ລາຍການສະແດງຟ້ອນຕຸກກະຕາ ລາວ, ໄດ້ສົ່ງສານເຖິງການປັກປັກຮັກສາສິ່ງແວດລ້ອມ
28/10/2018 06:13
(VOVWORLD) - “ສຽງບ້ານຂ້ອຍ” - ແມ່ນເລື່ອງລາວກ່ຽວກັບຄົນຖີ້ມຂີ້ເຫຍື້ອ, ຖົງຢາງເສດເຫຼືອຢ່າງຊະຊາຍ, ຕັດໄມ້ທຳລາຍປ່າ ເຊິ່ງພາໃຫ້ເກີດໄພພິບັດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ.

ນີ້ແມ່ນລາຍການສະແດງຂອງກອງລະຄອນຟ້ອນຕຸກກະຕາ ລາວ ທີ່ແຕ່ງຂຶ້ນສະເພາະ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະໂຫລານການຟ້ອນຕຸກກະຕາສາກົນຄັ້ງທີ 4 ທີ່ ຮ່າໂນ້ຍ. ລາຍການສະແດງໄດ້ສົ່ງສານກ່ຽວກັບເລື່ອງ “ມະນຸດທຳລາຍສິ່ງແວດລ້ອມ, ແລ້ວກໍ່ແມ່ນມະນຸດເອງ ຈຶ່ງສາມາດຟື້ນຟູສິ່ງແວດລ້ອມນັ້ນໄດ້”. ຂໍເຊີນທ່ານຜູ້ຟັງຮ່ວມຮັບຟັງບັນຍາກາດບົດການສະແດງນີ້ຜ່ານບົດຂຽນຂອງນັກຂ່າວ VOV. ທັດສະນີຍະພາບຂອງປ່າໄມ້ກໍ່ໄດ້ປະກົດຂຶ້ນຢູ່ຕໍ່ໜ້າຜູ້ຊົມ ໃນເວລາ 8 ໂມງ 15 ນາທີ, ເມື່ອຜ້າສາກເວທີໄດ້ຖືກດຶງຂຶ້ນ, ທັດສະນີຍະພາບຂອງປ່າໄມ້ກໍ່ໄດ້ປະກົດຂຶ້ນຢູ່ຕໍ່ໜ້າຜູ້ຊົມ ດ້ວຍບັນດາຕົ້ນໄມ້ສີຂຽວໂດຍບັນດານັກສິລະປະການ ໄດ້ເຮັດມາຈາກລຳຕົ້ນໄມ້ ແລະ ຜ້າເສດຢ່າງຄ່ອງແຄ້ວ. ປະສານເຂົ້າກັບສຽງແຄນມີສຽງນົກ ແລະ ສຽງລີງຮ້ອງ ເຮັດໃຫ້ສະຖານທີ່ແຫ່ງນີ້ມີຄວາມສະຫງົບສຸກ. ນົກນ້ອຍສີຂາວ 2 ໂຕເຮັດດ້ວຍຜ້າແພ ທີ່ຕິດໃສ່ໄມ້ ໂດຍບັນດານັກສິລະປະການໄດ້ບັນຊາໃຫ້ໄປມາຢ່າງຄ່ອງແຄ້ວນັ້ນ ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກຄືກັບວ່າພວກມັນກຳລັງຢອກໄຍກັນ. ລີງໂຕໜຶ່ງ - ສະແດງໂດຍນັກສະແດງທີ່ໃສ່ໜ້າກາກລີງ ພວມເມົາມົວກັບການກິນໃບໄມ້ ບໍ່ສົນໃຈກັບທຸກສິ່ງທີ່ຢູ່ອ້ອມຂ້າງ. ເມື່ອສຽງນ້ຳຫ້ວຍໄຫຼດັງຈອກໆຂຶ້ນນັ້ນ ກໍ່ແມ່ນເວລາທີ່ນັກສະແດງ 2 ຄົນບັນຊາແຜ່ນແພສີຟ້າຂຽວ ເປັນສັນຍາລັກໃຫ້ແກ່ຫ້ວຍຢູ່ກາງປ່າ, ມີຕຸກກະຕາປາ 4 ໂຕພວມລອຍຫຼິ້ນຕຶງຕັງຖືກບັນຊາໂດຍນັກສິລະປະການ 2 ຄົນ. ຢູ່ທາງຂ້າງນັ້ນ ແມ່ນນົກຍາງ 2 ໂຕທີ່ເຮັດດ້ວຍໄຊຫາປາ, ໄມ້ຟືນ, ທໍ່ນ້ຳ ພວມຍ່າງຄອຍໆຊອກຫາຂອງກິນຢູ່ຂ້າງຫ້ວຍນ້ຳ, ອັນເຮັດໃຫ້ເດັກນ້ອຍຖືກໃຈແລ້ວພາກັນຕົບມື. ລາຍການສະແດງ “ ສຽງບ້ານຂ້ອຍ ”, ກອງລະຄອນຕຸກກະຕາແຫ່ງຊາດ ລາວ ທັດສະນີຍະພາບບົນເວທີຍັງຄືເກົ່າ ແຕ່ຜູ້ຊົມພັດຕົກໃຈຍ້ອນສຽງເຄື່ອງຈັກຂອງລົດລາງ, ສຽງຈັກຕັດໄມ້ ແລະ ແສງສີເຫຼື້ອມຍິບຍັບ. ນັກສະແດງຄົນໜຶ່ງໃສ່ໜ້າກາກທີ່ເຮັດດ້ວຍກາບໝາກ, ນຸ່ງຊຸດສຸພາບຮຽບຮ້ອຍກຳລັງຂັບລົດດ້ວຍຄວາມວາດນຶກເກີດມີສຽງລົດດັງຈົນເຈັບຫູ ຂັບລ້ຽວເຈີດໄປເຈີດມາຕຳໃສ່ຄົນທີ່ພວມຍ່າງຕາມທາງ, ເຮັດໃຫ້ເຂົາເຈົ້າໂກດແຄ້ນແລ້ວແກ່ວງຖົງຂີ້ເຫຍື້ອ, ທີ່ກຳລັງຖືໃນມືຖີ້ມລົງດິນ…ໃນຂະນະທີ່ເກີດການຖີ້ມຂີ້ເຫຍື້ອຊະຊາຍຂຶ້ນ, ໄດ້ມີຄົນອອກມາຕັກເຕືອນ ແຕ່ເຂົາເຈົ້າບໍ່ສົນໃຈ, ຄິດວ່ານັ້ນບໍ່ແມ່ນວຽກຂອງຕົນເອງ. ອ້າຍ ວັນນະເນດ ເວດດາວົງ, ຜູ້ກຳກັບລາຍການສະແດງ “ ສຽງບ້ານຂ້ອຍ ”, ກອງລະຄອນຕຸກກະຕາແຫ່ງຊາດ ລາວ, ກົມສິລະປະການສະແດງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໃຫ້ຮູ້ວ່າ: ເມື່ອເວົ້າເຖິງຈຸດທີ່ເປັນເອກະລັກສະເພາະຂອງການຟ້ອນຕຸກກະຕາ ລາວ, ອ້າຍ ວັນນະເນດ ເວດດາວົງ ໃຫ້ຮູ້ຕື່ມອີກວ່າ:
TAG
VOV/VOVworld/ຟ້ອນຕຸກກະຕາ/ການປັກປັກຮັກສາສິ່ງແວດລ້ອມ/ກອງລະຄອນຕຸກກະຕາແຫ່ງຊາດ ລາວ
Related
More








