VOV WorldVOV World
ຫວຽດ​ນາມ ສ້າງ​ຄວາມສາ​ມັກ​ຄີກັນ​ໃນ​ພາກ​ພື້ນ, ສູ້​ຊົນ​ເພື່​ອ​ເປົ້າ​ໝາຍ​ລວມ​ຕໍ່​ຜົນ​ກະ​ທົບ​ຂອງ​ສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ໂລກ
19/07/2020 10:00
(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ! ໃນສະພາບການຄືໃນປັດຈຸບັນ, ທ່າມກາງການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການໃນພາກພື້ນ ແລະ ໂລກ. ດ້ວຍບົດບາດນຳໜ້າໃນຖານະເປັນປະທານອາຊຽນ 2020, ພ້ອມທັງຮັບດຳລົງບົດບາດຄວບຄູ່ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ ແລະ ພວມມີຄວາມໝັ້ນໃຈໃນການເສີມຂະຫຍາຍກຳລັງຄວາມສາມາດ, ທີ່ຕັ້ງຂອງຕົນດ້ວຍຄວາມຫວັງຢາກປັບປຸງອາຊຽນໃຫ້ໝັ້ນຄົງເຂັ້ມແຂງຕໍ່ບັນດາຜົນກະທົບຂອງສະພາບການໃນພາກພື້ນ ແລະ ໂລກຄືໃນປັດຈຸບັນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນລົງນາມສົນທະສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ (18 ກໍລະກົດ 1977 – 18 ກໍລະກົດ 2020), ນັກຂ່າວ VOV ໄດ້ມີການສຳພາດທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວວິສາມັນຜູ້ມີອຳນາດເຕັມ ແຫ່ງສປປລາວປະຈຳ ສສ ຫວຽດນາມກ່ຽວກັບການຕີລາຄາຂອງທ່ານ ຕໍ່ການປະກອບສ່ວນຢ່າງພົ້ນເດັ່ນຂອງຫວຽດນາມ ເມື່ອດຳລົງ 2 ບົດບາດຄວບຄູ່ດັ່ງກ່າວ, ກໍ່ຄືການຮ່ວມມືລະຫ່ວາງຫວຽດນາມ - ລາວໃນການປ້ອງກັນສະກັດກັ້ນໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ.
ຫວຽດ​ນາມ ສ້າງ​ຄວາມສາ​ມັກ​ຄີກັນ​ໃນ​ພາກ​ພື້ນ, ສູ້​ຊົນ​ເພື່​ອ​ເປົ້າ​ໝາຍ​ລວມ​ຕໍ່​ຜົນ​ກະ​ທົບ​ຂອງ​ສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ໂລກ
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວວິສາມັນຜູ້ມີອຳນາດເຕັມ ແຫ່ງສປປລາວປະຈຳ ສສ ຫວຽດນາມ  
TAG
VOV/VOVworld/ຫວຽດ​ນາມ/​ພາກ​ພື້ນ/ໂລກ/ອາ​ຊຽນ/ລາວ

More