VOV WorldVOV World
ແນະ​ນຳ​ກ່ຽວ​ກັບພາເຂົ້າຂອງຊາວພາກເໜືອ ແລະ ພາກໃຕ້ຂອງ ຫວຽດນາມ ໃນ​ຍາ​ມ​ບຸນ​ເຕັດ
12/02/2026 16:59
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍ 454 ສະບັບໄດ້ຝາກມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 23 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳ​ກ່ຽວ​ກັບພາເຂົ້າຂອງຊາວພາກເໜືອ ແລະ ພາກໃຕ້ຂອງ ຫວຽດນາມ ໃນ​ຍາ​ມ​ບຸນ​ເຕັດ
ໃນ ທ່າມ ກາງ ບັນ ຍາ ກາດ ກະ ກຽມ ຕ້ອນ ຮັບ ລະ ດູ ບານ ໃໝ່ ປີ ມະ ເມຍ 2026, ພວກ ຂ້າ ພະ ເຈົ້າ ມີ ຄວາມ ປິ ຕິ ຊົມ ຊື່ນ ທີ່ ສຸດ ທີ່ ໄດ້ ຮັບ ຄຳ ອວ ຍ ພອນ ປີ ໃໝ່ ຈາກ ທ່ານ ຜູ້ ຟັງ , ຜູ້ ອ່ານຫຼາຍໆ ທ່ານ. ຕໍ່ ໄປ ນີ້ , ເຊີນ ທ່ານ ຮັບ ຟັງ ຄຳ ອວຍ ພອນ ປີ ໃໝ່ ຂອງ ທ່ານ ນາງ ຄຳ ເພົາ ເອີນ ທະ ວັນ ເອກ ອັກ ຄະ ລັດ ຖະ ທູດ ຜູ້ ມີ ອຳ ນາດ ເຕັມ ແຫ່ງ ສ ປ ປ.ລາວ ປະ ຈຳ ສສ.ຫວຽດ ນາມ ແລະ ເພື່ອນ ເພັດ ສະ ຫວັນ ພົມ ມະ ຈັກ ຢູ່ ນະ ຄອນຫຼວງ ວຽງ ຈັນ.       ນີ້ແມ່ນສອງໃນບັນດາຄຳອວຍພອນທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ, ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງໄດ້ຮັບຈົດໝາຍອວຍພອນຈາກເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ, ເພື່ອນ ຄຳຫຼ້າ ສີບຸນເຮືອງ ຢູ່ ຈຳປາສັກ, ເພື່ອນ ດາວສະຫວັນ, ເພື່ອນ ຈຽມສີ ຢູ່ ຄຳມ່ວນ…. ອີກດ້ວຍ. ບັນດາຄຳອວຍພອນອັນດີງາມນັ້ນ ແມ່ນແຫຼ່ງກຳລັງໃຈທີ່ໃຫຍ່ຫຼວງທີ່ສຸດ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ມານະພະຍາຍາມຜະລິດບັນດາລາຍການທີ່ມ່ວນ, ນຳເອົາບັນດາຂໍ້ມູນທີ່ເປັນປະໂຫຍດມາແນະນຳເຖິງບັນດາທ່ານຜູ້ຟັງ, ຜູ້ອ່ານ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍຂໍສະແດງຄວາມຂອບອົບຂອບໃຈຢ່າງຈິງໃຈ ມາຍັງທຸກໆທ່ານທີ່ໄດ້ສົນໃຈຕິດຕາມ ແລະ ສະໜັບສະໜູນລາຍການຂອງພວກຂ້າພະເຈົ້າໃນຕະຫຼອດໄລຍະຜ່ານມາ; ຂໍອວຍພອນໃຫ້ທຸກໆທ່ານ, ໂດຍສະເພາະແມ່ນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ລາວ ປີໃໝ່ນີ້ ຈົ່ງມີພາລະນາໄມສົມບູນ, ປາດຖະໜາສິ່ງໃຫ້ຂໍໃຫ້ໄດ້ສິ່ງນັ້ນ, ປະສົບຜົນສຳເລັດໃນທຸກໜ້າທີ່ການງານ ແລະ ສືບຕໍ່ເປັນມິດຂອງລາຍການ.   ສືບ ຕໍ່ ລາຍ ການ , ພວກເຮົາຂໍ ແນະ ນຳ ພາ ເຂົ້າ ໃນ ຍາມ ບຸນ ເຕັດ ຂອງຄົນ ຫວຽດ ນາມ ເພື່ອໃຫ້ຮູ້ວ່າ ໃນ ພາ ເຂົ້າ ຂອງ ຊາວ ພາກ ເໜືອ ແລະ ພາກ ໃຕ້ ຂອງ ຫວຽດ ນາມ ຈະ ມີ ຄວາມ ແຕກ ຕ່າງ ກັນ ແນວ ໃດ. ນີ້ ກໍ ແມ່ນ ເນື້ອ ໃນ ຄຳ ຕອບ ໃຫ້ແກ່ຄຳ ຖາມ ຂອງ ເພື່ອນ ຈັນ ທິ ມາ ຢູ່ ນະ ຄອນຫຼວງ ວຽງ ຈັນ ທີ່ ໄດ້ ຝາກ ເຖິງ ລາຍ ການ ໃນ ອາ ທິດ ຜ່ານ ມາ. ສໍາລັບຊາວ ຫວຽດນາມ ແລ້ວ, ພາເຂົ້າໃນຍາມບຸນເຕັດ ບໍ່ພຽງແຕ່ແມ່ນພາເຂົ້າແຫ່ງການເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນໂອກາດເຊື່ອມຕໍ່ມູນເຊື້ອ, ໂອກາດໃຫ້ລູກຫຼານຖະຫວາຍບູຊາສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ຄວາມມຸ່ງມາດປາດຖະໜາຂໍໃຫ້ປີໃໝ່ມີແຕ່ຄວາມສົມບູນພູນສຸກອີກດ້ວຍ. ໃນພາເຂົ້ານັ້ນ, ອາຫານແຕ່ລະເຍື່ອງ ລ້ວນແຕ່ມີຄວາມໝາຍຂໍໃຫ້ມີຄວາມສະຫງົບສຸກ, ອີ່ມໜຳສຳລານສົມບູນພູນສຸກ, ອັນໄດ້ສ່ອງແສງໃຫ້ເຫັນທັດສະນະຄະຕິ ແລະ ເງື່ອນໄຂດິນຟ້າອາກາດຂອງແຕ່ລະເຂດພາກ.  ສຳລັບຊາວພາກເໜືອ, ພາເຂົ້າໃນຍາມບຸນເຕັດ ຈະໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນດ້ວຍອາຫານຫຼາຍເຍື່ອງ, ເປັນຕົ້ນແມ່ນເຂົ້າຕົ້ມ, ຫົວບົ່ວດອງ, ໝູໜາວ, ຢໍ່, ແກງໜໍ່ໄມ້ແຫ້ງ, ຢໍ່ຈືນ…  ໃນຂະນະນັ້ນ, ພາເຂົ້າໃນຍາມບຸນເຕັດຂອງຊາວພາກໃຕ້ ຫວຽດນາມ ມັກມີເຂົ້າຕົ້ມມັດຫວຽດ, ຕົ້ມເຄັມໝູ, ແກ່ງໝາກໄສ່ຍັດຊີ້ນ, ຫົວສະຄູ້ດອງ… ເຊິ່ງມີລົດຊາດເຂັ້ມຂຸ້ນກວ່າ. ຄວາມແຕກຕ່າງກັນເຫຼົ່ານັ້ນ ຈະບໍ່ສ້າງເປັນໄລຍະຫ່າງ, ຫາກຍັງເຮັດໃຫ້ສີສັນລວມຂອງວັດທະນະທຳຕ້ອນຮັບບຸນເຕັດ - ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ມີຄວາມຫຼາກຫຼາຍສີສັນກວ່າອີກ. ເຖິງວ່າຈະຢູ່ພາກເໜືອ ຫຼື ພາກໃຕ້, ພາເຂົ້າໃນບຸນເຕັດ ກໍຍັງຄົງເປັນຈຸດນັດພົບແຫ່ງຄວາມຮັກແພງ, ການເຕົ້າໂຮມ ແລະ ຄວາມເຊື່ອໝັ້ນຕໍ່ການເລີ່ມຕົ້ນທີ່ຈົບງາມ. ຈາກພາເຂົ້ານັ້ນ, ຈິດໃຈຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ກໍໄດ້ຮັບການຮັກສາ ແລະ ສືບທອດກັນມາແຕ່ຄົນລຸ້ນນີ້ສູ່ຄົນລຸ້ນອື່ນ.  ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ຄຳມີ ຢູ່ແຂວງ ຄຳມ່ວນ. ເພື່ອນຢາກຊອກຮູ້ກ່ຽວກັບຮີດໄປແຮກໝານຄ້ຳຄູນເຮືອນໃນຍາມຕົ້ນປີໃໝ່ຂອງຊາວ ຫວຽດນາມ. ຮີດໄປແຮກໝານຄ້ຳຄູນເຮືອນໃນຍາມຕົ້ນປີໃໝ່ ແມ່ນຮີດຄອງປະເພນີທີ່ມີມາແຕ່ດົນນານຂອງຊາວ ຫວຽດນາມ ເຊິ່ງໄດ້ດຳເນີນພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຫຼື ໃນຕອນເຊົ້າວັນທີ 1 ບຸນເຕັດ, ດ້ວຍຄວາມເຊື່ອທີ່ວ່າ ຜູ້ທຳອິດທີ່ກ້າວເຂົ້າເຮືອນ ຈະເປັນຜູ້ນຳຄວາມໂຊກດີ, ພອນໄຊສີສຸກ ແລະ ຄວາມສະຫງົບສຸກມາໃຫ້ຄອບຄົວໃນຕະຫຼອດປີນັ້ນ. ເຈົ້າຂອງເຮືອນ ມັກຈະເລືອກເອົາຜູ້ທີ່ມີປີເກີດເໝາະກັບເຈົ້າຂອງເຮືອນ, ມີຂວັນດີ, ເປັນຄົນທີ່ຍິ້ມແຍ້ມແຈ່ມໃສ ແລະ ປະສົບຜົນສຳເລັດ ດ້ວຍຄວາມຫວັງ ເຂົາຈະນຳຄວາມຈະເລີນຮຸ່ງເຮືອງມາໃຫ້ຄອບຄົວ. ບັນດາຄອບຄົວກໍມັກຈະເລືອກເອົາຄົນໃນຄອບຄົວຂອງຕົນເອງ ແລ້ວໃຫ້ອອກໄປຢູ່ນອກເຮືອນກ່ອນຈຸດເວລາສົ່ງທ້າຍປີເກົ່າ ແລະ ເປັນຄົນທຳອິດທີ່ກ້າວເຂົ້າໃນຈຸດເວລາປີໃໝ່, ນຳເອົາພອນໄຊທີ່ຂໍຈາກວັດເຂົ້າມາເຮືອນເພື່ອໃຫ້ຄ້ຳຄູນຄອບຄົວຂອງຕົນ. ຮີດແຮກໝານຄໍ້າຄູນເຮືອນໃນຍາມປີໃໝ່ແມ່ນຮີດຄອງອັນດີງາມຂອງຊາວ ຫວຽດນາມ, ໃນແງ່ມູມໃດໜຶ່ງ  ມັນມີຄວາມໝາຍຮັດແໜ້ນນ້ຳໃຈຄວາມຮັກແພງ ແລະ ມຸ່ງໄປເຖິງສິ່ງທີ່ຈົບງາມ. ຜູ້ໄປແຮກໝານຄ້ຳຄູນເຮືອນກໍດີໃຈເມື່ອເຮັດສິ່ງທີ່ດີ, ສ່ວນເຈົ້າຂອງເຮືອນກໍສົມຄວາມປາດຖະໜາກັບຄວາມເຊື່ອໝັ້ນທີ່ວ່າ ຄອບຄົວຂອງຕົນຈະມີແຕ່ໂຊກແຕ່ລາບ, ມີແຕ່ຄວາມສະຫງົບສຸກ ແລະ ວັດທະນາຖາວອນໃນຕະຫຼອດປີ. ດັ່ງ ທີ່ ກ່າວ ມາ ຂ້າງ ເ ທິງ ແມ່ນ ເນື້ອ ໃນ ຄຳ ເຫັນຂອງ ທ່ານ ຜູ້ຟັງ ທີ່ຝາກ ມາລາ ຍການ ໃນ ອາທິດ ຜ່ານ ມາ , ຫວັງ ວ່າ ທ່ານ ຜູ້ ຟັງ ຈະ ສືບ ຕໍ່ ຝາກ ຈົດໝາຍ , ອີ ເມວ ຫຼື ໂທລະສັບມາ ຫາ ລາຍການ ເພື່ອ ປະກອບ ຄຳ ເຫັນ ຊ່ວຍ ລາຍການ ຂອງ ພວກ ເຮົາ ໃຫ້ນັບ ມື້ ນັບ ດີ ກວ່າ ເກົ່າ. ພວກ ເພື່ອນ ກໍ່ສາ ມາດ ຝາກຈົດໝາຍ ມາ ຍັງ ລາຍການ ໂດຍ ຈ່າ ໜ້າຊອງ ວ່າ: ພາກ ພາສາ ລາວ , ວິທະຍຸ ກະຈາຍສຽງ ຫວຽດນາມ , ເຮືອນ ເລກທີ 45 ຖະໜົນ ບ່າ ຈ້ຽວ , ຮ່າ ໂນ້ຍ ຫຼື ໂທ ມາໂດຍ ກົງ ກໍ່ ໄດ້ ຕາມ ເບີ ໂທ 0084 . 243 . 8256631 ຫຼື ອີ ເມວ laovov5@gmail . com . ທ່ານ ຜູ້ ຟັງກໍ່ສາ ມາດເຂົ້າ ເບິ່ງ ໃນ ເວບ ໄຊ vovworld . vn . ຂໍຂອບໃຈ !
TAG
VOV/VOVworld/ແຮກ​ໝານ​ຄ້ຳ​ຄູນ​ເຮືອນ​ໃນ​ຍາມ​ບຸນ​ເຕັດ/ຂວັນ​ດີ/ແກ່ງໝາກໄສ່ຍັດຊີ້ນ/ຫົວສະຄູ້ດອງ