ແນະນຳກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ບູຊາບັນດາເຈົ້າຊີວິດ ຮຸ່ງ
16/04/2026 09:11
[VOVWORLD] - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 415 ສະບັບ ໄດ້ສົ່ງມາຍັງ VOV5, ະເພາະລາຍການພາສາລາວ ໄດ້ຮັບຈົດໝາຍຈາກທ່ານຜູ້ຟັງລາວ 25 ສະບັບ.

ພາຍຫຼັງປ່ຽນໜ້າເວັບໄຊ vovworld.vn ໃໝ່, ພວກຂ້າພະເຈົ້າໄດ້ຮັບຫຼາຍຄຳເຫັນປະກອບທີ່ຕັ້ງໜ້າຈາກທ່ານຜູ້ຟັງ, ຜູ້ອ່ານຄື: ເພື່ອນ ຄຳສີ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: “ຂ້າພະເຈົ້າມັກໜ້າໃໝ່ຂອງເວັບໄຊ, ງາມ ແລະ ເບິ່ງທັນສະໄໝທີ່ສຸດ”. ຈາກ ອິນເດຍ, ເພື່ອນ Najimuddin ໄດ້ສົ່ງຈົດໝາຍເຖິງລາຍການກະຈາຍສຽງພາກພາສາ ຍີ່ປຸ່ນ ໂດຍໃຫ້ຮູ້ວ່າ: “ໜ້າໃໝ່ຂອງເວັບໄຊງາມຫຼາຍ, ຜ່ານເວັບໄຊ vovworld.vn, ຂ້າພະເຈົ້າມີຄວາມເຂົ້າໃຈຫຼາຍຢ່າງກ່ຽວກັບ ຫວຽດນາມ ຕື່ມອີກ. ຂ້າພະເຈົ້າມັກຄໍລຳຂ່າວຕ່າງປະເທດ ແລະ ຄົ້ນຫາ ຫວຽດນາມ ທີ່ສຸດ ຍ້ອນມີຫຼາຍຂໍ້ມູນທີ່ເປັນໜ້າເຊື່ອຖື ແລະ ຈັບໃຈ”. ສ່ວນເພື່ອນ ຄຳປະເສີດ ຢູ່ແຂວງ ໄຊສົມບູນ ໄດ້ຂຽນມາວ່າ: “ຜ່ານການຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn, ຂ້າພະເຈົ້າ ມັກແບບວິທີພັດທະນາການທ່ອງທ່ຽວຂອງ ຫວຽດນາມ ທີ່ສຸດ. ຂ້າພະເຈົ້າ ຫາກໍ່ກັບມາຈາກ ດ່າໜັງ ແລະ ໂຮ້ຍອານ ກ່ອນນີ້ 2 – 3 ອາທິດ ເຊິ່ງ ເຫັນວ່າ ຢູ່ ຫວຽດນາມ ມີຫຼາຍຜະລິດຕະພັນທ່ອງທ່ຽວທີ່ຈັບໃຈ ແລະ ດູດດື່ມ, ໂດຍສະຫຼັບສັບຊ້ອນຫຼາຍກິດຈະກຳເຂົ້າກັນ ນັບແຕ່ວັດທະນະທຳ, ສິລະປະ, ກິລາ, ການຄ້າ… ທັງມີລັກສະນະທີ່ເປັນມູນເຊື້ອ ທັງທັນສະໄໝ ແລະ ມີຫຼາຍຮູບຫຼາຍສີ”. ບັນດາຜູ້ຈັດທຳລາຍການພວກຂ້າພະເຈົ້າ ຮູ້ສຶກດີໃຈທີ່ສຸດ ເມື່ອໄດ້ຮັບຈົດໝາຍ ແລະ ຄຳແບ່ງປັນຈາກທ່ານຜູ້ຟັງ, ຜູ້ອ່ານ. ຂອບໃຈທຸກໆທ່ານທີ່ໄດ້ໃຫ້ການສະໜັບສະໜູນ, ຕິດຕາມ ແລະ ຝາກຈົດໝາຍມາຍັງລາຍການ. ພວກຂ້າພະເຈົ້າກໍຫວັງຢ່າງຍິ່ງວ່າ ພວກທ່ານຈະເປັນຂົວຕໍ່ຊ່ວຍໃຫ້ຄື້ນກະຈາຍສຽງຂອງ VOV ໄດ້ແຜ່ກະຈາຍໄປໄກກວ່າ, ຊ່ວຍແນະນຳເຖິງມະຫາຊົນຫຼາຍຄົນໃຫ້ໄດ້ຮູ້ຈັກເຖິງ ແລະ ປະກອບສ່ວນເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ, ກ່ຽວກັບສາຍພົວພັນມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ. ເນື່ອງໃນໂອກາດບຸນປີໃໝ່ລາວ ພສ. 2569, ພວກຂ້າພະເຈົ້າຂໍຝາກຄຳອວຍພອນໄຊອັນປະເສີດມາຍັງທຸກໆທ່ານ. ໃນປີໃໝ່ນີ້ ຂໍອວຍພອນໃຫ້ທ່ານ ພ້ອມດ້ວຍຄອບຄົວ ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ການງານ. ເພື່ອສືບຕໍ່ລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຈຳນວນໜຶ່ງ ທີ່ຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ. ກ່ອນອື່ນໝົດ, ແມ່ນຈົດໝາຍຂອງເພື່ອນ ຄຳສີ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອນຢາກຊອກຮູ້ກ່ຽວກັບວັນບຸນໄຫວ້ບູຊາບັນດາເຈົ້າຊີວິດ ຮຸ່ງ. den-hung-gio-to-hung-vuong_1.jpg
TAG
VOV/VOVWORLD/ກ້ວຍ Cavendish/ວັນບຸນໄຫວ້ບູຊາບັນດາເຈົ້າຊີວິດ ຮຸ່ງ
Related
More








