ແນະນຳບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງຂອງຫວຽດນາມໃນໄລຍະເກີດໂລກລະບາດໂຄວິດ - 19
15/07/2021 09:22
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວ 362 ສະບັບແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດແລະເຂດແຄວ້ນ, ໃນນັ້ນລາຍການພາກພາສາລາວໄດ້ຮັຈົດໝາຍ 12 ສະບັບດ້ວຍຫຼາຍຄຳແບ່ງປັນແລະຄຳຖາມທີ່ຈັບອົກຈັບໃຈກ່ຽວກັບບັນດາແນວຄວາມຄິດທີ່ມີຫົວຄິດປະດິດສ້າງຂອງຫວຽດນາມໃນໄລຍະເກີດໂລກລະບາດໂຄວິດ - 19.
ຂ່າວ, ບົດກ່ຽວກັບບັນດາການເຄື່ອນໄຫວທາງການທູດ, ການພົບປະແລກປ່ຽນ ແລະ ການຊ່ວຍເຫຼືອລະຫວ່າງສອງຝ່າຍ ຫວຽດນາມ ແລະ ລາວ ຍາມໃດກໍແມ່ນຫົວຂໍ້ທີ່ດຶງດູດຄວາມສົນໃຈຈາກທ່ານຜູ້ຟັງເປັນຈຳນວນຫຼາຍ, ພິເສດແມ່ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ເຖິງວ່າ ເຫດການດັ່ງກ່າວຜ່ານໄປໄດ້ 2 ອາທິດ ແລ້ວກໍຕາມ ແຕ່ທາງລາຍການພາກພາສາ ລາວ ຍັງສືບຕໍ່ໄດ້ຮັບຈົດໝາຍຂອງທ່ານຜູ້ຟັງ ຫງວຽນແທັງຫາຍ ຢູ່ ແຂວງ ບັກຢາງ ທີ່ມີຄວາມສົນໃຈກ່ຽວກັບເຫດການດັ່ງກ່າວ, ເພິ່ນໄດ້ຂຽນມາວ່າ : “ ຂອບ ໃຈ ທາງ ລາຍ ການ ພາກ ພາ ສາລາວ ທີ່ ໄດ້ ໃຫ້ ຂ່າວ ກ່ຽວ ກັບ ບັນ ດາ ການ ເຄື່ອນ ໄຫວ ໃນ ການ ຢ້ຽມ ຢາມ ສັນ ຖະ ວະ ໄມ ຕີ ຫວຽດ ນາມ ຂອງ ທ່າ ນ ເລ ຂາ ທິ ການ ໃຫຍ່ , ປະ ທານ ປະ ເທດ ລາວ ທອ ງ ລຸນ ສີ ສຸ ລິດ ຢ່າງ ຄົບ ຖ້ວນ , ທັນ ການ ພ້ອມ ດ້ວຍ ຕົວ ເລກ ສະ ຖ ິ ຕິ ກ່ຽວ ກັບ ການ ເຄື່ອນ ໄຫວ ແລກ ປ່ຽນ ການ ຄ້າ ລະ ຫວ່າງ ສອງ ປະ ເທດ ອີກ ດ້ວຍ ”. ຈາກນັ້ນ, ທາງລາຍການພາກພາສາລາວ ຍັງໄດ້ຮັບການແບ່ງປັນຄວາມໃນໃຈຂອງ ທ່ານ ດາວວຽງ, ຢູ່ນະຄອນຫຼວງ ວຽງຈັນ ຫຼັງຈາກທີ່ທ່ານຮັບຊົມພາບສາລະຄະດີ “ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນ”. ທ່ານ ດາວວຽງ ໄດ້ແບ່ງປັນວ່າ : “ ຫວຽດ ນາມ ມີ ຫຼາຍທັດ ສະ ນີ ສະ ພາບທີ່ ສວຍ ງາມ ແທ້ ! ຂ້າ ພະ ເຈົ້າ ໄດ້ ໄປ ທ່ຽວ ຮ່າ ໂນ້ຍ ແລະ ຮະ ລອງ ແລ້ວ , ງາມ ອີຫຼີ . ຫວັງ ວ່າ ໂລກ ລະ ບາດ ຈະ ຖືກ ຍູ້ ຖ ອຍ ໄປ ໂດ ຍ ໄວ ເພື່ອໃຫ້ຂ້າພະເຈົ້າ ກໍຄືນັກທ່ອງທ່ຽວຄົນອື່ນມີໂອກາດໄດ້ໄປ ຄົ້ນ ຫາ ບັນ ດາ ສະ ຖານ ທີ່ ທ່ອງ ທ່ຽວ ທັງ ໝົດໃນ ພາບ ສາ ລະ ຄະ ດີ ນີ້ ”.
TAG
VOV/VOVworld/ລົດໂອໂຕ/ກາບິນສົ່ງຄົນເຈັບ/ໂຄວິດ - 19
Related
More








