VOV WorldVOV World
ນັກສຶກສາຊາວເຜົ່າສ່ວນໜ້ອຍດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ
27/01/2024 08:00
(VOVWORLD) - ປະຈຸບັນ, ດັກລັກ ມີນັກຮຽນ, ນັກສຶກສາຊາວເຜົ່າສ່ວນໜ້ອຍ ຫຼາຍກວ່າ 170.000 ຄົນ ທີ່ພວມຮໍ່າຮຽນຢູ່ຊັ້ນມັດທະຍົມ, ວິທະຍາໄລ, ມະຫາວິທະຍາໄລ.
ນັກສຶກສາຊາວເຜົ່າສ່ວນໜ້ອຍດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ
ດ້ວຍຄວາມຄາດຫວັງອຸທິດສ່ວນໃຫ້ແກ່ປະຊາຄົມ, ໝູ່ບ້ານ, ມີນັກຮຽນ, ນັກສຶກສາຊາວເຜົ່າສ່ວນໜ້ອຍຫຼາຍຄົນ ຢູ່ແຂວງ ດັກລັກ ພວມມານະພະຍາຍາມ,       ຝຶກຝົນຫຼໍ່ຫຼອມທັກສະຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ຜົນງານທີ່ດີໃນການ ຮ່ຳຮຽນ . ພວກນ້ອງໄດ້ປະກອບສ່ວນສ້າງແຫຼ່ງບັນດານໃຈ, ປຸກລຸກຄວາມຄາດຫວັງບືນຕົວຂຶ້ນໄປສູງກວ່າໃຫ້ແກ່ ລຸ້ນໜຸ່ມ. ນ້ອງ  ດວ່ານຢາເຮີນ,  ຊາວເຜົ່າ ໄຕ,  ແມ່ນຕົວແທນພຽງຄົນດຽວຂອງແຂວງ ດັກລັກ  ທີ່ໄດ້ຮັບການເຊີດຊູ ທີ່ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມບັນດາເຜົ່າສ່ວນໜ້ອຍດີເດັ່ນຄັ້ງທີ 10, ປີ 2023, ເຊິ່ງຈັດຂຶ້ນໃນເດືອນ ທັນວາ 2023, ຢູ່ ຮ່າໂນ້ຍ. ນ້ອງນັກຮຽນຫ້ອງ  ມໍ 7 ລົງເລິກວິຊາຊີວະສາດ, ໂຮງຮຽນ ມັດທະຍົມຕອນປາຍລົງເລິກວິຊາ ຫງວຽນຢູ, ໄດ້ສ້າງຜົນງານທີ່ໜ້າປະທັບໃຈ, ດ້ວຍ: ລາງວັນທີ 1 ຂັ້ນແຂວງ ແລະ ລາງວັນທີ 2 ລະດັບຊາດການເສັງ Olympic ພາສາ ອັງກິດ ນັກຮຽນ - ນັກສຶກສາປີ 2022; ເປັນສະມາຊິກທິມນັກຮຽນເກັ່ງລະດັບຊາດວິຊາຊີວະສາດ… ບໍ່ພຽງແຕ່ຮຽນເກັ່ງເທົ່ານັ້ນ, ນ້ອງຍັງມີການປະກອບ ສ່ວນຫຼາຍຢ່າງໃຫ້ແກ່ວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ອະນຸຊົນຢູ່ທ້ອງຖິ່ນອີກດ້ວຍ. ນ້ອງ ຢາເຮີນ, ແບ່ງປັນວ່າ: “ນ້ອງປາດຖະໜາຢາກສືບຕໍ່ມານະພະຍາຍາມເສີມຂະຫຍາຍ ເພື່ອບັນລຸໄດ້ໝາກຜົນທີ່ດີກວ່າ. ໃນອະນາຄົດ, ດ້ວຍວິຊາລົງເລິກແມ່ນຊີວະສາດ, ນ້ອງຢາກກາຍເປັນນັກວິທະຍາສາດ ຄົ້ນຄວ້າກ່ຽວກັບເຕັກໂນໂລຊີຊີວະສາດ ກໍຄືເຕັກນິກແພດສາດ ເພື່ອນຳມາເຊິ່ງເຕັກນິກທີ່ກ້າວໜ້າ, ທັນສະໄໝໃນການປິ່ນປົ່ວໃຫ້ແກ່ທຸກໆຄົນ”.
TAG
VOV/VOVworld/​ພິ​ຊິດ​/ເສັ້ນ​ທາງ​/ຄວາມ​ຮູ້/​ຮຽນ​ຈົບ/​ເດີນ​ທາງ

More