ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການພາກ​ພາສາ​ຕ່​າງ​ປະ​ເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້​ຮັບ​ຈົດ​ໝາຍ, ອີ​ເມວ .. ສະ​ບັບ ແລະ ໂທ​ລະ​ສັບຫຼາຍ​ສາຍ​ຂອງ​ຜູ້​ຟັງ​ທີ່​ມາ​ຈາກ … ປະ​ເທດ ແລະ ເຂດ​ແຄ້ວນ. ໃນ​ນັ້ນ​ ລາຍ​ການ​ພາກ​ພ​າ​ສາ​ລາວ ​ໄດ້​ຮັບ​ຈົດ​ໝາຍ … ສະ​ບັບ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ມື້​ນີ້, ພວກ​ຂ້າ​ພະ​ເຈົ້າ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ເຊິ່ງ​ທ່ານ​ຜູ້​ຟັງມີຄວາມ​ສົນ​ໃຈ.

ທ່ານ Siddhartha Bhattacharjee ຊາວ​ອິນ​ເດຍ ​ແບ່ງ​ປັນ​ວ່າ: ດ້ວຍ​ຖາ​ນະ​ເປັນ​ຜູ້​ຟັງ​ທີ່​ຕິດ​ຕາມ​ມາ​ແຕ່​ດົນ​ນານ​, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ຄຸນ​ນະ​ພາບ​ທີ່​ດີ ແລະ ຄວາມ​ເປັນຫຼາຍ​ຮູບ​ແບບ​ຂອງ​ບັນ​ດາ​ລາຍ​ການ​ຂອງ​ພວກ​ເພື່ອນ. ໃນຫຼາຍ​ປີ​ຜ່ານ​ມາ, ລາຍ​ການ​ຂອງ​ພວກ​ເພື່ອນ ແມ່ນ​ເພື່ອນ​ຮ່ວມ​ເດີນ​ທາງ​ທີ່​ມີ​ຄວາມ​​ເຊື່ອ​ໝັ້ນໃນ​ຕະຫຼອດ​ໄລ​ຍະ​ເວ​ລາ​ຟັງ​ວິ​ທະ​ຍຸ​ຂອງຂ້າ​ພະ​ເຈົ້າ. ນັບ​ທັງ​ໃນ​ຍຸກ​ອິນ​ເຕີ​ເນັດ ແລະ ສື່​ສັງ​ຄົມ​ອອນ​ໄລ​ນີ້, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ສາ​ກົນ ຍັງ​ສືບ​ຕໍ່​ມີ​ບົດ​ບາດທີ່​ພິ​ເສດ​ໃນ​ໃຈ​ຂ້າ​ພະ​ເຈົ້າ.

ທ່ານ Juan Diez ​ຜູ້​ຟັງ​ຊາວ​ແອັດ​ສະ​ປາຍ ໄດ້​ສະ​ແດງ​ຄ​ວາມ​ສົນ​ໃຈຕໍ່ຫຼາຍ​ຂ່າວ​ຄາວ​ກ່ຽວ​ກັບ​ຫວຽດ​ນາມ ແລະ ສາ​ກົນ. ໃນ​ຄອມ​ເມັ້ນ​ທ່ານ​ໄດ້​ຂຽ​ນ​ວ່າ: ວັນ​ບຸນ​ຖະ​ໜົນ​ຫົນທາງ​ຮ່າ​ໂນ້ຍ​ ຢູ່​ເຂດ​ໜອງຮວ່ານ​ກຽມ ດ້ວຍ​ສີ​ສັນ​ທີ່​ຟົດ​ຟື້ນ ແລະ ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ມີ​ຊີ​ວິດ​ຊີ​ວາ. ຮ່າ​ໂນ້ຍ ຄື​ມີ​ໜ້າ​ຕາ​ໃໝ່​ຂອງວັນ​ບຸນ​ວັດ​ທະ​ນະ​ທຳ​ໂລກ ແລະ ຄວາມ​​ງົດງາມ, ຄວາມສະ​ຫງ່າ​ຂອງ​ບັນ​ດາ​ລາຍ​ການ​ສະແດງ​ສິ​ລະ​ປະ​ໄດ​້​ດຶງ​ດູດ​ຄວາ​ມ​ສົນ​ໃຈ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຜູ້​ຄົນ​ທີ່​ມັກ​ຮັກ​ສິ​ລະ​ປະ ແລະ ວັດ​ທະ​ນະ​ທຳ​ໃນ​ທົ່ວ​ໂລກ.

