ຊາວໜຸ່ມ ລາຍເຈົາ start up ຈາກຮູບແບບສະຫະກອນ
02/05/2021 02:00
(VOVWORLD) -ຈາກແຫຼ່ງທຶນບຸລິມະສິດພິເສດຂອງທະນາຄານນະໂຍບາຍສັງຄົມ ແລະ ແຫຼ່ງທຶນຈາກສູນກາງຄະນະຊາວໜຸ່ມ, ຊາວໜຸ່ມບັນດາເຜົ່າຢູ່ແຂວງ ລາຍເຈົາ ຂອງ ຫວຽດນາມ ໄດ້ກ້າກັ່ນ startup ດ້ວຍການສ້າງຕັ້ງສະຫະກອນ ເພື່ອພັດທະນາເສດຖະກິດ. ດ້ວຍການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນ, ບັນດາສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງ ໄດ້ນຳມາເຊິ່ງປະສິດທິຜົນ ແລະ ສ້າງວຽກເຮັດງານທຳ ກໍຄືລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງຊົນນະບົດໃໝ່.
ເອື້ອຍ ລໍ່ທິຢຸງໂດຍຮຽນຈົບຈາກໂຮງຮຽນກະສິກຳຊັ້ນກາງ, ຊາວເຜົ່າ ຜູ້ໄທ, ຢູ່ບ້ານ ເຖິມແຟ໊, ຕາແສງ ເມື່ອງກິມ, ເມືອງ ທານອວຽນ, ແຂວງ ລາຍເຈົາ ໄດ້ເຂົ້າຮ່ວມການເຄື່ອນໄຫວຂອງຄະນະຊາວໜຸ່ມ ຢູ່ທ້ອງຖິ່ນ. ໂດຍເຫັນໄດ້ທ່າແຮງຂອງອ່າງເກັບນ້ຳຂອງເຂື່ອນໃນບໍລິເວນທ້ອງຖິ່ນ, ເອື້ອຍ ຢຸງ ໄດ້ຂົນຂວາຍຊາວໜຸ່ມໃນບ້ານປະກອບທຶນ ແລະ ກູ້ຢືມທຶນເພີ່ມເຕີມຈາກສູນກາງຄະນະຊາວໜຸ່ມ ເພື່ອພັດທະນາຮູບແບບລ້ຽງປາກະຊັງ.
TAG
VOV/VOVworld/ຊາວໜຸ່ມ/ລາຍເຈົາ/ຜະລິດຕະພັນ OCOP/ສະຫະກອນ/ລ້ຽງປາກະຊັງ
Related








