ບຸນປີໃໝ່ປະຈຳຊາດ - ກຳລັງແຮງອ່ອນໂຍນຂອງວັດທະນະທຳ ຫວຽດນາມ
10/02/2024 07:00
(VOVWORLD) - ໃນມື້ທຳອິດຂອງປີໃໝ່ ປີ ມະໂລງ 2024 ຂໍອວຍພອນບັນດາທ່ານຜູ້ຟັງ ປີໃໝ່ມີສຸຂະພາບເຂັ້ມແຂງມີຄວາມສຸກ ແລະ ຄວາມຈະເລີນ. ທ່ານຜູ້ຟັງທີ່ເຄົາລົບ ປີນີ້ຊາວ ຫວຽດນາມ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຫຼືເອີ້ນວ່າບຸນເຕັດ ໃນບັນຍາກາດພິເສດ ຂະນະທີ່ເປັນຄັ້ງທຳອິດສະຫະປະຊາຊາດ ໄດ້ຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນພິທີປະຈຳປີຂອງອົງການຫຼາຍຝ່າຍໃຫຍ່ກວ່າໝູ່ໃນໂລກ. ນີ້ແມ່ນການຮັບຮອງຂອງວົງຄະນາຍາດສາກົນທີ່ມີຕໍ່ວັດທະນະທຳພື້ນເມືອງ ຂອງພາກພື້ນອາຊີຕາເວັນອອກ ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນຄຸນຄ່າຂອງບຸນປີໃໝ່ປະຈຳຊາດ ໄດ້ລ່ວງເກີນດິນແດນຂອງປະເທດຕ່າງໆໃນອາຊີ ແຜ່ລາມສູ່ທົ່ວໂລກ.

ວັນທີ 22 ທັນວາ ປີ 2023 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຮັບຮອງບຸນປີໃໝ່ປະຈຳຊາດ ແມ່ນມື້ພັກບຸນປະຈຳປີຂອງອົງການນີ້. ນັກຂ່າວ VOV ໄດ້ສຳພາດທ່ານ ນາງ Pauline Tamesis ຜູ້ປະປະສານງານ ສະຫະປະຊາຊາດປະຈຳ ຫວຽດນາມ ເພື່ອເຂົ້າໃຈແຈ້ງກວ່າ ກ່ຽວກັບຂໍ້ຕົກລົງຂອງສະຫະປະຊາຊາດ.
TAG
VOV/VOVworld/ບຸນປີໃໝ່ປະຈຳຊາດ/ວັດທະນະທຳ/ສີສັນ/ຄຸນຄ່າ/ກຳລັງແຮງອ່ອນໂຍນ
Related
More








