VOV WorldVOV World
ຫວຽດນາມ - ຈຸດພົ້ນເດັ່ນດ້ານເສດຖະກິດ ອາຊຽນ ດ້ວຍນະໂຍບາຍມຸ່ງໄປສູ່ຕ່າງປະເທດ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ
25/01/2026 08:00
(VOVWORLD) - ທ່ານປະລິນຍາເອກ Watcharas Leelawath ແລ້ວ, ຜົນສຳເລັດກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 10 ປີຜ່ານມາ ແມ່ນຍ້ອນມີແນວທາງ, ນະໂຍບາຍຊີ້ນຳ ແລະ ການບໍລິຫານຢ່າງຖືກຕ້ອງ
ຫວຽດນາມ - ຈຸດພົ້ນເດັ່ນດ້ານເສດຖະກິດ ອາຊຽນ ດ້ວຍນະໂຍບາຍມຸ່ງໄປສູ່ຕ່າງປະເທດ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ
ທ່ານ ປະ ລິນ ຍາ ເອກ ວັດຊະຣັດ ລີລະວັນ ໃນ ທົດ ສະ ວັດ ຜ່ານ ມາ , ຫວຽດ ນາມ ພົ້ນ ເດັ່ນ ຂື້ ນຄື ດັ່ງ ໜຶ່ງໃນບັນ ດາ ພື້ນ ຖານ ເສດ ຖະ ກິດ ເຕີບ ໂຕ ໄວ ແລະ ໝັ້ນທ່ຽງ ທີ່ ສຸດ ໃນ ພາກ ພື້ນ . ຜົນ ສຳ ເລັດ ນັ້ນ ສ່ວນ ໜຶ່ງ ກ ແມ່ນ ຍ້ອນ ມີ ນະ ໂຍ ບາຍ ມຸ່ງ ໄປ ສູ່ ຕ່າງ ປະ ເທດ ແລະ ເຊື່ອມ ໂຍງ ຢ່າງ ເລິກ ເຊິ່ງ , ກວາງ ຂວ້າງ ຂອງ ຫວຽດ ນາມ . ເນື່ອງ ໃນ ໂອ ກາດກອງ ປະ ຊຸມ ໃຫຍ່ ຜູ້ ແທນ ທົ່ວ ປະ ເທດ ຄັ້ງ ທີ 14 ຂອງ ພັກ ກອມ ມູ ນິດ ຫວຽດ ນາມ ທີ ່ ດຳເນີນ ໃນ ອາ ທິ ດ ຜ່ານ ມານັ້ນ , ນັກ ຂ່າວ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ປະ ຈຳ ໄທ ໄດ້ ສຳ ພາດ ທ່ານ ປະ ລິນ ຍາ ເອກ ວັດຊະຣັດ ລີລະວັນ ( Watcharas Leelawath ) , ອະດີດຫົວໜ້າສະຖາບັນແມ່ຂອງ , ນັກຊ່ຽວຊານດ້ານເສດຖະກິດ , ການຄ້າ ໄທ ແລະ ອາຊຽນ ກ່ຽວກັບຈຸດພົ້ນເດັ່ນຂອງເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ . ຕີລາຄາກ່ຽວກັບການກຳນົດທິດທາງນະໂຍບາຍເສດຖະກິດສັງລວມຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ ເມື່ອທຽບໃສ່ບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນອື່ນແລ້ວ, ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ສະແດງຄວາມປະທັບໃຈຕໍ່ກັບບັນດາຜົນສຳເລັດຂອງ ຫວຽດນາມ ຜ່ານ ການເຕີບໂຕເສດຖະກິດ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການຫຼຸດຜ່ອນຄວາມທຸກຍາກ ແລະ ການຄ້າທົ່ວໂລກລະຫວ່າງ ຫວຽດນາມ ແລະ ພື້ນຖານເສດຖະກິດໂລກ. “ສຳລັບ ການ ເຕີບ ໂຕ ດ້ານ ເສດ ຖະ ກິດ ໃນ ໄລຍະ 10 ປີ ຜ່ານ ມາ , ຫວຽດ ນາມ ບັນ ລຸ ລະ ດັບ 6 – 7%/ ປີ . ຖ້າ ທຽບ ໃສ່ ບັນ ດາ ພື້ນ ຖານ ເສ ດ ຖະ ກິດອື່ນໆ , ຕົວ ເລກນີ້ ແມ່ນ ສູງກວ່າ , ຕົວ ຢ່າງ ໄທ ບັນ ລຸ ພຽງ ປະ ມານ 1 – 2%. ນັບ ທັງ ໃນ ໄລ ຍະ ພະ ຍາດ ໂຄວິດ - 19 ແຜ່ລະບາດ, ເສດ ຖະ ກິດ ຫວຽດ ນາມ ຍັງ ບັນ ລຸ ລະ ດັບ ເຕີບ ໂຕ ທາງ ບວກ ໃນ ຂະ ນະ ທີ່ ຫຼາຍ ປະ ເທດ ມີລະ ດັບ ເຕີບ ໂຕ ທາງ ລົບ . ຫວຽດ ນາມ ຟື້ນ ຟູ ຢ່າງວ່ອງ ໄວ , ຈາກລະ ດັບ 2% ຂຶ້ນ ເປັນ 8%. ນັ້ນ ແມ່ນ ສິ່ງ ທີ່ ໜ້າ ປະ ທັບ ໃຈ ແລະ ຊີ້ ໃຫ້ ເຫັນ ລະ ດັບ ເຕີບ ໂຕ ຢ່າງ ແຮງ ໃນ ຕະ ຫຼອດ ທົດ ສະ ວັດ ຜ່ານ ມາ . ລາຍ ຮັບ ສະ ເລ່ຍ ຕໍ່ ຫົວ ຄົນ ກໍ່ ນັບ ມື້ ນັບ ເພີ່ມ ຂຶ້ ນສູງ . ຕາມລາຍງານກ່ຽວ ກັບ ການ ຫຼຸດ ຜ່ອນ ຄວາມ ທຸກ ຍາກ ແລ້ວ, ອັດຕາທຸກຍາກ ໄດ້ ຫຼຸດ ລົງ ຢ່າງ ແຮງ , ຈາກ 14% ໃນ ປີ 2010 ລົງ ເຫຼືອ ພຽງ 4% ໃນ ປີ 2023”. ຕາມ ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ແລ້ວ, ຜົນສຳເລັດກ່ຽວກັບລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ໃນໄລຍະ 10 ປີຜ່ານມາ ແມ່ນຍ້ອນມີແນວທາງ, ນະໂຍບາຍຊີ້ນຳ ແລະ ການບໍລິຫານຢ່າງຖືກຕ້ອງ, ທັນການຂອງພັກ, ລັດ ຫວຽດນາມ. ໃນນັ້ນ, ຂອບນະໂຍບາຍມຸ່ງໄປສູ່ຕ່າງປະເທດຂອງ ຫວຽດນາມ ກາຍເປັນສິ່ງທີ່ດຶງດູດບັນດານັກລົງທຶນສາກົນ. “ ຂອບ ນະ ໂຍ ບາ ຍ ມຸ່ງ ໄປ ສູ່ ຕ່າງ ປະ ເທດ ຂອງ ຫວຽດ ນາມ ໄດ້ສ້າງຄວາມ ດຶງ ດູດ ໃຫ້ແກ່ປະເທນີ້ ຫວຽດ ນາມ ຕັ້ງ ໜ້າ ລົງ ນາມ ສັນ ຍາ ການ ຄ້າ ເສ ລີ (FTA) ຫຼາຍ ສະ ບັບ ກັບ ຫຼາຍ ປະ ເທດ . ສິ່ງນີ້ ໄດ້ ຊ່ວຍ ໃຫ້ ພື້ນ ຖານ ເສດ ຖະ ກິດ ຂອງ ຫວຽດ ນາມ ກາຍ ເປັນ ພື້ນ ຖານ ເສດ ຖະ ກິດ ກຳ ນົດ ທິດ ສົ່ງ ອອກ . ເມື່ອ ເປີດ ການ ຄ້າ ກັບ ບັນ ດາ ປະ ເທດ ແລະ ນຳໃຊ້ ອັດ ຕາ ພາ ສີ 0% ສຳ ລັບ ບັນ ດາ ຄູ່ ຮ່ວມ ມື FTA, ຫວຽດ ນາມ ມີ ຄວາມ ສາ ມາດ ດຶງ ດູດ ການ ລົງ ທຶນ ໂດຍ ກົງ ຈາກ ຕ່າງ ປະ ເທດ ຢ່າງ ແຮງ ( FDI ) . ເມື່ອ FDI ເຂົ້າ ຫວຽດ ນາ ມ ຈະ ສ້າງວຽກ ເຮັດ ງານ ທຳ ໃຫ້ ແກ່ປະ ຊາ ຊົນໃນປະເທດ ຕື່ມ ອີກ . ບັນ ດາ ນັກ ລົງ ທຶນ ຄັດ ເລືອກ ເອົາ ຫວຽດ ນາມ ເປັນສູນ ຜະ ລິດ , ຍ້ອນ ເມື່ອ ສົ່ງ ອອກ ໄປ ຍັງປະ ເທດ ຄູ່ ຮ່ວມ ມື ອັດ ຕາ ພາ ສີ ສິນຄ້າຈະ ເປັນ 0%. ປະ ຈຸ ບັນ , ຫວຽດ ນາມ ມີສັນ ຍາ FTA 15 ສະບັບກັບ 53 ປະ ເທດ , ເຊິ່ງ ເປັນ ຕົວ ເລກ ທີ່ ໜ ້າ ປະ ທັບ ໃຈ , ນັ້ນ ແມ່ນ ທ່າ ໄດ້ປຽບ”. ເຖິງຢ່າງໃດກໍ່ຕາມ, ທ່ານປະລິນຍາເອກ ວັດຊະຣັດ ລີລະວັນ ກໍ່ໃຫ້ຂໍ້ສັງເກດວ່າ ເຖິງວ່າບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງໃນຂົງເຂດເສດຖະກິດກໍ່ຕາມ, ແຕ່ໃນທົດສະວັດຈະມາເຖິງ, ຫວຽດນາມ ຍັງຕ້ອງປະເຊີນໜ້າກັບໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນການປະຕິຮູບບັນດາຂໍ້ກຳນົດເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ. ຍ້ອນເຫດນັ້ນ, ເມື່ອ ຫວຽດນາມ ປະຕິຮູບຂໍ້ກຳນົດ, ພິເສດແມ່ນກ່ຽວກັບສິ່ງແວດລ້ອມ, ສອດຄ່ອງກັບມາດຕະຖານສາກົນ, ສິ່ງນັ້ນຈະເປີດໂອກາດເພື່ອສົ່ງອອກຕ່າງປະເທ. ນີ້ແມ່ນຈຸດທີ່ຕັ້ງໜ້າ. ປະຈຸບັນ, ຫວຽດນາມ ແມ່ນສູນການຜະລິດ, ແຕ່ພາກສ່ວນຜະລິດທີ່ ຫວຽດນາມ ຮັບເອົານັ້ນ ມີມູນຄ່າຕ່ຳກວ່າເມື່ອທຽບໃສ່ຂອດອື່ນໆ. ສະນັ້ນ, ຕ້ອງເຮັດແນວໃດເພື່ອ ໃຫ້ “ມູນຄ່າເພີ່ມຂື້ນສູງ” ໃນຕ່ອງໂສ້ການຜະລິດ, ຫວຽດນາມ ຕ້ອງມີມາດຕະການທີ່ເໝາະສົມ ເພື່ອໄດ້ຮັບມູນຄ່າສູງກວ່າໃນຕ່ອງໂສ້ມູນຄ່ານັ້ນ.
TAG
VOV/VOVworld/​ຜົນ​ສຳເລັດ/ເຕີບ​ໂຕ/​ເສດ​ຖະ​ກິດ/ການ​ລົງ​ທຶນ​