ແນະນຳກ່ຽວກັບສິລະປະຟ້ອນຕຸກກະຕານ້ຳຂອງ ຫວຽດນາມ
05/03/2026 06:47
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 441 ສະບັບ ໄດ້ສົ່ງມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ໄປຄຽງຄູ່ກັບບັນດາຄຳອວຍພອນປີໃໝ່, ພວກເຮົາຍັງໄດ້ຮັບຄຳແບ່ງປັນຂອງບັນດາຜູ້ຟັງກ່ຽວກັບເນື້ອໃນລາຍການກະຈາຍສຽງກ່ຽວກັບບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ 2026 ແລະ ພາບສາລະຄະດີທີ່ໄດ້ເອົາລົງໃນໂອກາດບຸນເຕັດນີ້ອີກດ້ວຍ, ລະອຽດດັ່ງນີ້: ເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ແບ່ງປັນວ່າ: “ເມື່ອຕິດຕາມບັນດາລາຍການກະຈາຍສຽງໃນຊ່ວງເວລາບຸນເຕັດຂອງ VOV, ຂ້າພະເຈົ້າຮູ້ສຶກໄດ້ເຖິງການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງປະຊາຊົນ ຫວຽດນາມ, ພິເສດແມ່ນຜູ້ທີ່ຖືກຜົນກະທົບຈາກພາຍຸນ້ຳຖ້ວມ. ຂ້າພະເຈົ້າມັກບັນດາສາລະຄະດີກ່ຽວກັບການເຊື່ອມໂຍງວັດທະນະທຳ ຫວຽດນາມ ທີ່ສຸດ, ມັນເຮັດໃຫ້ຂ້າພະ ເຈົ້າ ຢາກໄປທ່ຽວຊົມ, ຄົ້ນຫາ ຫວຽດນາມ ຫຼາຍກວ່າອີກ”. ໃນຂະນະນັ້ນ, ເພື່ອນ ຈິນດາ ກໍຢູ່ນະຄອນຫຼວງ ວຽງຈັນ ພັດມີຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ພາບສາລະຄະດີ ສີສັນລະດູບານໃໝ່ ທັງລອງ ຮ່າໂນ້ຍ, ເພື່ອນແບ່ງປັນວ່າ: “ການວາດພາບຫວນຄືນ ແລະ ຈັດບັນດາງານບຸນປະເພນີທີ່ ຫວຽດນາມ ກຳລັງເຮັດໃນ ປັດ ຈຸບັນແມ່ນມີຄວາມໝາຍທີ່ສຸດ. ເພື່ອນໜຸ່ມຄືພວກຂ້າພະເຈົ້າກໍມີຄວາມປາດຖະໜາຢາກຮູ້ ແລະ ເຂົ້າໃຈກ່ຽວກັບບັນດາຮີດຄອງປະເພນີ, ງານບຸນໃນເມື່ອກ່ອນເພື່ອສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍ”.
TAG
VOV/VOVworld/ຟ້ອນຕຸກກະຕານ້ຳ/ງານບຸນວັດທະນະທຳ
Related








