ແນະນຳກ່ຽວກັບການພິຊິດ ຟານຊີປັງ
20/11/2025 10:10
(VOVWORLD) - ໃນອາທິດຜ່ານມາ, ຈົດໝາຍທັງໝົດ 413 ສະບັບ ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 19 ສະບັບ

ໃນອາທິດຜ່ານມາ, ຜູ້ຟັງ ເລກວາງບິກ, ອາຈານສອນຢູ່ ວິທະຍາຄານວິທະຍາສາດການທະຫານ ຫວຽດນາມ ໄດ້ແບ່ງປັນວ່າ: “ຂ້າ ພະ ເຈົ້າ ມັ ກ ຟັງ ບັນ ດາ ລາຍ ການ ກະ ຈາຍ ສຽງ ພາກ ພາ ສາ ລາວ ທີ່ ສຸດ , ນັບ ແຕ່ ຄໍ ລຳ ສະ ຖາ ນະ ການ ການ ເມືອງ , ເສດ ຖະ ກິດ , ວັດ ທະ ນະ ທຳ , ຄົ້ນ ຫາ ຫວຽດ ນາມ ຕະ ຫຼອດ ຮອດ ຄໍ ລຳ ໂອ້ ລົມ ກັບ ເພື່ອນ ລາວ. ນີ້ ແມ່ນ ບັນ ດາ ແຫຼ່ງ ຂໍ້ ມູນ ທີ່ ເປັນ ປະ ໂຫຍດ ແລະ ແມ່ນ ຊ່ອງ ທາງ ເພື່ອ ໃຫ້ ຂ້າ ພະ ເຈົ້າ ຝຶກ ແປ ພາ ສາ ຫວຽດ - ລາວ , ລາວ - ຫວຽດ”. ພວກຂ້າພະເຈົ້າດີໃຈຫຼາຍເມື່ອອ່ານຄຳແບ່ງປັນຂອງເພື່ອນ. ນີ້ແມ່ນແຫຼ່ງກຳລັງໃຈຢ່າງໃຫຍ່ຫຼວງເພື່ອໃຫ້ບັນດາບັນນາທິການຂອງລາຍການພາກພາສາລາວ ສືບຕໍ່ຜະລິດຫຼາຍລາຍການທີ່ໜ້າຈັບອົກຈັບໃຈກວ່າ. ພວກຂ້າພະເຈົ້າກໍຫວັງວ່າ ທ່ານຈະສືບຕໍ່ແບ່ງປັນ, ປະກອບຄຳເຫັນໃຫ້ແກ່ລາຍການຂອງພວກຂ້າພະເຈົ້ານັບມື້ນັບອຸດົມສົມບູນ ແລະ ນຳມາເຊິ່ງແຫຼ່ງຂໍ້ມູນທີ່ເປັນປະໂຫຍດໄປເຖິງມະຫາຊົນນັບມື້ນັບຫຼາຍກວ່າອີກ. ໃນຈຳນວນຈົດໝາຍກວ່າ 400 ສະບັບຂອງຜູ້ຟັງມາຈາກ 31 ປະເທດ ທີ່ໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ເພື່ອນ Juan Diez ຢູ່ ແອັດສະປາຍ ໄດ້ສະແດງຄວາມຊົມເຊີຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສ້າງໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນກິນນອນຊົນເຜົ່າໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ເຂດຊາຍແດນ. ທ່ານກໍເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ, ພິເສດແມ່ນສາຍພົວພັນຮ່ວມມືອັນດີງາມຂອງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງຄື ຈີນ ແລະ ລາວ ແມ່ນປັດໄຈແກ່ນສານເພື່ອສ້າງທະວີບ ອາຊີ ທີ່ວັດທະນາຖາວອນ ແລະ ຍືນຍົງ. ສືບຕໍ່ລາຍການ, ຕໍ່ໄປນີ້ ພວກຂ້າພະເຈົ້າຈະຕອບບັນດາຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ. ເພື່ອນ ຄຳຫຼ້າ ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເຖິງລາຍການດ້ວຍຄຳຖາມລະອຽດດັ່ງນີ້: ຂ້າພະເຈົ້າຢາກພິຊິດຈອມພູ ຟານຊີປັງ. ຊ່ວງໄລຍະໃດໃນປີແມ່ນຈຸດເວລາເໝາະສົມທີ່ສຸດໃຫ້ແກ່ການເດີນທາງຄົ້ນຫາ ຟານຊີປັງ?
TAG
VOV/VOVworld/ຟານຊີປັງ/ເງິນລົງທຶນຕ່າງປະເທດ FDI
Related








