VOV WorldVOV World
Tour ທ່ອງທ່ຽວຍາມຄ່ຳຄືນທຳອິດຂອງນະຄອນ ໂຮ່ຈີມິນ
13/01/2024 08:00
(VOVWORLD) - ໃນໄລຍະຈະມາເຖິງ ຈະມີຫຼາຍຜະລິດຕະພັນທ່ອງທ່ຽວ ເປັນເອກະລັກສະເພາະທີ່ຄ້າຍຄືກັນຫຼາຍກວ່າ, ເພື່ອນຳມາໃຫ້ແຂກທ່ອງທ່ຽວບັນດາ ສີສັນກ່ຽວກັບນະຄອນຂະຫຍັນຂັນເຄື່ອນ.
Tour ທ່ອງທ່ຽວຍາມຄ່ຳຄືນທຳອິດຂອງນະຄອນ ໂຮ່ຈີມິນ
( Tour ທ່ອງທ່ຽວ “ເມືອງ 1 - ສີສັນໃນຕອນຄ່ຳ” )       Tour ທ່ອງທ່ຽວ “ເມືອງ 1 - ສີສັນໃນຕອນຄ່ຳ” ຫາກໍ່ເປີດຢ່າງເປັນທາງການຢູ່ນະຄອນ ໂຮ່ຈີມິນ. ເຄີຍເຫັນແລ້ວ ແຕ່ແປກປະຫຼາດ, ນັ້ນແມ່ນຄວາມຮູ້ສຶກຂອງຫຼາຍຄົນ, ນັບທັງຊາວນະຄອນ ກໍຄືແຂກທ່ອງທ່ຽວ, ເມື່ອເຂົ້າຮ່ວມບັນດາ tour ທ່ອງທ່ຽວພິເສດນີ້.   ເຂົ້າຮ່ວມ tour ທ່ອງທ່ຽວ, ແຂກທ່ອງທ່ຽວຈະຮູ້ສຶກໄດ້ວ່າ ເມືອງ 1, ເມືອງໃຈກາງຂອງນະຄອນ ມີຄວາມແຕກຕ່າງຫຼາຍຍາມຄ່ຳຄືນ. ດ້ວຍບັນດາເນື້ອໃນທີ່ຈະໄດ້ເຂົ້າຮ່ວມ, ຄື: ຊອກຮູ້ປະຫວັດຄວາມເປັນມາ ກວ່າ 300 ປີ ຂອງນະຄອນ ໂຮ່ຈີມິນ; ຮັບປະທານອາຫານຢູ່ບັນດາຮ້ານອາຫານ; ຢ້ຽມຊົມ, ຊື້ເຄື່ອງຂອງຢູ່ຕະຫຼາດ ເບັນແທ່ງ…  ໂດຍໄດ້ດຳລົງຊີວິດເປັນເວລານັບສີບປີຢູ່ເມືອງ 1, ແຕ່ແຂກທ່ອງທ່ຽວຫຼາຍຄົນຍັງງົງງວຍຕໍ່ບັນຍາກາດ ອຶກກະທຶກຄຶກໂຄມຂອງຕະຫຼາດ ເບັນແທ່ງ ແລະ ເຂດທ່ອງທ່ຽວຈຳນວນໜຶ່ງ. ປ້າ ເຈິ່ນທິເຮືອງ, ແຂກທ່ອງທ່ຽວ ເຂົ້າຮ່ວມtour ທ່ອງທ່ຽວ, ໃຫ້ຮູ້ວ່າ:      “ເຂົ້າຮ່ວມການທ່ອງທ່ຽວຍາມຄ່ຳຄືນໄດ້ສ້າງຄວາມດຶງດູດໃຈຕໍ່ຂ້າພະເຈົ້າ. ຄວາມຈິງແມ່ນ, ກ່ອນນີ້, ຂ້າພະເຈົ້າກໍ່ເຄີຍໄປຫຼິ້ນໃນຕອນຄ່ຳ, ກັບເດິກ ແຕ່ເວລານັ້ນຍັງບໍ່ທັນຮູ້ສຶກຢ່າງເລິກເຊິ່ງກ່ຽວກັບນະຄອນ ໃນຕອນຄ່ຳ ແມ່ນມີຄວາມແຕກຕ່າງຫຼາຍເມື່ອທຽບໃສ່ຕອນກາງເວັນ. ຕອນກາງເວັນ, ນະຄອນອຶກກະທຶກ ຄຶກໂຄມແບບອື່ນ, ສ່ວນເມື່ອຮອດຕອນຄ່ຳ ທຸກຄົນເບິ່ງຄືວ່າພວມຜັກຜ່ອນຢ່ອນອາລົມ”.   ໃນເບື້ອງຕົ້ນ, tour ທ່ອງທ່ຽວຍາມຄ່ຳຄືນຂອງນະຄອນໄດ້ອອກແບບ ແລະ ຈັດຕັ້ງ, ສົມທົບກັບບັນດາ ການເຄື່ອນໄຫວຮັບຊົມສິລະປະ, ໄປຢ້ຽມຊົມຖະໜົນຍາມຄ່ຳຄືນ, ຊື້ - ຂາຍ, ຮັບປະທານອາຫານ… ປ້າ ຫງວຽນທິທູເວິນ, ແຂກທ່ອງທ່ຽວເຂົ້າຮ່ວມ tour ທ່ອງທ່ຽວປາດຖະໜາວ່າ, ໃນໄລຍະຈະມາເຖິງ ຈະມີຫຼາຍຜະລິດຕະພັນທ່ອງທ່ຽວເປັນເອກະລັກສະເພາະທີ່ຄ້າຍຄືກັນຫຼາຍກວ່າ, ເພື່ອນຳມາໃຫ້ແຂກທ່ອງທ່ຽວບັນດາສີສັນກ່ຽວກັບນະຄອນຂະຫຍັນຂັນເຄື່ອນ.   “ຕ້ອງສ້າງຫຼາຍຜະລິດຕະພັນຂອງເມືອງອື່ນຕື່ມອີກ. ບັນດາເຂດໃກ້ຄຽງກໍ່ມີຈຸດທີ່ເປັນເອກະລັກສະເພາະ ທີ່ແຕກຕ່າງກັນ, ອາດຈະແມ່ນ ວັດ, ເຂດປູຊະນີຍະສະຖານ. ຂ້າພະເຈົ້າເຫັນວ່າ tour ທ່ອງທ່ຽວຕ້ອງ ຂຶ້ນແຜນຢ້ຽມຊົມບັນດາສະຖານທີ່ຄືແນວນັ້ນ. ນອກນັ້ນ, ນະຄອນມີທ່າກຳປັ່ນ ຍ່າຣົ່ງ, ຖ້າເຮັດໄດ້, ຄວນປະດັບປະດາດ້ວຍລະບົບດອກໄຟ, ສ້າງແສງສີໃຫ້ສວຍງາມກວ່າ”.
TAG
VOV/VOVworld/ສີ​ສັນ/​ຄ່ຳຄືນ/​ທ່ອງ​ທ່ຽວ​/ພັດ​ທະ​ນາ

More