ຫວຽດນາມ ໃນສາຍຕາຂອງຜູ້ບ່າວລາວ
06/09/2020 06:00
(VOVWORLD) - ພາຍຫຼັງໄລຍະຮຽນປະລິນຍາຕີ ຢູ່ ສະຖາບັນພົວພັນຕ່າງປະເທດ ແລະ ດຳລົງຊີວິດຢູ່ຫວຽດນາມເປັນເວລາ 04 ປີ, ຜູ້ບ່າວລາວ - ພຸມພິທັດ ອຸປະເສີດ ໄດ້ຕັດສິນໃຈຢູ່ຫວຽດນາມ, ຫາເງິນດ້ວຍຕົນເອງ ເພື່ອຮຽນຕໍ່ປະລິນຍາໂທ ດ້ວຍຄວາມປາດຖະໜາ ຢາກສືບຕໍ່ໄດ້ຄົ້ນຫາປະເທດຊາດ ແລະ ຊາວຫວຽດນາມ. ສິ່ງໃດທີ່ເຮັດໃຫ້ ພຸມພິພັດ ອຸປະເສີດ ມີຄວາມສະໜິດຕິດພັນກັບຫວຽດນາມຄືແນວນັ້ນ? ຄຳຕອບຈະໄດ້ເປີດເຜີຍໃນບົດສາລະຄະດີທີ່ທ່ານຈະໄດ້ຮູ້ຈັກຕໍ່ໄປນີ້.

ປີ 2013, ເມື່ອໄດ້ຮັບທຶນການສຶກສາຈາກລັດຖະບານ ຫວຽດນາມ ແລະ ລາວ, ພຸມພິທັດ ອຸປະເສີດ - ຜູ້ບ່າວ ລາວ ມາຈາກແຂວງ ບໍ່ແກ້ວ ໄດ້ເດີນທາງໄປ ຮ່ຳຮຽນຢູ່ຫວຽດນາມ. ເຖິງວ່າ ຫວຽດນາມ ບໍ່ແມ່ນປະເທດ ເຊິ່ງ ພຸມພິທັດ ອຸປະເສີດ ຢາກມາຮ່ຳຮຽນກໍຕາມ, ແຕ່ຫຼັງຈາກນັ້ນບໍ່ດົນ, ຄວາມເອົາໃຈໃສ່ຂອງລັດຖະບານຫວຽດນາມ ແລະ ອາລົມຈິດຄວາມຮັກແພງຂອງປະຊາຊົນຫວຽດນາມ ທີ່ມີຕໍ່ນັກຮຽນ, ນັກສຶກສາລາວ ໄດ້ເຮັດໃຫ້ ພຸມພິທັດ ປ່ຽນໃຈ.
TAG
VOV/VOVworld/ພຸມພິທັດ ອຸປະເສີດ/ຄົ້ນຫາ/ປະເທດຊາດ ແລະ ລາວຫວຽດນາມ
Related
More








