VOV WorldVOV World
ລາຍ​ການ​ທ່ຽວຊົມສັດ​ຕອນ​ກາງ​ຄືນ​ທີ່​ແປກ​ໃໝ່​ຢູ່​ສວນສັດ ຖາວ​ເກີ່ມ​ວຽນ ໄຊ​ງ່ອນ
29/03/2025 00:27
(VOVWORLD) - “ຍາມຕາເວັນຕົກດິນ” ແມ່ນຊື່ລາຍການທ່ອງທ່ຽວໃໝ່ຂອງສວນສັດ ຖາວເກີ່ມວຽນ ໄຊງ່ອນ. ຜະລິດຕະພັນດັ່ງກ່າວພວມດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວ ແລະ ປະຊາຊົນ ເປັນຈຳນວນຫຼາຍ, ດ້ວຍຄວາມປາດຖະໜາຢາກຊອກຮູ້, ຄົ້ນຫາພາທ່ຽວສວນສັດໃນຍາມກາງຄືນ.
ລາຍ​ການ​ທ່ຽວຊົມສັດ​ຕອນ​ກາງ​ຄືນ​ທີ່​ແປກ​ໃໝ່​ຢູ່​ສວນສັດ ຖາວ​ເກີ່ມ​ວຽນ ໄຊ​ງ່ອນ
ໂຕ ໝີ ແມວ ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວ  (ພາບ: VOV) 10 ໂມງປາຍຕອນກາງຄືນ, ພາຍຫຼັງສິ້ນສຸດລາຍການທ່ອງທ່ຽວຕອນກາງຄືນຢູ່ສວນສັດ, ຍັງມີເດັກນ້ອຍຫຼາຍຄຄົນຂີ່ລົດເຂົ້າບໍລິເວນສວນສັດ ຖາວເກີ່ມວຽນ ເພື່ອຈົດຊື່ເຂົ້າຮ່ວມລາຍການ “ຍາມຕາເວັນຕົກດິນ”, ເຊິ່ງຊີ້ໃຫ້ເຫັນຄວາມດູດດື່ມເປັນພິເສດຂອງລາຍການຢ້ຽມຊົມ, ທັດສະນະສຶກສາຊີວິດຕອນກາງຄືນຂອງສັດປ່າປະເພດຕ່າງໆສຳລັບປະຊາຊົນຫຼາຍຄົນຢູ່ ໄຊງ່ອນ. ສຳລັບເອື້ອຍ ບຸ່ຍທິຖຸຍ, ຢູ່ເມືອງ ເຕິນບິ່ງ ແລ້ວ, ການຢ້ຽມຊົມລາຍການດັ່ງກ່າວພ້ອມກັບລູກສາວເປັນການລົງຕົວຈິງທີ່ຈັບອົກຈັບໃຈ. “ ພາຍຫຼັງ ຊອກ ຮູ້ ໃນ ເຟດ ບຸກ ຂອງ ຖາວ ເກີມ ວຽນ , ຂ້າ ພະ ເຈົ້າ ໄດ້ ຕົກລົງ ພາ ລູກ ໄປທ່ຽວ ຊົມ ເພາະ ແນ່ ນອນ ວ່າ ຈະ ມີ ຄວາມ ຮູ້ ສຶກ ຕ່າງ ກັບ ຕອນ ກາງ ເວັນ . ແຂກ ທ່ອງ ທ່ຽວ ໄດ້ ຊຶມ ຊັບ ເຂົ້ າ ຊີ ວິດ ຫາ ກິນ ຍາມ ກາງ ຄືນ ຂອງ ສັດ ປ່າ , ກໍ ຢາກຢ້ານ ໜ້ອຍ ໜຶ່ງ ແຕ່ ຈັບ ອົກ ຈັບ ໃຈຫຼາຍ , ເຮົາ ກໍ ມີ ຄວາມ ເຂົ້າ ໃຈ ກ່ຽວ ກັບ ບັນ ດາ ຄຸນ ລັກ ສະ ນະ ພິເສດ ອື່ນ ຂອງ ສັດ ຫາ ກິນ ເອງ ແລະ ສັດ ກິນ ຫຍ້າ ຍາມ ກາງ ຄືນ ”.
TAG
VOV/VOVworld/ສວນ​ສັດ ຖາວ​ເກີ່ມ​ວຽນ/ໝີ​ແມວ/ເສືອ​ດາວ

More