VOV WorldVOV World
ແນະນໍາບາງສະຖານທີ່ທ່ອງທ່ຽວຢູ່ເຂດໄຕບັກ ຫວຽດນາມ
25/10/2018 06:59
(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍ ໄດ້ ສະແດງຄວາມຄິດເຫັນ, ຄວາມຮູ້ສຶກ ແລະ ຕັ້ງບາງຄໍາຖາມຢາກຊອກຮູ້ກ່ຽວກັບກິລາປະເພດຕ່າງໆ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.
ທ່ານ ຄຳສີ ປ່ຽງວໍລະວົງ ໄດ້ສົ່ງອີແມວເຖິງລາຍການ ໂດຍສະແດງຄວາມໃນໃຈວ່າ: “ບັນດາບົດຂຽນທີ່ກ່ຽວຂ້ອງເຖິງການປະຕິວັດອຸດສາຫະກຳ 4,0 ແມ່ນມີຄວາມສຳຄັນຫຼາຍ ສຳລັບໄລຍະພັດທະນາເສດຖະກິດ-ສັງຄົມ ຕາມທິດເຊື່ອມໂຍງເຂົ້າກັບສາກົນ ແລະເຕັກນິກດີຈີຕອນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າຂາຍສິນຄ້າ, ການລົງທຶນລະຫວ່າງບັນດາປະເທດໃນທົ່ວໂລກ. ດັ່ງນັ້ນ, ເລື່ອງສື່ສານ, ສະໜອງບັນດາຂໍ້ມູນຂ່າວສານກ່ຽວກັບຂົງເຂດວິທະຍາສາດ ທີ່ມີການພົວພັນເຖິງການປະຕິວັດອຸດສາຫະກຳ 4.0 ຂອງລາຍການນັ້ນ ແມ່ນມີຄວາມຈຳເປັນ ແລະ ເປັນປະໂຫຍດທີ່ສຸດ. ຜ່ານລາຍການດັ່ງກ່າວ, ຂ້າພະເຈົ້າ ຢາກສະແດງຄວາມຮູ້ບຸນຄູນອັນເລິກເຊິ່ງມາຍັງບັນດາບຸກຄົນທີ່ຄົ້ນຄວ້າກ່ຽວກັບບັນດາເນື້ອໃນດັ່ງກ່າວ ແລະ ຂໍຂອບໃຈບັນດາເອື້ອຍອ້າຍບັນນາທິການພາກພາສາລາວ ຜູ້ທີ່ເກັບກຳຂໍ້ມູນ, ແປເປັນພາສາລາວ ແລະ ສື່ສານບັນດາຂໍ້ມູນທີ່ເປັນປະໂຫຍດ ແລະ ທັນການ ໃຫ້ແກ່ມະຫາຊົນ. ຂ້າພະເຈົ້າຈະສືບຕໍ່ຕິດຕາມເວັບໄຊຂອງພວກເພື່ອນ ແລະ ມີຄວາມປາດຖະໜາຢາກສືບຕໍ່ໄດ້ຮຽນຮູ້ນຳຊ່ຽວຊານຫວຽດນາມ ຜ່ານລາຍການ ແລະ ເວັບໄຊ vov world.vn   ຂອງພວກເພື່ອນ. ຂອບໃຈຫຼາຍໆ”.         ທ່ານ ຄຳສີ ປ່ຽງວໍລະວົງ ທີ່ຮັກແພງ! ລາຍການກະຈ່າຍສຽງພາກພາສາລາວ ຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານ ທີ່ໄດ້ຕິດຕາມເວັບໄຊ ແລະ ລາຍການຂອງພວກຂ້າພະເຈົ້າມາຕະຫຼອດ. ການສ່ອງແສງຄືນຂອງທ່ານ ກໍຄືຂອງບັນດາທ່ານຜູ້ຟັງອື່ນ ແມ່ນ ກຳລັງໜູນທີ່ໃຫຍ່ຫຼວງ ເພື່ອໃຫ້ບັນດາບັນນາທິການພວກຂ້າພະເຈົ້າ ສືບຕໍ່ມານະພະຍາຍາມຂຸດຄົ້ນ, ເກັບກຳຂໍ້ມູນຂ່າວສານ, ແປເປັນພາສາລາວ ແລະ ຈັດທຳລາຍການໃຫ້ມ່ວນ ແລະ ເປັນປະໂຫຍດກວ່າອີກ ເພື່ອສື່ສານໄປຍັງທ່ານຜູ້ຟັງຜູ້ອ່ານ. ພວກຂ້າພະເຈົ້າຫວັງວ່າ ທ່ານຈະສືບຕໍ່ເປັນຂົວເຊື່ອມຕໍ່ຜູກພັນລາຍການຂອງພວກຂ້າພະເຈົ້າກັບທ່ານຜູ້ຟັງລາວໃຫ້ຫຼາຍກວ່າອີກ.         ເພື່ອນ ສົມພອນ ວົງຄີລີ, ເຊິ່ງເປັນພະຍາບານເຮັດວຽກຢູ່ໂຮງໝໍມິດຕະພາບ ຢູ່ນະຄອນຫຼວງວຽງຈັນ, ລາວ, ປັດຈຸບັນ ພວມຝຶກອົບຮົມ ຢູ່ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດບຸກ ເຖິງລາຍການ ດ້ວຍເນື້ອໃນວ່າ: “ທ້າຍເດືອນຕຸລານີ້, ຂ້າພະເຈົ້າ ພ້ອມດ້ວຍເພື່ອນຮ່ວມງານຈະສໍາເລັດການຝຶກອົບຮົມຢູ່ຮ່າໂນ້ຍ ແລະ ຕ້ອງກັບເມືອປະເທດ. ກ່ອນກັບເມືອປະເທດ, ພວກຂ້າພະເຈົ້າຢາກຄົ້ນຫາບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມ ພາຍໃນ 3 – 4 ວັນ. ເພາະສະນັ້ນ, ພວກຂ້າພະເຈົ້າຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາສາລາວ ຈະໃຫ້ຄຳປຶກສາຊ່ວຍພວກຂ້າພະເຈົ້າແດ່ ວ່າໃນຈຸດເວລານີ້ ຄວນໄປທ່ຽວໃສແດ່? ຂໍຂອບໃຈລາຍການ”. ເພື່ອນ ສົມພອນ ວົງຄີລີ ແລະ ບັນດາເພື່ອນໆທີ່ຮັກແພງ! ຫວຽດນາມ ມີສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຫຼາຍແຫ່ງ ແລະ ມີຊື່ສຽງ. ຢູ່ໃນຕົວເມືອງຮ່າໂນ້ຍ ກໍມີສະຖານທີ່ຫຼາຍແຫ່ງເພື່ອໃຫ້ພວກເພື່ອນໄປຄົ້ນຫາ. ແຕ່ພາຍໃນ 3 – 4 ວັນ, ລາຍການຂໍແນະນຳເຖິງພວກເພື່ອນ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ເຊິ່ງຫ່າງຈາກຮ່າໂນ້ຍ ໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 200 ກິໂລແມັດ, ນັ້ນແມ່ນ ເມືອງມົກເຈົາ, ແຂວງເຊີນລາ.
TAG
VOV/VOVworld/