ທ່ານ​ຜູ້​ຟັງ ແກ້ວ​ປິກ ມາ​ຈາກ​ແຂວງ ຫຼວງ​ພະ​ບາງ (ລາວ) ໄດ້​ສົ່ງ​ອີ​​ເມວ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ: ສະ​ບາຍ​ດີ​ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ ຢູ່ຫວຽດ​ນາມ, ນອກ​ຈາກວັນ​ແມ່​ຍິງ​ສາ​ກົນ ວັນ​ທີ 8 ມີ​ນາ​ ແລ້ວ, ໃນ​ເດືອນ​ຕຸ​ລາ​ຂອງ​ທຸກ​ປ​ີ​ຍັງ​ມີ​ອີກວັນ​ບຸນ​ໜຶ່ງ​ທີ່ພິ​ເສດ ເພື່ອ​ເຊີດ​ຊູ​ແມ່​ຍິງຫວຽດ​. ຂໍ​​ໃຫ້ທາງ​ລາຍ​ການສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ ແລະ ຄວາມ​ໝາຍອັ​ນ​ເລິກ​ເຊິ່ງ​ຂອງວັນ​ທີ 20 ຕຸ​ລາ​ນີ້​ຕື່ມ​ອີກ.

ເພື່ອນ ແກ້ວ​ປິກ ທີ່​ຮັກ​ແພງ, ຂອບ​ໃຈ​ຄຳ​ຖາມ​ດີໆ​ຂອງ​ເພື່ອນ​ທີ່​ສົ່ງ​ມາ​ຍັງ​ລາຍ​ການ​ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. ວັນ​ທີ 20 ຕຸ​ລາ​ຂອງ​ທຸກ​ປີ​ຢູ່ຫວຽດ​ນາມ ແມ່ນ​ວັນ​ແມ່​ຍິງຫວຽດ​ນາມ - ໂດຍ​ແມ່ນ​ວັນ​ບຸນ​ເຊີດ​ຊູ​ການ​ອຸ​ທິ​ດ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ແມ່​ຍິງ​ໃນ​ຄອບ​ຄົວ ແລະ ໃນ​ສັ​ງ​ຄົມ. ວັນ​ບຸນ​ນີ້​ຕິດ​ພັນ​ກັບ​ເຫດ​ການ​ປະ​ຫວັດ​ສາດ​ຄື ​ວັນ​ທີ 20 ຕຸ​ລາ 1930, ເມື່ອ​ສະ​ມາ​ພັນ​ແມ່​ຍິງ​ຕໍ່​ຕ້​າ​ນ​ຈັກ​ກະ​ພັດຫວຽດ​ນາມ (ປັດ​ຈຸ​ບັນ​ແມ່ນ​ສະ​ຫະ​ພັນ​ແມ່​ຍິງຫວຽດ​ນາມ) ໄດ້​ສ້າງ​ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ, ສ້າງ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ ແມ່​ຍິງ​ຫວຽດ​ນາມ ມີ​ສິດ​ເລືອກ​ຕັ້ງ, ເຂົ້າ​ຮ່ວມ​ອຳ​ນາ​ດ​ການ​ປົກ​ຄອງ ແລະ ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ​ຕົນໃນ​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ ກໍ່​ຄື​ການ​ສ້າງ​ສາ​ປະ​ເທດ​ຊາດ.

