ສ້າງຕັ້ງໃນປີ 1945: ວິທະຍຸກະຈາຍສຽງ ຫວຽດນາມ ເຊື່ອມໂຍງ, ຍົກລະດັບທີ່ຕັ້ງບົດບາດ
13/09/2025 16:00
(VOVWORLD) - ນັບແຕ່ວັນທີ 07 ກັນຍາ 1945 ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ບໍ່ພຽງແຕ່ແມ່ນກະບອກສຽງຂອງປະເທດເທົ່ານັ້ນ ຫາກຍັງຢັ້ງຢືນທີ່ຕັ້ງບົດບາດຂອງເຄື່ອງໝາຍສື່ມວນຊົນລະດັບຊາດເປັນເທື່ອລະກ້າວ, ບືນຕົວຂຶ້ນອອກສູ່ພາກພື້ນ ແລະ ສາກົນ. ຈາກການເພີ່ມທະວີການເປີດກວ້າງການຮ່ວມມືກັບອົງການສື່ມວນຊົນຂອງປະເທດຕ່າງໆຕະຫຼອດຮອດບັນດາລາງວັນສື່ມວນຊົນອັນສູງສົ່ງ, ທັງໝົດທັງມວນໄດ້ສະແດງໃຫ້ເຫັນໂສມໜ້າໃໝ່, ຂອບຂະໜາດໃໝ່ຂອງວິທະຍຸກະຈາຍແຫ່ງຊາດໃນສັງກາດເຊື່ອມໂຍງດີຈີຕອນ.

ຢູ່ທ່າມກາງກະແສແຫ່ງການເຊື່ອມໂຍງຢ່າງແຮງ, ວິທະຍຸກະຈາຍສຽງ ຫວຽດນາມ ນັບມື້ນັບຢັ້ງຢືນບົດບາດແມ່ນຄື້ນກະຈາຍສຽງທີ່ສົ່ງອອກໄປໄກ, ເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດ 5 ທະວີບ. ປັດຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເປີດກວ້າງການພົວພັນຮ່ວມມືກັບ 51 ສະຖານີວິທະຍຸຕ່າງປະເທດ, 17 ອົງການກະຈາຍສຽງ, ໂທລະພາບ ແລະ ຫຼາຍອົງການບໍ່ຂຶ້ນກັບລັດຖະບານສາກົນ. ທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ: “ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ສົມ ທົບ ກັບ ບັນ ດາ ຄູ່ ຮ່ວມ ມື ໃຫຍ່ ໃນ ໂລກ ພ້ອມ ກັນ ຜະ ລິດ ບັນ ດາ ລາຍ ການ ກະ ຈາຍ ສຽງ . ໃນ ນັ້ນ , ໄດ້ ມີ ການ ຮ່ວມ ມື ກັບ ສະ ຖາ ນີ DW ( ເຢັຍ ລະ ມັນ ) ຜະ ລິດ ບັນ ດາ ບົດ ສາ ລະ ຄະ ດີ ເປັນໄລຍະຍາວ . ຫວ່າງ ມໍ່ ໆ ມາ ນີ້ , ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ກໍ່ ໄດ້ ເປີດກວ້າງ ການ ຮ່ວມ ມື ໄປ ຍັງ ພາກ ພື້ນ ອາ ເມ ລິ ກາ ໃຕ້ , ເຊັ່ນ : ຈີ ເລ , ອາກ ຊັງ ຕິນ ... ແລະ ຍາດ ໄດ້ ລາງວັນ ຖະ ແຫຼງ ຂ່າວ ອອກສູ່ ຕ່າງ ປະ ເທດ ເມື່ ອ ສົມ ທົບ ກັບ ວິ ທະ ຍຸ ກະ ຈາຍ ສຽງ ອາກ ຊັງ ຕິນ ແລະ ວິ ທະ ຍຸ ກະ ຈາຍ ສຽງ ຈີ ເລ , ຜະ ລິດ ອອກ ບັນ ດາ ຜະ ລິດ ຕະ ພັນ ກະ ຈາຍ ສຽງ ທີ່ ຈັບ ໃຈ ”.
TAG
VOV/VOVworld/ສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU)/ວິທະຍຸກະຈາຍສຽງຫວຽດນາມ(VOV)
Related
More








