ທ່ານ Jimen ມາຈາກ ສ.ເກົາຫຼີ ໄດ້ຂຽນວ່າ: ຂ້າພະເຈົ້າຮູ້ສຶກດີໃຈເມື່ອຮູ້ວ່າ ຈຳນວນແຂກທ່ອງທ່ຽວ ສ.ເກົາຫຼີ ມາ ຫວຽດນາມ ຍັງພວມເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຫວັງວ່າການພົບປະແລກປ່ຽນການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຈະນັບມື້ນັບພັດທະນາຢ່າງແຮງກວ່າອີກ. ຂອບໃຈທີ່ທາງລາຍການໄດ້ແບ່ງປັນບັນດາຂໍ້ມູນທີ່ເປັນປະໂຫຍດ.
ທ່ານ Sokunthearith ຢູ່ ພະນົມເປັນ, ກຳປູເຈຍ ໄດ້ສົ່ງຈົດໝາຍໂດຍໃຫ້ຮູ້ວ່າ: ການຮ່ວມມືຊາວໜຸ່ມ ກຳປູເຈຍ - ຫວຽດນາມ ໄດ້ດຳເນີນຢ່າງຟົດຟື້ນໃນເວລາມໍ່ໆມານີ້, ດ້ວຍຫຼາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ການພົບປະແລກປ່ຽນ. ຂ້າພະເຈົ້າຫວັງວ່າ ລາຍການຈະມີຫຼາຍເນື້ອໃນສ່ອງແສງກ່ຽວກັບຂົງເຂດການຮ່ວມມືທີ່ສຳຄັນ ກໍ່ຄືການເຊື່ອມຕໍ່ລະຫວ່າງຊາວໜຸ່ມສອງປະເທດຫຼາຍກວ່າອີກ.
ທ່ານ Armando Francisco Higuera del Reyo, ຊາວເມັກຊີໂກ ໄດ້ຂຽນວ່າ: ເລື່ອງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ອີກຄັ້ງໜຶ່ງໄດ້ຢັ້ງຢືນແຜນນະໂຍບາຍການສະໜັບສະໜູນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂໃຫ້ເສດຖະກິດໂລກພັດທະນາ. ພາລະກິດແຫ່ງການປ່ຽນແປງໃໝ່ພວມເປີດສັງກາດໃໝ່ຢູ່ ຫວຽດນາມ. ບົດຂຽນຂອງບັນດານັກຂ່າວ ແອັງຮວ່ຽນ ແລະ ກວາງຈູງ ກ່ຽວກັບຫົວຂໍ້ນີ້ເປັນໜ້າສົນໃຈຫຼາຍ.
VOV5 ຂໍຂອບໃຈບັນດານ້ຳໃຈອັນລ້ຳຄ່າ, ຄວາມສົນໃຈ ແລະ ຄຳເຫັນປະກອບ, ການລະດົມກຳລັງໃຈເຊິ່ງຜູ້ຟັງໃນທົ່ວໂລກໄດ້ສົ່ງມາຍັງບັນດາລາຍການ ໃນໄລຍະຜ່ານມາ. ຈົດໝາຍແຕ່ລະສະບັບ, ຂໍ້ຄວາມແຕ່ລະແຖວຂອງພວກທ່ານແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ບູລະນະ ແລະ ປ່ຽນແປງໃໝ່ເນື້ອໃນໃຫ້ດີກວ່າເກົ່າ.
ເພື່ອນ ພິມມະສອນ, ຢູ່ແຂວງ ຈຳປາສັກ (ລາວ) ໄດ້ສົ່ງອີເມວມາຍັງລາຍການ: “ສະບາຍດີບັນດາບັນນາທິການ ລາຍການພາສາລາວ - VOV, ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ ຫວຽດນາມ ມີວັນບຸນພິເສດເພື່ອເຊີດຊູບັນດາຄູອາຈານໃນເດືອນພະຈິກ. ຂໍໃຫ້ທາງລາຍການແບ່ງປັນຂໍ້ມູນກ່ຽວກັບປະຫວັດຄວາມເປັນມາ, ຄວາມໝາຍ ແລະ ບັນດາການເຄື່ອນໄຫວທີ່ພົ້ນເດັ່ນໃນວັນຄູ ຫວຽດນາມ”.