ຜ່ານບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ, ແມ່​ຍິງ​ຫວຽດນາມ ຍາມ​ໃດ​ກໍ່​ປະ​ກາຍແຈ້ງດ້ວຍ 8 ຕົວ​ໜັງ​ສື​ຄຳ ​ໂດຍ​ລຸງ​ໂຮ່ ມອບ​ໃຫ້ “ວິລະຊົນ, ບໍ່ຍອມຈຳນົນ, ຈົງຮັກພັກດີ, ເກັ່ງວຽກງານວຽກເຮືອນ” ໃນ​ໄລ​ຍະ​ຕໍ່​ສູ້, ແລະ ປັດ​ຈຸ​ບັນ​ສືບ​ຕໍ່​ຢັ້ງ​ຢືນ​ຄຸນ​ທາດ “ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຈົງ​ຮັກ​ພັກ​ດີ, ເກັ່ງວຽກງານວຽກເຮືອນ” ໃນ​ຍຸກ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ. ວັນ​ທີ 20 ຕຸ​ລາ ບໍ່​ພຽງ​ແຕ່​ແມ່ນ​ໂອ​ກາດ​ເພື່ອ​ໃນ​ທົ່ວ​ສັງ​ຄົມ​ສົ່ງ​​ຄຳ​ອວຍ​ພອນ, ຊໍ່​ດອກ​ໄມ້​ທີ່​ສົດ​ໃສ ແລະ ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ຜູ້​ເປັນຍ່າ, ເປັນແມ່ເຖົ້າ, ​ແມ່, ບັນ​ດາ​ເອື້ອຍ​ນ້ອງ​ເທົ່າ​ນັ້ນ ​ຫາກ​ຍັງ​ແມ່ນ​ຄຳ​ຕັກ​ເຕືອນ​ໃນ​ການ​ປ​ະ​ຕິ​ບັດ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ແມ່​ຍິງ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ອຸ​ທິດ​ສ່ວນ. ຂໍ​ຂອບ​ໃຈ​ເພື່ອນ ແກ້ວ​ປິກ ​ທີ່​ໄດ້​ຕິດ​ຕາມ​ລາຍ​ການ, ອວຍ​ພອນ​ໃຫ້​ເພື່ອນ​ພ້ອມ​ດ້ວຍ​ຄອບ​ຄົວຈົ່ງ​ມີ​ຄວາມ​ຜາ​ສຸກ​ຕະຫຼອດ​ໄປ.

ທ່ານ​ ບຸນ​ມີ, ຢູ່​ນະ​ຄອນ ຫຼວງ​ພະ​ບາງ​ ໄດ້​ສົ່ງ​ອີ​ເມວ​ມາ​ຍັງ​ລາຍ​ການ: “ສະ​ບາຍ​ດີ​ບັນ​ນາ​ທິ​ການ VOV, ຂ້າ​ພ​ະ​ເຈົ້​ໄດ້​ຟັງ​ຂ່າວ​ວ່າ ວັນ​ມຽວ - ກວັກ​ຕື​ຢ້າມ ຢູ່​ຮ່າ​ໂນ້ຍ ຫາກໍ່ເປີດ​ໂຄງ​ການ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ​ທີ່​ຟົດ​ຟື້ນ​ໂດຍມີ​ຊື່​ວ່າ “ສິ່ງຍອດ​ຍິ່ງຂອງ​ການ​ຮ່ຳ​ຮຽນ”. ຂໍ​ໃຫ້​ທາງ​ລາຍ​ການ​ແນະ​ນຳ​ຂໍ້​ມູນ​ໃຫ້​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ tour ນີ້​ຕື່ມອີກ, ມີ​ການ​ລົງ​ຕົວ​ຈິງ​ຫຍັງ​ທີ່​ພິ​ເສດ ແລະ ຈຸດ​ພົ້ນ​ເດັ່ນ​ດຶງ​ດູດໃຈ​ທີ່​ສຸດ​ແມ່ນ​ຫຍັງ?

