VOV WorldVOV World
ລາຍການ​ກະ​ຈາຍ​ສຽງພາກພາສາຕ່າງປະເທດ ນຳ​ສຽງ​ເວົ້າ ຫວຽດ​ນາມ​ ອອກ​ສູ່​ໂລກ
07/09/2025 08:00
(VOVWORLD) - ວັນທີ 7 ກັນຍາ 1945, ພາຍຫຼັງ ປະທານ ໂຮ່ຈີມິນກ່າວຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດມາເປັນເວລາ 5 ວັນ, ວິທະຍຸກະຈາຍສຽງຫວຽດນາມໄດ້ອອກອາກາດບັນດາລາຍການພາກພາສາຕ່າງປະເທດທຳອິດດ້ວຍພາສາອັງກິດ, ພາສາ ຝລັ່ງແລະພາສາກວາງຕຸງ (ຈີນ). ຈາກ 3 ພາສາໃນເບື້ອງຕົ້ນ, ມາຮອດປັດຈຸບັນ, ລາຍການພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມໄດ້ມີທັງໝົດ 13 ລາຍການ. ບັນດາລາຍການຂ່າວ, ບົດຂຽນ, ຈັງຫວະຂອງຫວຽດນາມໄດ້ກາຍເປັນຂົວເຊື່ອມຕໍ່, ຜູກພັນທ່ານຜູ້ຟັງໃນທົ່ວໂລກກັບຫວຽດນາມ. ມື້ນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນອອກອາກາດບັນດາລາຍການພາກພາສາຕ່າງປະເທດຂອງວິທະຍຸກະຈາຍສຽງຫວຽດນາມ, ຂໍເຊີນທ່ານຜູ້ຟັງຮັບຟັງເນື້ອໃນລາຍການພິເສດດ້ວຍຫົວຂໍ້ “ລາຍການກະຈາຍສຽງພາກພາສາຕ່າງປະເທດນຳສຽງເວົ້າຫວຽດນາມ ອອກສູ່ໂລກ”.
ລາຍການ​ກະ​ຈາຍ​ສຽງພາກພາສາຕ່າງປະເທດ ນຳ​ສຽງ​ເວົ້າ ຫວຽດ​ນາມ​ ອອກ​ສູ່​ໂລກ
ພະນັກງານ ແລະ ນັກຊ່ຽວຊານຕ່າງປະເທດຂອງ VOV5 
TAG
VOV/VOVworld/ການ​ກະ​ຈາຍ​ສຽງ/ຫວຽດ​ນາມ/ໂລກ

More