VOV WorldVOV World
​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ປະຕິວັດ ລາວ ຢູ່​ແຂວງ​ຕວຽນກວາງ ຂອງຫວຽດນາມ
28/05/2020 04:25
(VOVWORLD) -ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເມື່ອໄດ້ພົບປະກັບທ່ານຜູ້ຟັງໃນລາຍການ “ໂອ້ລົມກັບເພື່ອນລາວ” ອີກຕາມເຄີຍ. ໃນອາທິດຜ່ານມາ, ລາຍການພາກພາສາລາວ ກໍຄື ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບອີແມວຫຼາຍສະບັບຂອງທ່ານຜູ້ຟັງທີ່ມາຈາກຫຼາຍປະເທດ ແລະ ເຂດແຄວ້ນໃນໂລກ ດ້ວຍເນື້ອໃນທີ່ແຕກຕ່າງກັນ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄໍາຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ແລະ ບັນດາລາຍການອື່ນໃນ VOV5 ໃນອາທິດຜ່ານມາ.
​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ປະຕິວັດ ລາວ ຢູ່​ແຂວງ​ຕວຽນກວາງ ຂອງຫວຽດນາມ
                  ທ່ານຜູ້ຟັງທີ່ເຄົາລົບ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໄດ້ດໍາເນີນມາກາຍເຄິ່ງໄລຍະທາງແລ້ວ ແລະ ໃນໄລຍະຜ່ານມາ ໄດ້ມີທ່ານຜູ້ຟັງຫຼາຍທ່ານສະແດງຄວາມດີໃຈເມື່ອເຂົ້າຮ່ວມການເສັງນີ້.  ຈາກ ອິນເດຍ, ທ່ານຜູ້ຟັງ Sharma ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງ VOV5 ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງພວກທ່ານທີ່ໄດ້ຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ 2020”. ການເສັງນີ້ ໄດ້ຊ່ວຍເປີດກວ້າງຄວາມຮູ້ກ່ຽວກັບປະເທດຫວຽດນາມທີ່ສວຍງາມ. ຂໍອວຍພອນໃຫ້ການເສັງປະສົບຜົນສໍາເລັດຢ່າງຈົບງາມ. ຍ້ອນໂລກລະບາດຍັງບໍ່ສິ້ນສຸດເທື່ອ, ສະນັ້ນ ຂ້າພະເຈົ້າຂໍສົ່ງບົດເສັງຜ່ານທາງອີແມວສາກ່ອນ, ເມື່ອໂລກລະບາດສິ້ນສຸດລົງ, ຂ້າພະເຈົ້າຈະຝາກບົດເສັງເປັນລາຍລັກອັກສອນມາໃຫ້. ບັນດາສະມາຊິກໃນສະໂມສອນຟັງວິທະຍຸຂອງຂ້າພະເຈົ້າ ກໍພວມກະກຽມບົດເສັງຂອງຕົນ. ເຂົາເຈົ້າຈະສົ່ງບົດເສັງໄປໃຫ້ໃນໄວໆນີ້”.         ຈາກ ປາກິດສະຖານ, ເພື່ອນ Saleem Akhtar ໄດ້ສົ່ງຂໍ້ຄວາມມາຫາລາຍການພາກພາສາອັງກິດ, ເພື່ອນຂຽນວ່າ: “ຂອບໃຈພວກທ່ານທີ່ໄດ້ຈັດຕັ້ງການເສັງນີ້. ຂ້າພະເຈົ້າໄດ້ເກັບກໍາຂໍ້ມູນຫຼາຍຢ່າງກ່ຽວກັບປະເທດຫວຽດນາມ. ຜ່ານການເສັງຄັ້ງນີ້, ຂ້າພະເຈົ້າໄດ້ມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ, ບັນດາເຫດການວັດທະນະທໍາ, ການດໍາລົງຊີວິດ ແລະ ຫຼາຍສິ່ງທີ່ໃໝ່ອ່ຽມກ່ຽວກັບຫວຽດນາມ”.         ທ່ານຜູ້ຟັງທີ່ເຄົາລົບ! ພວກຂ້າພະເຈົ້າດີໃຈຫຼາຍ ເມື່ອໄດ້ຮັບບົດເສັງຂອງເພື່ອນ ພອນຄໍາ ສີສົມພັນ - ເຊິ່ງເປັນທ່ານຜູ້ຟັງລາວ ທີ່ພວມເຮັດວຽກຢູ່ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ. ນອກຈາກລາຍການທ່ອງທ່ຽວ ຫວຽດນາມ ເປັນເວລາ            5 ວັນໂດຍບໍ່ເສຍຄ່າສໍາລັບບົດເສັງ 3 ບົດທີ່ດີທີ່ສຸດແລ້ວ, ຍັງມີຂອງຂວັນຫຼາຍຢ່າງທີ່ໜ້າຈັບອົກຈັບໃຈພວມລໍຄອຍພວກທ່ານຢູ່. ເພາະສະນັ້ນ, ພວກທ່ານຈົ່ງຟ້າວຂຽນບົດໃຫ້ສໍາເລັດ ແລະ ສົ່ງມາຍັງລາຍການຂອງພວກເຮົາກ່ອນກໍານົດເວລາ ແມ່ນວັນທີ 15 ກໍລະກົດ ຕາມທີ່ຢູ່ ອີແມວ: laovov5@gmail.com ແລະ ເປັນເຈົ້າຂອງບັນດາຂອງຂວັນທີ່ໜ້າຈັບອົກຈັບໃຈນັ້ນ. ຂໍໃຫ້ພວກທ່ານຈົ່ງໂຊກດີ.         ເພື່ອນ ລັດສະໝີ ຢູ່ ຫຼວງພະບາງ ໄດ້ສົ່ງຈົດໝາຍມາຍັງລາຍການ ດ້ວຍເນື້ອໃນດັ່ງນີ້: ຫວ່າງມໍ່ໆມານີ້ ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ແຂວງຕວຽນກວາງຂອງຫວຽດນາມ ມີເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດປະຕິວັດ ລາວ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບເຂດປູຊະນີຍະສະຖານທີ່ມີຄວາມໝາຍນີ້. ຫວັງວ່າອ້າຍເອື້ອຍບັນນາທິການລາຍການພາກພາສາລາວ ຈະແນະນໍາກ່ຽວກັບສະຖານທີ່ດັ່ງກ່າວ. ຂໍຂອບໃຈ.  
TAG
VOV/VOVworld/ຕວຽນກວາງ/ເຂດປູຊະນີຍະສະຖານປະຫວັດສາດປະຕິວັດລາວ/ບັກຢາງ/ໝາກລິ້ນຈີ່

More