VOV WorldVOV World
ໜັງຕຸກກະຕາເງົາ ກຳປູເຈຍ - ໄດ້ຖ່າຍທອດສິລະປະ ແລະ ສົ່ງສານຈາກບັນດາຄວາມລຽບງ່າຍ
04/11/2018 06:13
(VOVWORLD) - ໂດຍແມ່ນໜຶ່ງໃນຈຳນວນ 10 ກອງສິລະປະທີ່ມາຈາກ 7 ປະເທດ ເຂົ້າຮ່ວມງານມະໂຫລານຟ້ອນຕຸກກະຕາສາກົນ 2018 ເຊິ່ງຫາກໍ່ດຳເນີນໃນກາງເດືອນ ຕຸລາ ຢູ່ ຮ່າໂນ້ຍ,
ໜັງຕຸກກະຕາເງົາ ກຳປູເຈຍ - ໄດ້ຖ່າຍທອດສິລະປະ ແລະ ສົ່ງສານຈາກບັນດາຄວາມລຽບງ່າຍ
ກອງສິລະປະຟ້ອນຕຸກກະຕາລາຊະອານາຈັກ ກຳປູເຈຍ ໄດ້ດຶງດູດໃຈຜູ້ຊົມດ້ວຍສິລະປະເວທີການສະແດງ Sbek Thom ຫຼື ຍັງເອີ້ນວ່າ ໜັງຕຸກກະຕາເງົາ, ແມ່ນມໍລະດົກວັດທະນະທຳຂອງ “ປະເທດ ກຳປູເຈຍ” ເຊິ່ງ UNESCO ຮັບຮອງເອົາເປັນມໍລະດົກເລົ່າຂານປາກຕໍ່ປາກ ແລະ ບໍ່ເປັນວັດຖຸຂອງມວນມະນຸດ.  ກອງສິລະປະຟ້ອນຕຸກກະຕາລາຊະອານາຈັກ ກຳປູເຈຍ ສຽງຮ້ອງເພງຟົດຟື້ນມ່ວນຊື່ນຂອງຊາວກະສິກອນ ກຳປູເຈຍ ໃນຍາມໄປເຮັດໄຮ່ໄຖນາ ໄດ້ສ້າງຄວາມດຶງດູດໃຈຕໍ່ຜູ້ຊົມທັງຫລາຍໃນຫໍການສະແດງຕັ້ງແຕ່ວິນາທີທຳອິດ. ຢູ່ເທິງເວທີ, ນັກສິລະປະການ 6 ຄົນຂອງກອງສິລະປະລາຊະອານາຈັກ ກຳປູເຈຍ ນັ່ງຢູ່ທາງຫລັງຜ້າແພສີດຳຢູ່ທາງລຸ່ມໜ້າຈໍ, ປາກຮ້ອງເພງໃນຂະນະທີ່ມືບັນຊາໂຕຕຸກກະຕາຂອງຕົນຢ່າງຄ່ອງແຄ້ວ. ໂດຍມີແສງໄຟສາຍມາຈາກທາງຫລັງ, ຮູບພາບທີ່ເປັນເອກະລັກສະເພາະກ່ຽວກັບໝູ່ບ້ານທີ່ສະຫງົບສຸກຂອງ ກຳປູເຈຍ ໄດ້ປະກົດຂຶ້ນ ຢ່າງມີຊີວິດຊີວາຕໍ່ໜ້າຜູ້ຊົມ, ດ້ວຍບັນດາເຮືອນຮ້ານ, ແຖວຕົ້ນໝາກຕານ ແລະ ຊາວນາລ້ຽງຄວາຍເຮັດໄຮ່ໄຖນາ…ລາຍການສະແດງລວມມີ 2 ພາກ, ເຊິ່ງແມ່ນເລື່ອງລາວ 2 ເລື່ອງທີ່ແຕກຕາງກັນ, ພາກໜຶ່ງມີຊື່ວ່າ “ຊົນຄວາຍ”, ພາກທີສອງມີຊື່ວ່າ “ຄົນເຮັດສວນ ແລະ ນາຍຈ້າງ”. ນັກສິລະປະການ Saran, ທີ່ປຶກສາກະຊວງວັດທະນະທຳ ແລະ ສິລະປະ ລາຊະອານາຈັກ ກຳປູເຈຍ, ແມ່ນໜຶ່ງໃນ ນັກສິລະປະການ 6 ຄົນຂອງ ກຳປູເຈຍ ທີ່ເຂົ້າຮ່ວມການສະແດງໂດຍກົງ ໄດ້ແບ່ງປັນວ່າ: ນີ້ແມ່ນບັນດາເລື່ອງລາວທີ່ສະໜິດຕິດພັນ ແລະ ລຶ້ງເຄີຍສຳລັບປະຊາຊົນ ກຳປູເຈຍ. ກ່ອນນີ້ ສິລະປະຟ້ອນຕຸກກະຕາ ເຄີຍໄດ້ນຳໃຊ້ເພື່ອພັນລະນາຄືນຜົນງານດີເດັ່ນໃດໜຶ່ງໃນກອນລຳຂະແມ, ແຕ່ໃນຊຸມປີມໍ່ໆມານີ້, ພວກຂ້າພະເຈົ້າເອົາໃຈໃສ່ເຖິງເລື່ອງນຳເອົາບັນດາເລື່ອງລາວທີ່ມີລັກສະນະຍຸກສະໄໝເຂົ້າໃນການຟ້ອນຕຸກກະຕາກ່ວາ, ຕົວຢ່າງຄື: ກ່ຽວກັບບັນຫາຄອບຄົວ, ອຸບັດຕິເຫດການສັນຈອນ, ຢາເສບຕິດ, ການປ່ຽນແປງຂອງດິນຟ້າອາກາດ…ຄືດັ່ງນັ້ນ ຕຸກກະຕາຈຶ່ງທັງມີລັກສະນະບັນເທິງ, ທັງມີລັກສະນະສຶກສາສູງ, ຜູ້ຊົມສາມາດສຳຜັດ ແລະ ເຂົ້າໃຈງ່າຍ ບໍ່ວ່າຜູ້ເຖົ້າໄວໜຸ່ມ - ຜູ້ໃຫຍ່ຜູ້ນ້ອຍກໍ່ຕາມ.  ເລື່ອງ “ຄວາຍຊົນຄວາຍ”  ດ້ວຍຄູ່ມືອັນຄ່ອງແຄ້ວ, ການສົມທົບຖືກຕາມຈັງຫວະ, ການປະສານກັນໃນການຮ້ອງເພງສຽງສົດ ທີ່ເຕັມໄປດ້ວຍຄວາມອາລົມຈິດ, ກອງສິລະປະຟ້ອນຕຸກກະຕາ ກຳປູເຈຍ ໄດ້ນຳມາເຊິ່ງບັນດາເລື່ອງຕະຫຼົກ ແລະ ຟົດຟື້ນມ່ວນຊື່ນໃຫ້ແກ່ຜູ້ຊົມ. ເລື່ອງ “ຄວາຍຊົນຄວາຍ” ເວົ້າເຖິງຜູ້ບ່າວຊາວນາ 2 ຄົນ ໄປລ້ຽງຄວາຍຢູ່ທົ່ງຫຍ້ານຳກັນ. ໃນເວລາພັກຜ່ອນ, 2 ຄົນນັ້ນ ໄດ້ຄິດອອກເຊິ່ງການຫຼິ້ນພະນັນດ້ວຍການຊົນຄວາຍ. ສ່ວນເລື່ອງລາວ “ຄົນເຮັດສວນ ແລະ ນາຍຈ້າງ” ເລົ່າກ່ຽວກັບຄອບຄົວຊາວນາໜຶ່ງ, ພາຍຫລັງສວນຜັກກາດຂອງຕົນ ຖືກກະຕ່າຍກິນໝົດ, ເຂົາເຈົ້າຈຶ່ງຄິດຫາວິທີໄປຟ້ອງເຈົ້າຂອງ ເພື່ອຈັບສັດດັ່ງກ່າວມາຊົດເຊີຍ. ນັກສິລະປະການ Saran ໃຫ້ຮູ້ວ່າ: ບັນດາເລື່ອງລາວເຫຼົ່ານີ້ ບໍ່ພຽງແຕ່ນຳມາເຊິ່ງສຽງຫົວເທົ່ານັ້ນ, ຫາກມັນຍັງຊ້ອນແຝງໄປດ້ວຍສານທີ່ມີຄຸນປະໂຫຍດສຳລັບພວກເຮົາໃນການດຳລົງຊີວິດ.
TAG
VOV/VOVworld/ໜັງຕຸກກະຕາເງົາ/ກຳປູເຈຍ/ງານ​ມະ​ໂຫລານ

More