ອ້າຍຄູ ຫງວຽນຕ໊ຽນຢຸງ - 30 ປີ ສຸດຈິດສຸດໃຈກັບການສອນພາສາຫວຽດ
31/01/2021 06:26
(VOVWORLD) - ໂຮງຮຽນມິດຕະພາບ T80 ແມ່ນໂຮງຮຽນແຫ່ງໜຶ່ງທີ່ມີບົດບາດສຳຄັນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ທັງສາມປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ. ໂຮງຮຽນແຫ່ງນີ້ມີສອງໜ້າທີ່ຕົ້ນຕໍນັ້ນແມ່ນ ສອນພາສາ ຫວຽດ ໃຫ້ແກ່ນັກສຶກສາ ກຳປູເຈຍ ແລະ ລາວ ເພື່ອສືບຕໍ່ຮ່ຳຮຽນ, ເຮັດວຽກຢູ່ ຫວຽດນາມ ແລະ ສອນນັກຮຽນເຜົ່າສ່ວນໜ້ອຍຂັ້ນມັດທະຍົມຕອນປາຍ. ນັ້ນແມ່ນສອງໜ້າທີ່ທີ່ບໍ່ງ່າຍດາຍ ແຕ່ບັນດາພະນັກງານ, ອ້າຍຄູເອື້ອຍຄູຢູ່ແຫ່ງນີ້ ຍັງເຮັດວຽກງານຂອງຕົນດ້ວຍຄວາມສຸດຈິດສຸດໃຈ. ມີບາງຄົນຕິດພັນ ກັບໂຮງຮຽນແຫ່ງນີ້ເກືອບເຄິ່ງຊີວິດຂອງຕົນ, ໃນນັ້ນ ມີອ້າຍຄູ ຫງວຽນຕ໊ຽນຢຸງ, ຮອງຜູ້ອຳນວຍການໂຮງຮຽນ ມິດຕະພາບ T80. ຕໍ່ໄປນີ້, ເຊີນທ່ານພ້ອມກັບນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ທຳຄວາມລື້ງເຄີຍກັບອ້າຍຄູຄົນນີ້.

“ສຳລັບພວກນ້ອງ ຊຸມວັນທຳອິດ ແມ່ນຊຸມວັນທີ່ປະສົບກັບຄວາມຫຸຍ້ງຍາກຫຼາຍຢ່າງ ເມື່ອຢູ່ຫ່າງໄກຄອບຄົວ, ຢູ່ຫ່າງໄກຈາກພໍ່ແມ່. ອ້າຍຄູ ຢຸງ ຍາມໃດກໍສຸດຈິດສຸດໃຈກັບນັກຮຽນຂອງຕົນ, ໃນຊຸມວັນທຳອິດນັ້ນ, ອ້າຍຄູຍັງລົງໄປຫ້ອງພັກ ເພື່ອແນະນຳໃຫ້ພວກນ້ອງຈັດແຈງເຄື່ອງຂອງແນວໃດໃຫ້ເປັນລະບຽບ, ງາມຕາ ແລະ ລະດົມກຳລັງໃຈພວກນ້ອງນັກຮຽນ. ເມື່ອເຂົ້າຮຽນຊັ້ນໃໝ່, ໄດ້ສຳຜັດກັບວິທີສອນໃໝ່, ຄວາມຮູ້ກໍຫຼາຍກວ່າ, ສະນັ້ນ ຜູ້ໃດກໍເປັນຫ່ວງ ແຕ່ອ້າຍຄູ ຢຸງ ໄດ້ແນະນຳ ແລະ ບອກສອນພວກນ້ອງທຸກສິ່ງທຸກຢ່າງ. ມາຮ່ຳຮຽນຢູ່ທີ່ນີ້ ນ້ອງຈຶ່ງເຂົ້າໃຈໄດ້ວ່າ ພໍ່ແມ່ຜູ້ທີສອງແມ່ນຄືແນວໃດ?” “ໃນຊົ່ວໂມງຮຽນທຳອິດ, ນ້ອງໄດ້ຕັ້ງໃຈຟັງອາຈານສອນ ແຕ່ວ່າ ນ້ອງບໍ່ເຂົ້າໃຈຫຍັງເລີຍ ແລະ ອາຈານ ຢຸງ ໄດ້ຊ່ວຍນ້ອງ ຈາກ ຜູ້ໜຶ່ງທີ່ບໍ່ຮູ້ຈັກຄຳ ມາເປັນຄົນເວົ້າພາສາຫວຽດ ໄດ້ຢ່າງຫຼ່ຽນໄຫຼ ແລະ ສາມາດເຂົ້າຮຽນມະຫາວິທະຍາໄລໄດ້. ດ້ວຍຄວາມສຸດຈິດສຸດໃຈຂອງຕົນ, ອ້າຍຄູ ຢຸງ ໄດ້ໃຊ້ທຸກວິທີສິດສອນ ເພື່ອເຮັດແນວໃດໃຫ້ພວກນ້ອງເຂົ້າໃຈບົດຮຽນ. ພວກນ້ອງບໍ່ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່ໃນການຮ່ຳຮຽນເທົ່ານັ້ນ ຫາກຍັງໄດ້ ຮັບ ຄວາມອົບອຸ່ນ ນຳອີກ . ພວກນ້ອງໄດ້ຮັບຄວາມເບິ່ງແຍງດູແລຢ່າງຖີ່ຖ້ວນ, ເມື່ອມີຄົນ ເຈັບເປັນ, ອ້າຍຄູລ້ວນແຕ່ເປັນຫ່ວງ ແລະ ໄປ ຢ້ຽມ ຢາມ, ລະດົມກຳລັງໃຈ. ນ້ອງ ຍັງບໍ່ເຄີຍ ເຫັນຢູ່ບ່ອນໃດ ທີ່ ໃຫ້ຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລນັກຮຽນ, ນັກສຶກສາຢ່າງຖີ່ຖ້ວນຄືຢູ່ທີ່ນີ້”. ນັ້ນພຽງແຕ່ແມ່ນບາງວຽກງານ ເຊິ່ງ ອ້າຍຄູ ຫງວຽນຕ໊ຽນຢຸງ ເຄີຍໃຫ້ການຊ່ວຍເຫຼືອນັກຮຽນມາໂດຍຕະຫຼອດ. ກ່ອນທີ່ມາເຮັດວຽກຢູ່ໂຮງຮຽນ ມິດຕະພາບ T80, ອ້າຍຄູ ຢຸງ ເຄີຍໄປສອນຢູ່ໂຮງຮຽນມັດທະຍົມຕອນປາຍກິນນອນຊົນເຜົ່າເຂດພູດອຍພາກເໜືອ ບາງແຫ່ງແລ້ວ. ນັບແຕ່ສະໄໝນັ້ນ, ອ້າຍຄູຢຸງ ກໍເຫັນໄດ້ເຖິງຄວາມສຳຄັນຂອງການສອນພາສາ ຫວຽດ ໃຫ້ແກ່ປະຊາຊົນທ້ອງຖິ່ນ. ອ້າຍຄູຢຸງ ແບ່ງປັນວ່າ: “ໃນຊຸມເດືອນປີທີ່ດຳລົງຊີວິດກັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ຂ້າພະເຈົ້າເຫັນໄດ້ວ່າເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກລຳບາກຄືແນວໃດ. ສະນັ້ນ, ຈຶ່ງບອກນຳຕົນເອງວ່າ ຈະປະກອບເຫື່ອແຮງຂອງຕົນເຂົ້າໃນການສອນພາສາ ຫວຽດ ໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນຂອງທ້ອງຖິ່ນນັ້ນໃນອະນາຄົດ. ແລະ ການໃຊ້ພາສາ ຫວຽດ ໄດ້ຢ່າງລ່ຽນໄຫຼ ຈະຊ່ວຍໃຫ້ພວກນ້ອງສາມາດຮັບເອົາຄວາມຮູ້ທາງດ້ານວິທະຍາສາດໄດ້ຢ່າງງ່າຍດາຍ ເພື່ອກັບມາສ້າງສາ, ພັດທະນາບ້ານເມືອງຂອງຕົນໃຫ້ດີຂຶ້ນ. ສຳລັບນັກສຶສາ ກຳປູເຈຍ ແລະ ລາວ, ການໃຊ້ພາສາ ຫວຽດ ໄດ້ຢ່າງຫຼ່ຽນໄຫຼ ແມ່ນເງື່ອນໄຂສຳຄັນເພື່ອໃຫ້ພວກນ້ອງຮຽນຕໍ່ ຫຼືເຮັດວຽກຢູ່ ຫວຽດນາມ. ນີ້ກໍແມ່ນແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສາຍພົວພັນໄມຕີຈິດມິດຕະພາບຂອງ 2 ປະເທດ.”
TAG
VOV/VOVworld/ຫງວຽນຕ໊ຽນຢຸງ/ກຳປູເຈຍ/ຫວຽດນາມ/ພາສາ ຫວຽດ/ໂຮງຮຽນມິດຕະພາບ T80
Related
More