ສະ​ບາຍ​ດີ​ຜູ້​ຟັງ ບຸນ​ມີ, ຂໍ​ຂອບ​ໃຈ​ຄຳ​ຖາມ​ທີ່​ຈັບ​ໃຈ​ຂອງ​ເພື່ອນ​ທີ່​ໄດ້​ສົ່ງ​ມາ​ຍັງ​ລາຍ​ການ​ພາກ​ພາ​ສາ​ລາວ - ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. Tour ທ່ອງ​ທ່ຽວ​ການ​ຄືນ “ສິ່ງຍອດຍິ່ງ​ຂອງ​ການ​ຮ່ຳ​ຮຽນ” ແມ່ນ​ຜະ​ລິດ​ຕ​ະ​ພັນ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ນຳ​ແງ່​ມູມ​ທີ່​ແປກ​ໃໝ່​ກ່ຽວ​ກັບ​ວັນ​ມຽວ - ກວັກ​ຕື​ຢາມ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ ​ມາ​ໃຫ້​ແຂກ​ທ່ອງ​ທ່ຽວ. ຈຸດ​ພິ​ເສດ​ຂອງ​ລາຍ​ການ​ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ດີ​ເລີດ​ລະ​ຫວ່າງ ສະ​ຖານ​ທີ່​ຮ່ອງ​ຮອຍ​ທີ່​ເກົ່າ​ແກ່ ກັບ​ສິ​ລະ​ປະ​ແສງ​ສີ​ເຕັກ​ໂນ​ໂລ​ຢີ 3D Mapping ທີ່ທັນສະໄໝ, ​ແສງ​ສີສຽງ​ທີ່​ຟົດ​ຟື້ນ ແລະ ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ. ນັບ​ແຕ່​ເວ​ລາ​ກ້າວ​ເຂົ້າ​ປະ​ຕູ​ ວັນ​ມຽວ, ແຂກ​ທ່ອງ​ທ່ຽວ​ຈະ​ເຊື່ອມ​ຕົວ​ກັບ​ສະ​ຖານ​ທີ່​ແສງ​ສີທີ່ງາມຕາ​, ການ​ລົງ​ຕົວ​ຈິງ​ເຕັກ​ໂນ​ໂລ​ຢີ VR, ຮັບ​ຊົມ​ລາຍ​ການ​ສະ​ແດງ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ ແລະ ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດຄວາມເປັນມາຂອງຄວາມຮັກ​ຮ່ຳ​ຮຽນ​ຂອງ​ຊາດ ຫວຽດ​ນາມ ຜ່ານ​ບັນ​ດາ​ເຂດ​ຄື ເຄວ​ວັນ​ກາດ ຫຼື ບ້າຍ​ເດື່ອງ. ຈຸດສຸດ​ຍອດ​ຂອງ tour ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ​ແມ່ນ​ລາຍ​ການສາຍ​ຮູບ​ເງົາ 3D Mapping ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ຢູ່​ເດີ່ນ ທ້າຍ​ຮອກ, ເຊິ່ງວາດ​ພາບ​ຄືນ​ວິ​ວັດ​ການ​ຮ່ຳ​ຮຽນຂອງຫວຽດ​ນາມ ຈາກ​ຊຸມ​ວັນ​ທຳ​ອິດ​ແຫ່ງ​ການ​ກໍ່​ສ້າງ​ຈິດ​ໃຈ ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ແມ່ນ​ພື້ນຖານພະລັງຂອງ​ຊາດ. Tour ທ່ອງ​ທ່ຽວ​ ສິ່ງຍອດ​ຍິ່ງ​ໃນ​ການ​ຮ່ຳ​ຮຽນ ບໍ່​ພຽງ​ແຕ່​ຊ່ວຍ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຈຸດພັກ​ເຊົາ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ​ນຳ​ມາ​ເຊິ່ງ​ການ​ລົງ​ຕົວ​ຈິງວັດ​ທະ​ນະ​ທຳ​ທີ່​ເລິກ​ເຊິ່ງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເມືອ​ມາ​ຢາມ​ນະ​ຄອນຫຼວງ ຮ່າ​ໂນ້ຍ. ຂໍ​ອວຍ​ພອນ​ໃຫ້​ເພື່ອນ ບຸນ​ມີ ມີ​ໂອ​ກາດ​ມາ​ລົງ​ຕົວ​ຈິງ tour ທ່ອງ​ທ່ຽວ​ນີ້​ໃນ​ໂອ​ກາດ​ມາ​ຮ່າ​ໂນ້ຍ.