VOV WorldVOV World
ຫງວຽນກວາງວິງ - ຜູ້ຂຽນບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ
23/11/2018 03:18
(VOVWORLD) - ທໍ່ຕູ້ ຢາໄຊຈູ (1916 - 1961) ແມ່ນຊາວໜຸ່ມຊົນເຜົ່າມົ້ງ ຢູ່ເມືອງ ໜອງແຮດ, ແຂວງ ຊຽງຂວາງ. ດ້ວຍນ້ຳໃຈຮັກຊາດອັນດູດດື່ມ, ອ້າຍບ່າວອາຍຸ 16 ປີ ໄດ້ສ້າງຕັ້ງກອງຫຼອນນ້ອຍຂອງບ້ານ. ຜ່ານວັນເວລາແຫ່ງການຕໍ່ສູ້ ແລະ ສ້າງວິລະກຳອັນລືຊາຫລາຍຢ່າງ, ກອງຫຼອນຂອງທ່ານ ທໍ່ຕູ້ ຢາໄຊຈູ ໄດ້ເຕີບໃຫຍ່ເຂັ້ມແຂງດຶງດູດເອົາຊາວໜຸ່ມບັນດາຊົນເຜົ່າຢູ່ແຂວງ ຂຽງຂວາງ ແລະ ປ່ຽນຊື່ເປັນກອງຫຼອນ ປັດໃຈ - ຊື່ຂອງນັກວິລະຊົນຕ້ານ ຝຣັ່ງ ຂອງ ລາວ.
ຫງວຽນກວາງວິງ - ຜູ້ຂຽນບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ
ເກືອບ 60 ປີກ່ອນໜ້ານີ້, ທ່ານ ທໍ່ຕູ້ ຢາໄຊຈູ, ອ້າຍບ່າວຊາວເຜົ່າມົ້ງ ດ້ວຍຄວາມສະຫລາດສະຫລຽວ, ຄວາມພິລະອາຫານ, ຄວາມປິຊາສາມາດຂອງຕົນ ໄດ້ນຳພາກອງພັນທີ 2 ຜ່ານຜ່າວົງລ້ອມຂອງພວກສັດຕູ, ຂ້າມປ່າລົງຫ້ວຍ, ຮັກສາກຳລັງໄປຮອດຖານທີ່ໝັ້ນຊາຍແດນ ຫວຽດ-ລາວ ຢ່າງປອດໄພ. ນີ້ແມ່ນການເຄື່ອນທັບ, ການຕໍ່ສູ້ອັນໄດ້ສ້າງ ຂີດໝາຍໃນປະຫວັດສາດການປະຕິວັດ ລາວ ຢ່າງເລິກເຊິ່ງເວົ້າລວມ ແລະ ປະຫວັດສາດກອງທັບປະເທດ ລາວ ເວົ້າສະເພາະ. ບົດເລື່ອງບັນທຶກ ທໍ່ຕູ້ ຢ່າໄຊຈູ ແມ່ນບົດເລື່ອງບັນທຶກທຳອິດຂອງນັກຂຽນ ຫງວຽນກວາງວິງ ທີ່ໄດ້ພິມດ້ວຍ 3 ພາສາ:  ຫວຽດນາມ - ລາວ ແລະ ອັງກິດ. ຂໍເຊີນບັນດາທ່ານພ້ອມກັນຄົ້ນຫາບົດເລື່ອງບັນທຶກ ທໍ່ຕູ້ ຢາໄຊຈູ ຜ່ານບົດຂຽນຂອງ ເຈິ່ນຕ໊ວນ ນັກຂ່າວ VOV.  
TAG
VOV/VOVworld/ຫງວຽນກວາງວິງ/ບົດເລື່ອງບັນທຶກ/ທໍ່ຕູ້ ຢ່າໄຊຈູ

More