VOV WorldVOV World
ແບບຢ່າງກ່ຽວກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ນັກສຶກສາ ກໍາປູເຈຍ
19/05/2019 07:00
(VOVWORLD) - ໂດຍປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການສຶກສາ ໄລຍະ 2016 – 2020 ລະຫວ່າງ ກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ແລະ ກະຊວງສຶກສາຊາວໜຸ່ມ ແລະ ກິລາ ກໍາປູເຈຍ, ແຕ່ລະປີ, ຫວຽດນາມ ໄດ້ຮັບນັກສຶກສາ ກໍາປູເຈຍ ຈໍານວນ 120 ຄົນ ມາຮຽນມາຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ, ຝຶກອົບຮົບ ແລະ ຮຽນກຽມພາສາ ຫວຽດ ກ່ອນຈະເຂົ້າຮຽນມະຫາວິທະຍາໄລ. ນັກສຶກສາກໍາປູເຈຍ ສ່ວນຫຼາຍຮຽນຢູ່ບັນດາໂຮງຮຽນ ຄື: ມະຫາວິທະຍາໄລແພດສາດຮ່າໂນ້ຍ, ມະຫາວິທະຍາໄລກໍ່ສ້າງ, ມະຫາວິທະຍາໄລ ສັບພະວິຊາ, ມະຫາວິທະຍາໄລສະຖາປັດຕະຍາກໍາຮ່າໂນ້ຍ, ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ ແລະ ມະຫາວິທະຍາໄລການຢາ ຖ໊າຍບິ່ງ. ແລະ ເພື່ອນ Nguon Mengheang ຫົວໜ້າຄະນະນັກສຶກສາກໍາປູເຈຍ ຢູ່ ຫວຽດນາມ ແມ່ນໜຶ່ງໃນຈໍານວນນັກສຶກສາ ດ່ັງກ່າວ. ຕໍ່ໄປນີ້ ຈົ່ງພ້ອມກັບນັກຂ່າວ ກວາງແອັງ ທໍາຄວາມລື້ງເຄີຍກັບ Nguon Mengheang ແດ່ເດີ!
ແບບຢ່າງກ່ຽວກັບຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງ ນັກສຶກສາ ກໍາປູເຈຍ
Nguon Mengheang ຫົວໜ້າຄະນະນັກສຶກສາກໍາປູເຈຍ ຢູ່ ຫວຽດນາມ           Nguon Mengheang ເລີ່ມມາຮຽນຢູ່ຫວຽດນາມ ນັບແຕ່ປີ 2015. ພາຍຫຼັງຮຽນກຽມພາສາ ຫວຽດ ຢູ່ໂຮງຮຽນມິດຕະພາບ 80 (T80) ມາໄດ້ໜຶ່ງປີ, Nguon Mengheang ໄດ້ກາຍເປັນນັກສຶກສາຂອງມະຫາວິທະຍາໄລເສດຖະກິດແຫ່ງຊາດ ຫວຽດນາມ, ລົງເລິກຂະແໜງບໍລິຫານທຸລະກິດ ຢ່າງເປັນທາງການ. ປີ 2019, Nguon Mengheang ມີອາຍຸ 24 ປີ ແລະ ພວມເປັນນັກສຶກສາປີທີ 3. ເມື່ອເວົ້າເຖິງເຫດຜົນທີ່ເລືອກມາຮຽນ ມະຫາວິທະຍາໄລ ຢູ່ຫວຽດນາມ, Nguon Mengheang ແບ່ງປັນວ່າ:         “ເມື່ອນ້ອງຮຽນຊັ້ນມັດທະຍົມຕອນປາຍ, ນ້ອງພ້ອມກັບໝູ່ຂອງຕົນ ໄດ້ຮັບການໃຫ້ຄໍາປຶກສາ ແລະ ແນະນໍາກ່ຽວກັບການເລືອກວິຊາໃດທີ່ເໝາະສົມກັບຄວາມຊົມຊອບຂອງຕົນ ກໍຄື ກາລະໂອກາດຊອກຫາວຽກເຮັດງານທໍາໃນພາຍພາກໜ້າ, ນັບທັງບັນດາລາຍການທຶນການສຶກສາຂອງລັດຖະບານ... ນ້ອງເຫັນວ່າ ຕົນເອງມີຄວາມຊົມຊອບກັບຂະແໜງເສດຖະກິດ. ຜ່ານການຊອກຮູ້, ນ້ອງໄດ້ຮັບຮູ້ວ່າ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແມ່ນໜຶ່ງໃນບັນດາມະຫາວິທະຍາໄລແຖວໜ້າກ່ຽວກັບການບໍາລຸງສ້າງກຸ່ມຂະແໜງເສດຖະກິດ ແລະ ການຄຸ້ມຄອງຢູ່ພາກເໜືອຫວຽດນາມ.”
TAG
VOV/VOVworld/Nguon Mengheang/ຫວາດຫວັ່ນ/ຫຍຸ້ງຍາກລໍາບາກ/ນັກສຶກສາ/ກໍາປູເຈຍ

More