ເດືອນ Ramadhan ຂອງຊາວມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ
16/06/2019 09:00
(VOVWORLD) - ເດືອນ Ramadhan ແມ່ນເທດສະການຖືສິນອົດຂອງຊາວມຸດສະລິມ. ເດືອນແຫ່ງເທດສະການຖືສິນອົດ Ramadhan ແມ່ນເພື່ອແນໃສ່ນໍາຊາວມຸດສະລິມ ໄດ້ເຂົ້າໃກ້ກັບພະເຈົ້າຫຼາຍກວ່າ ໂດຍຜ່ານການຄວບຄຸມ ດ້ວຍຕົນເອງ, ຄວາມລະລຶກເຖິງ ແລະ ຄວາມອ່ອມນ້ອມຖ່ອມຕົວ. ເດືອນ Ramadhan ໄດ້ໄລ່ຕາມວົງວຽນຂອງດວງພະຈັນ. ຕາມປະຕິທິນຂອງສາສະໜາອິດສະລາມແລ້ວ, ປີນີ້, ເດືອນ Ramadhan ໄດ້ເລີ່ມແຕ່ວັນທີ 6 ພຶດສະພາ. ໂດຍເຈືອຈານເຂົ້າກັບບັນຍາກາດນັ້ນ, ພ້ອມກັບຍາດຕິພີ່ນ້ອງ ແລະ ເພື່ອນມິດຢູ່ບ້ານເກີດເມືອງນອນພວມດໍາເນີນເດືອນ Ramadhan, ປະຊາຄົມ ຊາວມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ ກໍຕ້ອນຮັບເດືອນ Ramadhan - ເດືອນສັກສິດທີ່ສຸດໃນປີ ຂອງຊາວມຸດສະລິມ ດ້ວຍຄວາມປິຕິຊົມຊື່ນ.

18 ໂມງ 45 ນາທີ, ໃນສະຖານທີ່ມີເນື້ອທີ່ກວ້າງປະມານ 400 ຕາແມັດ ຂອງ ໂບດ ອິດສະລາມ Al Noor, ຕັ້ງຢູ່ເຮືອນເລກທີ 12 ຮ່າງເລືອກ, ຮ່າໂນ້ຍ, ຊາວ ມຸດສະລິມ ອິນໂດເນເຊຍ ຢູ່ ຮ່າໂນ້ຍ ກວ່າ 200 ຄົນ ແລະ ປະເທດອື່ນໆອີກຄື ມາເລເຊຍ, ບຣູໄນ, ປາກິດສະຖານ, ຫວຽດນາມ... ພວມພ້ອມກັນເຂົ້າຮ່ວມພິທີພາວະນາ Magrib ເຊິ່ງເປັນພິທີຕ້ອງປະຕິບັດຫຼັງຈາກຕາເວັນຕົກດິນຂອງວັນສຳລັບຊາວມຸດສະລິມ. ເມື່ອເຂົ້າຮ່ວມພິທີສວດມົນພາວະນາດັ່ງກ່າວ ບ່ອນນັ່ງຂອງຜູ້ຊາຍ ແລະ ຜູ້ຍິງໄດ້ກັ້ນດ້ວຍຜ້າກັ້ງແຜ່ນໜຶ່ງ. ເຂົາເຈົ້ານຸ່ງຊຸດອາພອນພິເສດຂອງ ຊາວມຸດສະລິມ - ຜູ້ຍິງນຸ່ງເຄື່ອງປົກປິດໝົດທັງຕົວນັບແຕ່ຫົວລົງຮອດຕີນ ຈົົ່ງພຽງແຕ່ໜ້າ ເຊິ່ງໄດ້ເອີ້ນວ່າ “Mukena”, ສ່ວນຜູ້ຊາຍໃສ່ໝວກ “Peci” ແລະ ຕັ້ງໃຈປະຕິບັດບັນດາພິທີກໍາພາວະນາຕາມການແນະນຳຂອງຄຸນພໍ່ ຫຼື ເອີນວ່າ Idam. ໃນຫຼາຍຊຸມປີຜ່ານມາ, ສະຖານທູດຂອງບັນດາປະເທດ ອິດສະລາມ ປະຈຳຮ່າໂນ້ຍ ໄດ້ຈັດຕັ້ງເທດສະການ “ Iftar Ramadhan ” ເປັນປະຈໍາ - ເຊິ່ງເປັນພິທີສິ້ນສຸດການຖືສິນອົດພາຍຫຼັງປະຕິບັດມາໝົດມື້ ໃຫ້ແກ່ປະຊາຄົມຊາວມຸດສະລິມຢູ່ທີ່ນີ້. ຕາມປົກກະຕິແລ້ວ, ປີນີ້, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ກໍສືບຕໍ່ຮັກສາມູນເຊື້ອອັນດີງາມນັ້ນ. ທ່ານ Ibnu Hadi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ: “ໃນເດືອນ Ramadhan, ພວກຂ້າພະເຈົ້າ ພາວະນາຫຼາຍກວ່າປົກກະຕິ. ນອກຈາກ 5 ພິທີກຳພາວະນາທີ່ຕ້ອງປະຕິບັດໃນວັນທໍາມະດາແລ້ວ, ໃນໂອກາດນີ້ ຍັງມີພິທີກຳພາວະນາ Tarawith ຕື່ມອີກ. ຂ້າພະເຈົ້າຄິດວ່າ ການຈັດຕັ້ງ ເທດສະການ Iftar Ramadhan ແມ່ນປະເພນີອັນດີງາມ ທີ່ໂບດ Al Noor ຍັງຮັກສາໄວ້ໄດ້. ຊາວມຸດສະລິມ ທຸກຄົນມາທີ່ນີ້ ເພື່ອພົບປະໂອ້ລົມກັນ, ພາວະນາ ແລະ ພ້ອມກັນຮັບປະທານອາຫານພາຍຫຼັງຖືສິນອົດໝົດມື້”.
TAG
VOV/VOVworld/ເດືອນ Ramadhan/ອິດສະລາມ/ເທດສະການ Iftar Ramadhan
Related
More








