ຄວາມຮັກແພງຂອງໄວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ ຕໍ່ກັບ ລຸງໂຮ່
17/05/2020 01:00
(VOVWORLD) - ຄາວຍັງມີຊີວິດຢູ່ ລຸງໂຮ່ ຍາມໃດກໍໃຫ້ຄວາມເອົາໃຈໃສ່ເປັນພິເສດແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເບິ່ງຄືວ່າ ບັນດາຄວາມຮັກຄວາມແພງຂອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນນັ້ນ ໄດ້ເຕີມເຕັມກໍາລັງແຮງໃຫ້ແກ່ເພ່ິນໃນໄລຍະຊອກຫາເສັ້ນທາງກູ້ຊາດ. ການອວ່າຍໜ້າເມືອຫາ ລຸງໂຮ່ ກໍແມ່ນວິທີໜຶ່ງ ເຊິ່ງຊາວຫວຽດນາມ ອາໄສຢູ່ທົ່ວທຸກທະວີບໃນໂລກ ອວ່າຍໜ້າເມືອຫາປະເທດຊາດ, ໂດຍສະເພາະແມ່ນສໍາລັບໄວໜຸ່ມຫວຽດນາມລຸ້ນຄົນທີ 3, ທີ 4 ທີ່ອາໄສຢູ່ຕ່າງປະເທດ. ເຂົາເຈົ້າ ມີຄວາມປາດຖະໜາ ຢາກຊອກຮູ້, ຮັກສາສີສັນ, ວັດທະນະທໍາຂອງຊາດຫວຽດນາມ ຢູ່ຕ່າງປະເທດ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ເຈິ່ນຕ໊ວນ.

" ຂ້າພະເຈົ້າພຽງແຕ່ຮູ້ຈັກ ລຸງໂຮ່ ຜ່ານການເລົ່າຂອງພໍ່ຂອງແມ່, ຂ້າພະເຈົ້າມີຄວາມນິຍົມນັບຖືເພ່ິນຫຼາຍ ທີ່ໄດ້ນໍາພາປະຊາຊົນຫວຽດນາມຫຼຸດພົ້ນອອກຈາກຊີວິດຂ້າທາດທີ່ລະກໍາລໍາບາກ, ນໍາປະເທດຊາດຜ່ານຜ່າໄລຍະສົງຄາມທີ່ລໍາບາກກາກກໍາ ເພື່ອຍາດເອົາເອກະລາດມາໃຫ້ປະເທດຫວຽດນາມຂອງພວກເຮົາ”. “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ລຸງໂຮ່ທີ່ສຸດ, ຂ້າພະເຈົ້າເຫັນວ່າ ລຸງໂຮ່ແມ່ນຜູ້ນໍາທີ່ດີແສນເຄົາລົບຮັກ ແລະ ມີນໍ້າໃຈອັນໃຫຍ່ຫຼວງ, ຮັກປະເທດຊາດ ແລະ ຊາວຫວຽດນາມທີ່ສຸດ. “ມີສອງຢ່າງທີ່ນ້ອງຮຽນມາໄດ້ຈາກລຸງໂຮ່, ນັ້ນແມ່ນ ຕ້ອງເຊື່ອໝັ້ນຕໍ່ບັນດາສິ່ງທີ່ຕົນເຮັດ. ທີສອງແມ່ນ ເຮັດວຽກດ້ວຍຄວາມມານະພະຍາຍາມ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຢາກປະສົບຜົນສໍາເລັດຕ້ອງມີຄວາມມານະພະຍາຍາມ”. ໃນຊີວິດແຫ່ງການເຄື່ອນໄຫວຂອງເພິ່ນ, ລຸງໂຮ່ ໄດ້ໄປທົ່ວທຸກທະວີບໃນໂລກ. ນັບແຕ່ເດືອນ ກໍລະກົດ ປີ 1928 ຮອດທ້າຍປີ 1929, ເພິ່ນໄດ້ດໍາລົງຊີວິດ, ເຮັດວຽກຢູ່ຫຼາຍແຫ່ງໃນປະເທດໄທ ດ້ວຍຊື່ເອີ້ນວ່າ ເຖົ້າຈິນ. ດິນແດນ ອຸດອນທານີ ກໍເຄີຍເປັນສະຖານທີ່ມີຂີດໝາຍຂອງລຸງໂຮ່ ໃນໄລຍະແຫ່ງການຊອກຫາເສັ້ນທາງກູ້ຊາດ, ດັ່ງນັ້ນ ໄວໜຸ່ມຫວຽດນາມ ອາໄສຢູ່ ອຸດອນທານີ, ເຖິງວ່າ ໄດ້ກໍາເນີດ ແລະ ເຕີບໃຫຍ່ຢູ່ ໄທກໍຕາມ ແຕ່ຍັງຄົງອວ່າຍໜ້າເມື່ອຫາ ລຸງໂຮ່ ດ້ວຍຄວາມເຄົາລົບ ແລະ ຮັກແພງ. ເວົ້າພາສາຫວຽດຍັງບໍ່ຂອດ, ແຕ່ ເຈິ່ນຫວຽດຖ໋າຍ, ອາຍຸ 24 ປີ ພັດມີຄວາມເມົາມົວກັບການຊອກຮູ້ກ່ຽວກັບປະຫວັດສາດຫວຽດນາມ, ພິເສດແມ່ນບັນດາເລື່ອງລາວກ່ຽວກັບລຸງໂຮ່ໃນຊຸມວັນເດືອນປີແຫ່ງການເຄື່ອນໄຫວປະຕິວັດຢູ່ ໄທ. ຖ໊າຍ ແບ່ງປັນວ່າ: ທຸກໆປີ, ຮອດວັນຄ້າຍວັນເກີດປະທານໂຮ່ຈີມິນ, ພໍ່ປູ່ແມ່ຍ່າ, ພ້ອມດ້ວຍພໍ່ແມ່ ໄດ້ພາ ຂ້າພະເຈົ້າໄປຢ້ຽມຢາມອະນຸສາວະລີ - ເຊິ່ງເປັນບ່ອນບູຊາລຸງໂຮ່ ເພື່ອຈູດທູບໄຕ້ທຽນໄຫວ້ອາໄລ ແລະ ຫວນຄືນບັນດາອະນຸສອນຂອງລຸງໂຮ່ສຸດທີ່ເຄົາລົບຮັກ, ພ້ອມທັງສຶກສາໃຫ້ຄົນລຸ້ນໜຸ່ມເຖິງບັນດາເລື່ອງລາວກ່ຽວກັບການອຸທິດສ່ວນ, ນິດໄສອັນລຽບງ່າຍ, ໂອບເອື້ອອາລີ ແລະ ຮັກແພງພໍ່ແມ່ປະຊາຊົນ ຂອງເພ່ິນ.
TAG
VOV/VOVworld/ລຸງໂຮ່/ປະທານໂຮ່ຈີມິນ/ໂອບເອື້ອອາລີ/ປະຖົມປະຖານ/ໄວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ
Related
More








