VOV WorldVOV World
“ປະ​ພາ​ຄານ” ອອກ​ຂ່າວກະຈາຍສຽງຢູ່ເທິງ​ຍອດ​​ພູ ເຟຍ ​ອັກ
16/08/2025 14:25
(VOVWORLD) - ສະຖານີສົ່ງສັນຍານຄື້ນ FM (ສະຖານີຖານ FM) ຂອງວິທະຍຸກະຈາຍສຽງ ຫວຽດນາມ ຢູ່ຍອດພູ ເຟຍ ອັກ, ຕາແສງ ແທ່ງກົງ, ແຂວງ ກາວບັ່ງ, ຫາກໍ່ໄດ້ຮັບການເປີດສະຫຼອງນຳເຂົ້າໃຊ້ງານ, ແມ່ນໜຶ່ງໃນສອງກິດຈະກຳຈຸດສຸມຂອງວິທະຍຸກະຈາຍສຽງ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19/8/1945 - 19/8/2025), ວັນຊາດ ຫວຽດນາມ (2/9/1945 - 2/9/2025). ນີ້ແມ່ນສະຖານີສົ່ງສັນຍານຄື້ນທີ່ສຳຄັນຮັບໃຊ້ການພັດທະນາເສດຖະກິດ, ສັງຄົມເຂດຊາຍແດນທາງທິດຕາເວັນອອກສ່ຽງເໜືອ, ແມ່ນກິດຈະກຳທີ່ມີຄວາມໝາຍຍຸດທະສາດໃນການຮັບປະກັນການປົກຄຸມຄື້ນກະຈາຍສຽງບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຢ່າງແຮງ, ລຽນຕິດ ແລະ ເປັນປົກກະຕິ.
“ປະ​ພາ​ຄານ” ອອກ​ຂ່າວກະຈາຍສຽງຢູ່ເທິງ​ຍອດ​​ພູ ເຟຍ ​ອັກ
ສະຖານີສົ່ງສັນຍານຄື້ນ FM 10KW ຢູ່ເທິງຍອດພູ
TAG
VOV/VOVworld/ເຟຍ ອັກ/ສະ​ຖາ​ນີ​ສົ່ງ​ສັນ​ຍານຄື້ນ FM/VOV