ສະບາຍດີເພື່ອນ ພິມມະສອນ, ຂອບໃຈຄຳຖາມເຊິ່ງເພື່ອນສົ່ງມາຍັງລາຍການພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ. ແຕ່ດົນນານມາແລ້ວ, ວັນທີ 20 ພະຈິກ ຂອງທຸກປີຢູ່ ຫວຽດນາມ ແມ່ນວັນຄູ ຫວຽດນາມ ເຊິ່ງແມ່ນວັນບຸນທີ່ສະຫງ່າຜ່າເຜີຍເພື່ອເຊີດຊູບັນດາຜູ້ເຮັດອາຊີບການສິດສອນ ແລະ ຢັ້ງຢືນການປະກອບສ່ວນອັນຍິ່ງໃຫຍ່ຂອງຂະແໜງການສຶກສາ ຕໍ່ກັບພາລະກິດແຫ່ງການພັດທະນາປະເທດຊາດ. ວັນບຸນນີ້ຕິດພັນກັບມູນເຊື້ອ “ເຄົາລົບຄູສອນ ແລະ ຄຸນສົມບັດສິນທຳ” ທີ່ຍາວນານຂອງຊາດ ຫວຽດນາມ, ເຊິ່ງແມ່ນບ່ອນທີີ່ຄູອາຈານຍາມໃດກໍ່ໄດ້ຮັບຄວາມເຄົາລົບຈາກສັງຄົມ.
ປະຫວັດຄວາມເປັນມາຂອງວັນທີ 20 ພະຈິກ ເລີ່ມມາຈາກຂໍ້ຕົກລົງຂອງອົງການສາກົນບັນດາກຳມະບານການສຶກສາ (FISE) ສ້າງຕັ້ງວັນກົດບັດບັນດາຄູສອນສາກົນ ໃນປີ 1957, ສ່ວນຢູ່ ຫວຽດນາມ, ວັນນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດໃນທົ່ວເຂດພາກເໜືອ ຫວຽດນາມໃນປີ 1958 ແລະ ໂດຍລັດຖະບານໄດ້ກຳນົດຮັບຮອງເອົາເປັນວັນຄູ ຫວຽດນາມ ຢ່າງເປັນທາງການເມື່ອປີ 1982.
ໃນໂອກາດນີ້, ບັນຍາກາດຢູ່ບັນດາໂຮງຮຽນໃນທົ່ວປະເທດໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊືນ ແລະ ມີຄວາມໝາຍ: ນັກຮຽນຫຼາຍລຸ້ນໄດ້ກັບເມືອໂຮງຮຽນເກົ່າ ມອບຊໍ່ດອກໄມ້ສະແດງຄວາມຮູ້ບຸນຄຸນຕໍ່ຄູສອນ, ບັນດາໂຮງຮຽນໄດ້ປຸກລະດົມຂະບວນການແຂ່ງຂັນ “ສອນດີ - ຮຽນເກັ່ງ”, ພ້ອມກັບຫຼາຍກິດຈະກຳສະແດງສິລະປະ, ການແຂ່ງຂັນກິລາ ແລະ ເຮັດໜັງສືພິມຕິດກະດານຂ່າວຂອງໂຮງຮຽນຢ່າງຟົດຟື້ນ. ວັນທີ 20 ພະຈິກ ບໍ່ພຽງແຕ່ແມ່ນຄວາມມ່ວນຊື່ນພາກພູມສະເພາະຂອງຂະແໜງການສຶກສາເທົ່ານັ້ນ ຫາກຍັງໄດ້ກາຍເປັນວັນບຸນຈຸດຄວາມງາມດ້ານວັດນະທະທຳທີ່ເປັນມູນເຊື້ອຂອງທົ່ວສັງຄົມ ຫວຽດນາມ ອີກດ້ວຍ. ຂອບໃຈເພື່ອນ ພິມມະສອນ ທີ່ໄດ້ມີຄວາມສົນໃຈ, ຂໍອວຍພອນໃຫ້ເພື່ອນ ແລະ ຄອບຄົວ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ.
