ກະຊວງປ້ອງກັນປະເທດຫວຽດນາມ ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນ ໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ -19
10/05/2020 04:00
(VOVWORLD) - ໃນຖານະເປັນປະທານ ກອງປະຊຸມການທະການປ້ອງກັນຊາດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2020, ໄລຍະຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດພາຍໃນບັນດາປະເທດ ອາຊຽນ ກໍຄື ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງປ້ອງກັນປະເທດບັນດາປະເທດ ໃນໂລກ ໃນວຽກງານຮັບມືກັບໂລກລະບາດ.

ໃນການຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ, ພາຍຫຼັງໂລກລະບາດໂຄວິດ - 19 ຫາກໍເລີ່ມແຜ່ລະບາດ, ຫວຽດນາມ ໄດ້ສ້າງຍຸດທະສາດຮອບດ້ານເພື່ອຮັບມື, ໃນນັ້ນໄດ້ຖືບັນດາການຮ່ວມມືສາກົນເປັນສໍາຄັນພິເສດ. ຕາມນັ້ນແລ້ວ, ຫວຽດນາມ ທັງຕັ້ງໜ້າປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດພາຍໃນປະເທດ, ທັງພ້ອມແລ້ວແບ່ງປັນ, ຮ່ວມມື ແລະ ຊ່ວຍເຫຼືອບັນດາປະເທດປ້ອງກັນ ແລະ ຕ້ານໂລກລະບາດໃນຄວາມອາດສາມາດຂອງຕົນ. ເຊື່ອມຊຶມເນື້ອໃນຈິດໃຈດັ່ງກ່າວ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີບັນດາການເຄື່ອນໄຫວຢ່າງແຮງ ເພື່ອແບ່ງປັນກັບເພື່ອນມິດສາກົນ ທໍາອິດແມ່ນກັບ ຈີນ, ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງ ແລະ ເປັນປະເທດທໍາອິດ
TAG
VOV/VOVworld/ກະຊວງປ້ອງກັນປະເທດ/ສະກັດກັ້ນໂລກລະບາດໂຄວິດ -19/ຮ່ວມມືສາກົນ/ເຈດຕະນາດີ
Related
More








