ເພີ່ມທະວີການສົ່ງເສີມວຽກງານໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ ອິນໂດເນເຊຍ ຜ່ານ Roadshow
26/05/2019 07:00
(VOVWORLD) - ໃນຊຸມປີມໍ່ໆມານີ້, ອິນໂດເນເຊຍ ໄດ້ກາຍເປັນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງຂະແໜງທ່ອງທ່ຽວຫວຽດນາມ. ປີ 2018, ມີແຂກທ່ອງທ່ຽວ ອິນໂດເນເຊຍເກືອບ 88.000 ຄົນ ມາທ່ຽວຫວຽດນາມ, ເພີ່ມຂຶ້ນ 8,5% ເມື່ອທຽບໃສ່ປີ 2017. ເພື່ອເພີ່ມທະວີການສົ່ງເສີມວຽກງານໂຄສະນາການທ່ອງທ່ຽວຢູ່ ອິນໂດເນເຊຍ ນັ້ນ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການໂຄສະນາຢູ່ປະເທດນີ້ເປັນປະຈໍາ, ໜຶ່ງໃນຈໍານວນບັນດາການເຄື່ອນໄຫວນັ້ນ, ແມ່ນລາຍການ Roadshow “ຄວາມປະທັບໃຈຫວຽດນາມ” ເຊິ່ງຖືກຈັດຂຶ້ນໃນວັນທີ 3 ພຶດສະພາ ຜ່ານມາຢູ່ນະຄອນຫຼວງ ຈາກາກຕາ. ບົດຂຽນຂອງ ເຮືອງຈ່າ, ນັກຂ່າວ VOV ປະຈໍາ ຈາກາກຕາ.

ລາຍການ Roadsh ow “ຄວາມປະທັບໃຈຫວຽດນາມ” ຈັດຂຶ້ນໃນວັນທີ 3 ພຶດສະພາ ຜ່ານມາຢູ່ນະຄອນຫຼວງ ຈາກາກຕາ Roadshow (ການສະແດງສິລະປະເຄື່ອນທີ່) ຢູ່ອິນໂດເນເຊຍ ຄັ້ງນີ້ ໄດ້ຊ່ວຍແນະນໍາໃຫ້ບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດທ່ອງທ່ຽວ ແລະ ການບິນ ອິນໂດເນເຊຍ ກວ່າ 120 ແຫ່ງ ກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວໃໝ່ທີ່ດູດດື່ມ ແລະ ອາຫານການກິນທີ່ຫຼາຍຮູບຫຼາຍສີ ແລະ ຫຼາຍເຍື່ອງຂອງຫວຽດນາມ. ໄປຄຽງຄູ່ກັນນັ້ນ, ບັນດາຜົນງານພົ້ນເດັ່ນຂອງຂະແໜງການທ່ອງທ່ຽວຫວຽດນາມ 2018 ກໍໄດ້ເນັ້ນໜັກເປັນພິເສດໃນລາຍການດັ່ງກ່າວ. ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ຫງວຽນທິແທັງເຮືອງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: “ອິນໂດເນເຊຍ ແມ່ນຕະຫຼາດທ່ອງທ່ຽວທີ່ສໍາຄັນໃນພາກພື້ນ. ນັບມື້ນັບມີແຂກທ່ອງທ່ຽວເລືອກມາທ່ຽວຢູ່ຫວຽດນາມຫຼາຍຂຶ້ນ. ໃນໄລຍະ 4 ເດືອນຕົ້ນປີ 2019, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວ ອິນໂດເນເຊຍ ຈໍານວນ 36.500 ເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ເລື່ອງເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາບໍລິສັດການບິນ ໄດ້ສ້າງຄວາມສະດວກໃນການໄປມາຫາສູ່ລະຫວ່າງສອງປະເທດ, ພວກຂ້າພະເຈົ້າຫວັງວ່າ ຈໍານວນແຂກທ່ອງທ່ຽວ ອິນໂດເນເຊຍ ມາ ຫວຽດນາມ ຈະເພີ່ມຂຶ້ນໃນໄລຍະຈະມາເຖິງ”.
TAG
VOV/VOVworld/ອິນໂດເນເຊຍ/Roadshow/ການທ່ອງທ່ຽວ/ຫວຽດນາມ
Related
More








