VOV WorldVOV World
ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ
13/04/2024 14:30
(VOVWORLD) - ຊຸມວັນນີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ແຂວງ ດ້ຽນບຽນ ນັບມື້ນັບເພີ່ມຂຶ້ນ. ໃນການເດີນທາງກັບເມືອຢາມດິນແດນແຫ່ງປະຫວັດສາດໃນໂອກາດນີ້, ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ແມ່ນສະຖານທີ່ນຳມາເຊິ່ງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ແຂກທ່ອງທ່ຽວ.
ກັບ​ມາ​ຢາມ​ຫໍ​ພິ​ພິ​ທະ​ພັນໄຊ​ຊະ​ນະ ດ້ຽນ​ບຽນ​ຝູ: ບັນ​ດາ​ຄວາມ​ຮູ້​ສຶກເອກອ້າງທະນົງໃຈ
ຫໍ ພິ ພິ ທະ ພັນ ໄຊ ຊະ ນະ   ດ້ຽນ ບຽນ ຝູ ເບິ່ງຈາກມູມສູງ (ພາບ: VOV) ໂດຍຕ້ອນຮັບນັກທ່ອງທ່ຽວຄະນະຕ່າງໆມາແບບບໍ່ຂາດສາຍ ໃນຖານະເປັນຜູ້ແນະນຳ, ຜູ້ນຳທ່ຽວ, ເຖິງວ່າເວລາພັກຜ່ອນມີໜ້ອຍກໍຕາມ ແຕ່ບັນດາພະນັກງານ, ພາລະກອນຫໍພິພິທະພັນໄຊຊະນະດ້ຽນບຽນຝູ ກໍບໍ່ມີໃຜຮູ້ສຶກອິດເມື່ອຍ. ແທນທີ່ນັ້ນ ແມ່ນຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເມື່ອໄດ້ອະທິບາຍ, ແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບເລື່ອງລາວ ຫຼື ຄວາມຮູ້ທາງປະຫວັດສາດໃນປາງສົງຄາມຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນບັ້ນຮົບດ້ຽນບຽນຝູ ທີ່ເກີດຂຶ້ນກ່ອນນີ້ 70 ປີ. “ ຜູ້ ນຳ ທ່ຽວ ແຕ່ ລະ ຄົນ ຂອງ ຫໍ ພິ ພິ ທະ ພັນ ໄຊ ຊະ ນະ ປະ ຫວັດ ສາດ ດ້ຽນ ບຽນ ຝູ ຍາມ ໃດ ກໍ ປາດ ຖະ ໜາ ຢາກນຳ ມາ ເຊິ່ງ ຄວາມ ປະ ທັບ ໃຈ ທີ່ ດີ ງາມ ທີ່ ສຸດ ໃຫ້ ແກ່ ນັກ ທ່ ອງ ທ່ຽວ ທັງ ຢູ່ ໃກ້ ແລະ ໄກ ໂດຍ ຜ່ານ ວັດ ຖຸ ພັນ , ເລື່ອງ ລາວ ທີ່ ຕື້ນ ຕັນ ໃຈ ໃນ ລະ ບົບ ວາງ ສະ ແດງ ຂອງ ຫໍ ພິ ພິ ທະ ພັນ . ດັ່ງ ນັ້ນ , ພວກ ຂ້າ ພະ ເຈົ້າ ຍາມ ໃດ ກໍກຽມພ້ອມທີ່ ຈະ ຕ້ອນຮັບ ໃຊ້ ແຂກ ທ່ອງ ທ່ຽວທີ່ມາ ດ້ຽນ ບຽນ ໃນ ທຸກໆ ມື້ ໃນ ອາ ທິດ ”.
TAG
VOV/VOVworld/ຫໍ​ພິ​ພິ​ທະ​ພັນ​ໄຊ​ຊະ​ນະ​ ດ້ຽນ​ບຽນ​ຝູ​/ດ້ຽນ​ບຽນ​ຝູ/ເອກ​ອ້າງ​ທະ​ນົງ​ໃຈ