ເພື່ອນ ສົມພອນ, ຢູ່ແຂວງ ຄຳມ່ວນ ລາວ ໄດ້ສົ່ງອີເມວມາຍັງລາຍການ “ສະບາຍການບັນນາທິການ VOV, ຂ້າພະເຈົ້າ ໄດ້ຮູ້ວ່າ ຢູ່ແຂວງ ກາວບັ່ງ ເຂດພາກເໜືອ ຫວຽດນາມ ມີນ້ຳຕົກຕາດ ບ໋ານຢົກ ທີ່ມີຊື່ສຽງທີ່ສຸດ ແລະ ທຸກໆປີຢູ່ແຫ່ງນີ້ເຄີຍຈັດວັນບຸນທ່ອງທ່ຽວໃຫຍ່. ຂໍໃຫ້ລາຍການແນະນຳກ່ຽວກັບວັນບຸນນີ້ໄດ້ດຳເນີນໃນເວລາໃດ, ມີການເຄື່ອນໄຫວຫຍັງທີ່ພົ້ນເດັ່ນ ແລະ ຄວາມງາມຂອງນ້ຳຕົກຕາດ ບ໋ານຢົກ ໃນວັນບຸນເປັນແນວໃດ?”.
ເພື່ອນ ສົມພອນ ທີ່ຮັກແພງ, ຂອບໃຈເພື່ອນທີ່ໄດ້ສົ່ງຈົດໝາຍມາຍັງລາຍການພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ. ວັນບຸນທ່ອງທ່ຽວນ້ຳຕົກຕາດ ບ໋ານຢົກ ໄດ້ຈັດຂຶ້ນປະຈຳປີໃນເດືອນຕຸລາ ຢູ່ຕາແສງ ຈຸ່ງແຄ້ງ, ແຂວງ ກາວບັ່ງ ເຊິ່ງແມ່ນຈຸດເວລາທີ່ໄດ້ຮັບຖືວ່າ ສວຍງາມທີ່ສຸດໃນປີ ເມື່ອນ້ຳຕົກຕາດ ບ໋ານຢົກ ກ້າວເຂົ້າສູ່ລະດູນ້ຳຂຽວໃສ, ກະແສນ້ຳໄຫຼລົງມາຢ່າງສວຍງາມ ທ່າມກາງເຂດທົ່ງນາເຂົ້າສຸກເຫຼືອງອາລ່າມຢູ່ແຄມແມ່ນ້ຳ ໄກເຊີນ. ວັນບຸນໄດ້ເປີດດ້ວຍພິທີກຳແຫ່ນ້ຳທີ່ສັກສິດ ຈາກຕີນນ້ຳຕົກຕາດຂຶ້ນໄປວັດ ເຟິດຕິກຈຸກເລີ່ມ ບ໋ານຢົກ ເພື່ອພາວະນາຂໍໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອອຳນວຍ.
ເມື່ອມາວັນບຸນ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳທີ່ພົ້ນເດັ່ນຂອງຊາວເຜົ່າ ໄຕ, ນຸ່ງ ດ້ວຍບັນດາທຳນອງການຂັບແທນ, ສຽງພິນ ຕິ້ງ ທີ່ເຂົ້າເຖິງໃຈຜູ້ຟັງ, ເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຄື ໝາກກໍ່ ຈຸ່ງແຄ້ງ, ປິ້ງປາ Pia Teng ແລະ ເຂົ້າໜຽວໝາກກອກດຳ. ໂດຍບໍ່ພຽງແຕ່ເຊີດຊູຄວາມງາມອັນໃຫຍ່ໂຕມະໂຫຖານຂອງໜຶ່ງໃນບັນດານ້ຳຕົກຕາດຂ້າມຊາຍແດນທີ່ສວຍງາມທີ່ສຸດໃນໂລກ, ວັນບຸນນ້ຳຕົກຕາດ ບ໋ານຢົກ ຍັງແມ່ນໂອກາດທີ່ດີເພື່ອໂຄສະນາພາບົດຂອງຊາວ ກາວບັ່ງ ທີ່ເປັນມິດ, ຮັກແພງແຂກຄົນ ໄປສູ່ເພື່ອນມິດສາກົນ. ຂໍອວຍພອນໃຫ້ ທ່ານ ສົມພອນ ມີໂອກາດມາຄົ້ນຫາທິວທັດທຳມະຊາດທີ່ສວຍງາມນີ້.








