VOV WorldVOV World
ຫ້ອງຮຽນພາສາ​ລາວ ຢູ່ ຮ່​າ​ໂນ້ຍ - ບ່ອນຫຼໍ່ລ້ຽງຄວາມ​ຮັກ​ຂອງ​ໄວໜຸ່ມ ຫວຽດນາມ ຕໍ່​ປະ​ເທດ ລາວ​ລ້ານ​ຊ້າງ
21/06/2020 08:00
(VOVWORLD) - ຮູບພາບກ່ຽວກັບປະເທດ ລາວ ທີ່ສວຍສົດງົດງາມ, ວາດຟ້ອນລໍາວົງທີ່ອ່ອນຊ້ອຍ ແລະ ເຍື່ອງຕໍາໝາກຫຸ່ງທີ່ເຜັດຈັດ ໄດ້ເຮັດໃຫ້ບັນດາເພື່ອນໆນັກສຶກສາຢາກໄປຢ້ຽມຢາມປະເທດ ລາວ ກໍຄື ແຜ່ຂະຫຍາຍຄວາມຮັກຂອງໄວໜຸ່ມຫວຽດນາມ ທີ່ມີຕໍ່ປະເທດລ້ານຊ້າງນີ້.
ຫ້ອງຮຽນພາສາ​ລາວ ຢູ່ ຮ່​າ​ໂນ້ຍ - ບ່ອນຫຼໍ່ລ້ຽງຄວາມ​ຮັກ​ຂອງ​ໄວໜຸ່ມ ຫວຽດນາມ ຕໍ່​ປະ​ເທດ ລາວ​ລ້ານ​ຊ້າງ
        ເມື່ອປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບມື້ນັບເປີດກວ້າງການຮ່ວມມືໃນທຸກຂົງເຂດ ເລື່ອງຮຽນບັນດາພາສາທີ່ບໍ່ຄ່ອຍໄດ້ຮັບຄວາມນິຍົມເພີ່ມ ຄື ພາສາ ໄທ ແລະ ພາສາລາວ ນອກຈາກພາສາຫຼັກ ເຊິ່ງບັນດາເພື່ອນໆນັກສຶກສາທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍນັ້ນ ບໍ່ພຽງແຕ່ຊ່ວຍພວກເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະຊາຊົນ, ປະເທດຊາດ ແລະ ວັດທະນະທໍາຂອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກຍັງນໍາມາເຊິ່ງກາລະໂອກາດໃໝ່ຫຼາຍຢ່າງໃນການຫາວຽກເຮັດງານທໍາໃນອະນາຄົດອີກດ້ວຍ. ພາສາ ໄທ ໄດ້ນໍາເຂົ້າລະບົບຫຼັກສູດຄືພາສາຕ່າງປະເທດທີ 2 ຢູ່ໂຮງຮຽນແຫ່ງນີ້ ແຕ່ດົນແລ້ວ (ນັບແຕ່ປີ 2001) ແລະ ຄ່່ອຍໆຢັ້ງຢືນໄດ້ຄວາມດູດດື່ມຂອງຕົນ. ເຖິງວ່າຫາກໍໄດ້ຮັບການສ້າງຕັ້ງກໍ່ຕາມ, ແຕ່ຜ່ານພາກຮຽນທີ 1, ພາສາລາວ ກໍຢັ້ງຢືນໄດ້ບັນດາຈຸດຈັບອົກຈັບໃຈພິເສດຂອງຕົນ ອັນໄດ້ເຮັດໃຫ້ນັກສຶກສາຫວຽດນາມເກີດມີຄວາມຢາກຮູ້ຢາກຮຽນ. ຕໍ່ໄປນີ້, ເຊີນທ່ານຮັບຟັງບົດສາລະຄະດີ ດ້ວຍຫົວຂໍ້: ຫ້ອງຮຽນພາສາລາວ ຢູ່ ຮ່າໂນ້ຍ - ບ່ອນຫຼໍ່ລ້ຽງຄວາມຮັກຂອງໄວໜຸ່ມ ຫວຽດນາມ ທີ່ມີຕໍ່ປະເທດ ລາວ ລ້ານຊ້າງ.         ນັ້ນແມ່ນບັນຍາກາດກ່ອນທີ່ດໍາເນີນເຫດການໜຶ່ງພິເສດພໍສົມຄວນ, ເຊິ່ງເປັນມື້ທີ່ມອບລາງວັນການເສັງເວົ້າພາສາລາວ ດ້ວຍຫົວຂໍ້ເລືອກເອງ ຜ່ານຮູບແບບຖ່າຍທໍາ ວີດີໂອ ແລະ ກໍແມ່ນວັນໂຮມຊຸມນຸມຂອງທັງ ຄູອາຈານ ແລະ ນັກສຶກສາ ຮຽນວິຊາພາສາຕ່າງປະເທດທີ 2 - ພາສາລາວ - ຊຸດທີ 1 (ສົກຮຽນ 2019 – 2020) ພາຍຫຼັງຊຸມວັນທີ່ບໍ່ໄດ້ພົບກັນຍ້ອນປະຕິບັດການແຍກຫ່າງໃນສັງຄົມ ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. ດ້ວຍຄວາມກະຕືລືລົ້ນທີ່ຈະໄດ້ຮັບລາງວັນ ແລະ ໄດ້ພົບປະໝູ່ຄູ, ສະນັ້ນ, ເຂົາເຈົ້າໄດ້ມາແຕ່ເຊົ້າ ແລ້ວເປີດເຜີຍເຫດຜົນທີ່ເລືອກຮຽນພາສາລາວສູ່ກັນຟັງ ດ້ວຍຄວາມເບີດບານມ່ວນຊື່ນ. ເພື່ອນ ຟຸ່ງທີ່ງອກແອັງ, ກ່າວວ່າ:
TAG
VOV/VOVworld/ຫ້ອງ​ຮຽນ​ພາ​ສາ​ລາວ/ຫຼໍ່​ລ້ຽງ/ປະ​ເທດ​ລາວ​ລ້ານ​ສ້າງ/ວັດ​ທະ​ນະ​ທຳ/ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ/

More