ໄທຟື້ນຟູການທ່ອງທ່ຽວຢ່າງແຮງ
05/11/2023 05:00
(VOVWORLD) - ຂະແໜງການທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມຂອງໄທ ເຊິ່ງໄດ້ປະກອບສ່ວນປະມານ 11 – 12% ເຂົ້າຍອດຜະລິດຕະພັນພາຍໃນປະເທດ. ຂະແໜງການທ່ອງທ່ຽວ ໄທ ໄດ້ພິສູດໃຫ້ເຫັນຄວາມສາມາດໃນການຟື້ນຟູຢ່າງແຮງ ດ້ວຍແຂກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມປະເທດໄທ ໃນປີ 2022 ແມ່ນກ່ວາ 11 ລ້ານເທື່ອຄົນ ແລະ ໃນ 6 ເດືອນຕົ້ນປີ 2023 ແມ່ນກ່ວາ 10 ລ້ານເທື່ອຄົນ. ນີ້ແມ່ນຕົວເລກທີ່ເປັນໜ້າຊົມຊື່ນໃນສະພາບການຂະແໜງທ່ອງທ່ຽວຫຼາຍປະເທດໃນໂລກ ພວມມານະພະຍາຍາມຟື້ນຟູ ພາຍຫຼັງໂລກລະບາດໂຄວິດ - 19. ດັ່ງນັ້ນ, ການທ່ອງທ່ຽວໄທ ມີເຄັດລັບຫຍັງເພື່ອຍາມໃດກໍ່ຮັກສາໄດ້ຄວາມດຶງດູດຂອງຕົນຕໍ່ກັບແຂກທ່ອງທ່ຽວສາກົນ. ຕໍ່ໄປ, ເຊີນເພື່ອນຊອກຫາຄຳຕອບໄດ້ຜ່ານບົດຂຽນຂອງນັກຂ່າວ VOV ທີ່ມີຫົວຂໍ້: “ໄທຟື້ນຟູການທ່ອງທ່ຽວຢ່າງແຮງ”.

ທ່ານນາງ ສຸກັນຍາ ສິລິການຈະນະກຸນ ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ ຂຶ້ນກັບ ກົມໃຫຍ່ການທ່ອງທ່ຽວ ໄທ
TAG
VOV/VOVworld/ການທ່ອງທ່ຽວ/ຫວຽດນາມ/ໄທ
Related







