່ນບ່ອນທີ່ໄວ້ເນື້ອເຊື່ອໃຈຂອງການປະຕິວັດ   ໃນຊຸມມື້ການປະຕິວັດເດືອນສິງຫາປີ 1945 (ແຕ່ວັນທີ 25 ສິງຫາ ຮອດວັນທີ 2 ກັນຍາປີ 1945, ເຮືອນຫລັງນີ້ໄດ້ເລືອກເຟັ້ນແມ່ນບ່ອນຢູ່ ແລະ ເຮັດວຽກຂອງປະທານໂຮ່ຈິມີນ.  ໃນເຮືອນຫລັງນີ້ ປະທານໂຮ່ຈິມີນ ໄດ້ຮຽບຮຽງ ແລະ ພ້ອມກັບພະນັກງານສູນກາງພັກ ຮັບຮອງເອົາເນື້ອໃນບົດຖະແຫລງປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ.     ຫ້ອງພັກຜ່ອນຂອງປະທານໂຮ່ຈິມີນ    ຕຽງນອນຂອງປະທານໂຮ່ຈິມີນ   ໂຕະຕັ່ງ ບ່ອນປະທານໂຮ່ຈິມີນ ຮຽບຮຽງບົດຖະແຫລງເອກະລາດ    ຢູ່ທາງນອກແມ່ນຫ້ອງຮັບແຂກທີ່ລຽບງ່າຍ     ບັນດາວັດຖຸພັນທີ່ລະນຶກໄດ້ຮັບການຮັກສາໄວ້ຄືໃນເວລາປະທານໂຮ່ຈິມີນ ຍັງຢູ່ທີ່ນີ້   ບ່ອນນີ້ ປະທານໂຮ່ຈິມີນ ແລະ ບັນດາກຳມະການສູນກາງພັກ ໄດ້ປະຊຸມ ແລະເຮັດວຽກ   ເຂດປູຊະນີຍະສະຖານໄດ້ດຶງດູດແຂກ ແລະນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມ, ຄົ້ນຄ້ວາເປັນຈຳນວນຫລວງຫລາຍ           ຊຸດ ກາກີ ຊື່ງປະທານໂຮ່ຈິມີນ ນຸ່ງໃນພິທີອ່ານບົດຖະແຫລງເອກະລາດເມື່ອວັນທີ 2 ກັນຍາປີ 1945   ປີ 1979 ເຮືອນເລກທີ 48 ຖະຫນົນ ຮ່າງງາງ ໄດ້ຮັບການຮັບຮອງວ່າແມ່ນປູຊະນີຍະສະຖານປະຫວັດສາດແຫ່ງຊາດ
TAG
VOV/VOVworld/ເຮືອນ​ເລກ​ທີ 48