VOV WorldVOV World
ຫວຽດນາມ ໃນບົດກອນຂອງນັກກະວີຊາວ ໄທ
16/11/2025 09:00
(VOVWORLD) - ບັນດາບົດກອນນັ້ນ, ກໍຄືນັກກະວີ ເນົາວະຣັດ ພົງໄພບູນ ເອງ, ໄດ້ກາຍເປັນທູດຂອງກະວີ, ນຳເອົາພາບພົດຂອງ ຫວຽດນາມ ເຂົ້າໃກ້ກັບຊາວ ໄທ ກວ່າ
ຫວຽດນາມ ໃນບົດກອນຂອງນັກກະວີຊາວ ໄທ
        ມີ ຫຼາຍ ນັກ ກະ ວີບໍ່ ພຽງ ແຕ່ປະ ດິດ ແຕ່ງ ໃນຫ້ອງ ນ້ອຍ , ຫາກຍັງ ກ້າວອອກ ສູ່ໂລກ - ເພື່ອ ສັງ ເກດ , ເພື່ອຮູ້ ສຶກ ແລະ ເພື່ອ ແຕ່ງ ກະ ວີ ເຊື່ອມ ຕໍ່ ມະ ນຸດ ຂ້າມ ຊາຍ ແດນ ດ້ ວຍ ກັນ . ໃນວົງ ການ ນັກກະ ວີ ໄທ ທ່ານ ເນົາວະຣັດ ພົງໄພບູນ ແມ່ນ ຜູ້ ທີ່ມີ ຊ ື່ ສຽງ , ແມ່ນ ນັກ ສິ ລະ ປິນ ປະ ຊາ ຊົນ , ຜູ້ ທີ່ ແຕ່ງ ບົດ ກອນ ໂດຍ ມີ ການ ປະ ສົ ມ ປະ ສານ ລະ ຫວ່າງທິດ ສະ ດີ ປັດຊະຍາ , ຊີ ວິດ ແລະ ນ້ຳ ໃຈ ຂອງ ມະ ນຸດ . ສຳ ລັບ ທ່ານ ແລ້ວ , ຫວຽດ ນາມ ແມ່ນ ປະ ເທດ ພິ ເສດ - ແມ່ນ ແຫ່ງ ເພື່ອ ສ້າງ ຄວາມ ຮູ້ ສຶກ , ເພື່ອ ແຕ່ງ ແລະ ເພື່ອ ແບ່ງ ປັນ . ( ອ່ານ ກະ ວີ ອ່າວ ຮະ ລອງ ) ນັ້ນແມ່ນເນື້ອໃນຂອງບົດກະວີ “ອ່າວ ຮະລອງ” ໃນຊຸດກະວີ “ຂຽນແຜ່ນດິນສຸວັນນະພູມ  ຫວຽດນາມ” - ລວມມີ 40 ບົດ, ແມ່ນໝາກຜົນຂອງການຢ້ຽມຢາມ ຫວຽດນາມ 5 ເທື່ອ, ນັບແຕ່ປີ 2013 ແລະ ນ້ຳໃຈຄວາມຮັກແພງຂອງນັກກະວີ ເນົາວະຣັດ ທີ່ມີຕໍ່ ຫວຽດນາມ. ( ນັກ ກະ ວີ ເນົາວະຣັດ ) ໃນການຢ້ຽມຢາມ ຫວຽດນາມ  5 ເທື່ອນັ້ນ, ນັກກະວີ ເນົາວະຣັດ ພົງໄພບູນ ໄດ້ລົງຕົວຈິງຢູ່ຫຼາຍແຫ່ງ ນັບແຕ່ເໜືອຮອດໃຕ້, ຈາກເຂດພູດອຍທາງພາກເໜືອ ຕະຫຼອດຮອດເຂດທົ່ງພຽງແມ່ນ້ຳຂອງ. ຈາກເຂດດິນແດນແຫ່ງສັກສິດ ມີ້ເຊີນ ດ້ວຍບັນດາຜົນສະທ້ອນຈາກພາກໃຕ້ ອິນເດຍ, ບັນດາຫາດຊາຍທະເລສີຂາວ, ສີເຫຼືອງ ຢູ່ມຸຍແນ, ແມ່ນ້ຳ ເຮືອງທີ່ສວຍງາມດັ່ງໃນຝັນ ຢູ່ ເຫ້ວ ຕະຫຼອດຮອດນະຄອນ ໂຮ່ຈີມິນ ທີ່ທັນສະໄໝ ແລະ ອຶກກະທຶກຄືກໂຄມ… ສິ່ງທີ່ໜ້າຈັບໃຈແມ່ນ ການເດີນທາງຂອງນັກກະວີ ບໍ່ພຽງແຕ່ໄດ້ບັນທຶກໄວ້ດ້ວຍອາລົມຈິດເທົ່ານັ້ນ ຫາກບັນດານັກສິລະປິນໄທຍັງສ້າງເປັນຮູບເງົາ ແລະ ແຕ້ມເປັນຮູບອີກດ້ວຍ. ທັງໝົດເຫຼົ່ານັ້ນໄດ້ຮັບການບັນນາທິການ ແລະ ອອກອາກາດໃນຊ່ອງໂທລະພາບ ແລະ ຊ່ອງ Youtube ຂອງກະຊວງວັດທະນະທຳ ໄທ ເພື່ອແນໃສ່ຊ່ວຍໃຫ້ຊາວ ໄທ ມີຄວາມເຂົ້າໃຈກ່ຽວກັບຮູບພາບປະເທດຊາດ, ດົນຕີ ແລະ ສີລະປະຂອງ ຫວຽດນາມ. ( ນັກ ກະ ວີ ເນົາວະຣັດ ) ບັນດາບົດກອນນັ້ນ, ກໍຄືນັກກະວີ ເນົາວະຣັດ ພົງໄພບູນ ເອງ, ໄດ້ກາຍເປັນທູດຂອງກະວີ, ນຳເອົາພາບພົດຂອງ ຫວຽດນາມ ເຂົ້າໃກ້ກັບຊາວ ໄທ ກວ່າ ແລະ ແຜ່ຂະຫຍາຍສານທີ່ວ່າ: ວັນນະຄະດີແມ່ນສາຍເຊື່ອມຕໍ່ຫົວໃຈລະຫວ່າງບັນດາຊາດ ອາຊຽນ. ຄືດັ່ງຂໍ້ສັງເກດຂອງທ່ານຮອງສາດສະດາຈານ, ປະລິນຍາດເອກ ຕຣີສິນ ບຸນຂະຈອນ - ມະຫາວິທະຍາໄລ ຈຸລາລົງກອນທີ່ວ່າ: ( ທ່ານ ຮອງ ສາດ ສະ ດາ ຈານ , ປະ ລິນ ຍາດ ເອກ ຕຣີສິນ ບຸນຂະຈອນ ) ບົດກອນແຕ່ລະບົດຄືດັ່ງສຽງດົນຕີທີ່ເຈືອຈານລະຫວ່າງຄວາມຮູ້ສຶກ ແລະ ຄວາມຊົງຈຳ - ແຫ່ງທີ່ວັນນະຄະດີກາຍເປັນການໄປທ່ອງທ່ຽວແຫ່ງຈິດວິນຍານ, ນຳຊາວ ໄທ ຫຍັບເຂົ້າໃກ້ກັບປະເທດ ຫວຽດນາມກວ່າ ແລະ ຊ່ວຍໃຫ້ຊາວ ຫວຽດນາມ ເຫັນໄດ້ຕົນເອງຜ່ານສາຍຕາຂອງເພື່ອນມິດສາກົນ. ຍ້ອນວ່າ ເຂົາເຈົ້າບໍ່ພຽງແຕ່ມີຄວາມຮູ້ສຶກກ່ຽວກັບປະເທດໜຶ່ງດ້ວຍສາຍຕາຂອງຜູ້ເປັນແຂກເທົ່ານັ້ນ, ຫາກຍັງຕັ້ງຫົວໃຈຂອງຕົນໃສ່ແຕ່ລະລາຍລະອຽດ ແລະ ພົບປະກັນຜ່ານພາສາຂອງວັນນະຄະດີ ແລະ ນ້ຳໃຈມິດຕະພາບທີ່ອົບອຸ່ນອີກດ້ວຍ.
TAG
VOV/VOVworld/ທ່ອງທ່ຽວ/ຈິດວິນຍານ/ວັນນະຄະດີ/ກະວີ